中文 English {{ activeLangText || 'Languages' }} {{ item.text }}
ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ
ຂ່າວ > ເນື້ອຫາ

ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ

分享到Facebook


ວັນ​ທີ 15 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ລະ​ຫວ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ ພາຍ​ໃຕ້​ຫົວ​ຂໍ້ “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ແຫ່ງການ​ເປີດ​ປະ​ຕູ​ສູ່​ພາຍນອກ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ” ແລະ ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ໃຫ້​ແກ່​ກຸ່ມ​ເສດ​ຖະ​ກິດ​​ສະ​ມາ​ຊິກ APEC ແລະ ວິ​ສາ​ຫະ​ກິດ​ຈີນ. ທ່ານ​ ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ.

ກອງ​ປະ​ຊຸມ​​ດັ່ງ​ກ່າວ​ແມ່ນ​ກິດ​ຈະ​ກຳ​ສື່ມວນ​ຊົນ​ທີ່​ສຳ​ຄັນ​ຄັ້ງ​ທຳ​ອິດຂອງ CMG ​ທີ່​ຈັດ​ຂຶ້ນໃນ​ໄລ​ຍະ​ອາ​ທິດກອງ​ປະ​ຊຸມ​ຜູ້​ນຳ APEC ປີ 2026 ​ໂດຍມີ​​ຜູ້​ເຂົ້າ​ຮ່ວມປະ​ມານ 80 ທ່ານ ເຊິ່ງ​ປະ​ກອບ​ມີຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຈາກ CMG, ​ສະ​ພາ​ການ​ສົ່ງ​ເສີມ​ການ​ຄ້າ​ສາ​ກົນ​ຈີນ, ທີ່​ປຶກ​ສາ​​ຈາກ​ສະ​ຖານ​ທູດ​ປະ​ຈຳ​ຈີນຂອງ​ກຸ່ມ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC ຈຳ​ນວນ​ໜຶ່ງ, ​ພ້ອມ​ດ້ວຍຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ແລະ ຜູ້​ຮັບ​ຜິດ​ຊອບ​ສະ​ມາ​ຄົມ​ການ​ຄ້າ​ຕ່າງ​ປະ​ເທດ.