
ທາງລົດໄຟຄວາມໄວສູງ ຈົງກິ່ງ-ຄຸນມິງ ໄດ້ດຳເນີນການປູຮາງສຳເລັດຕະ
ຫຼອດສາຍໃນວັນທີ 24. ທາງລົດໄຟຄວາມໄວສູງ ຈົງກິ່ງ-ຄຸນມິງ ແມ່ນພາກສ່ວນທີ່ສຳຄັນຂອງເສັ້ນທາງປັກກິ່ງ-ຄຸນໝິງ ໃນເຄືອຂ່າຍລົດໄຟຄວາມໄວສູງ "ແປດສາຍຕັ້ງ ແປດສາຍຂວາງ" ຂອງຈີນ, ເຊິ່ງມີຈຸດເລີ່ມຕົ້ນຈາກສະຖານີຈົງກິ່ງຕາເວັນຕົກ, ຜ່ານເທດສະບານຈົງກິ່ງ, ແຂວງເສສວນ, ແຂວງກຸ້ຍໂຈວ ແລະ ແຂວງຢຸນນານ, ເຂົ້າສູ່ສະຖານີຄຸນໝິງໃຕ້, ມີຄວາມຍາວທັງໝົດປະມານ 700 ກິໂລແມັດ, ໂດຍມີ
ການອອກແບບຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ.