中文 English {{ activeLangText || 'Languages' }} {{ item.text }}
ປະລິມານການຂົນສົ່ງສະສົມຂອງທໍ່ນ້ຳມັນດິບ ຈີນ-ມຽນມາ ໄດ້ທະລຸ 100 ລ້ານໂຕນ
ຂ່າວ > ເນື້ອຫາ

ປະລິມານການຂົນສົ່ງສະສົມຂອງທໍ່ນ້ຳມັນດິບ ຈີນ-ມຽນມາ ໄດ້ທະລຸ 100 ລ້ານໂຕນ

分享到Facebook

ນັກຂ່າວໄດ້ຮັບຊາບຈາກກຸ່ມບໍລິສັດທໍ່ສົ່ງພະລັງງານແຫ່ງຊາດຈີນໃນວັນທີ 26 ວ່າ, ປະລິມານການຂົນສົ່ງນ້ຳມັນດິບສະສົມຂອງທໍ່ສົ່ງນ້ຳມັນຈີນ-ມຽນມາ ໄດ້ທະລຸ 100 ລ້ານໂຕນ.

ທໍ່ນ້ຳມັນດິບຈີນ-ມຽນມາ ແມ່ນຊ່ອງທາງການນຳເຂົ້າພະລັງງານທີ່ໃຫຍ່ເປັນອັນດັບ 4 ຂອງປະເທດຈີນ. ທໍ່ດັ່ງກ່າວເລີ່ມຕົ້ນຈາກປະເທດມຽນມາ, ໂດຍມີຄວາມຍາວຂອງໄລຍະພາຍໃນປະເທດຈີນທັງໝົດ 618 ກິໂລແມັດ, ເຂົ້າສູ່ປະເທດທາງດ່ານຣຸ່ຍລີ້ ແຂວງຢຸນນານ, ແລະ ມີຈຸດປາຍທາງໄປຮອດໂຮງກັ່ນອ່ານໜິງ ຂອງບໍລິສັດ ຢຸນນານ ຊີໂນເພັກ, ເຊິ່ງໄດ້ເລີ່ມດຳເນີນການຜະລິດຢ່າງເປັນທາງການໃນເດືອນມິຖຸນາ ປີ 2017.

ທ່ານ ເສິງ ຢູ້ທາວ ຮອງຜູ້ຈັດການພະແນກການຕະຫຼາດ ຂອງບໍລິສັດ ຢຸນນານ ຂອງກຸ່ມບໍລິສັດ ຕາໜ່າງທໍ່ສົ່ງພະລັງງານແຫ່ງຊາດຈີນ ກ່າວວ່າ, ໃນອະດີດ ຜະລິດຕະພັນນ້ຳມັນເຊື້ອໄຟສ່ວນໃຫຍ່ຂອງແຂວງຢຸນນານ ແມ່ນອີງໃສ່ການຂົນ
ສົ່ງທາງບົກໄລຍະໄກຈາກເຂດຊາຍຝັ່ງທະເລພາກຕາເວັນອອກ, ແຕ່ໃນປັດຈຸບັນ ດ້ວຍການອີງໃສ່ທໍ່ສົ່ງນ້ຳມັນດິບ ຈີນ-ມຽນມາ ທີ່ມາພ້ອມກັບການກັ່ນນ້ຳມັນໃນທ້ອງຖິ່ນຂອງບໍລິສັດ ຊີໂນເພັກຢຸນນານ, ບວກກັບການຂົນສົ່ງທີ່ມີປະສິດທິພາບຂອງທໍ່ສົ່ງຜະລິດຕະພັນນ້ຳມັນເຊື້ອໄຟພາກຕາເວັນຕົກສ່ຽງໃຕ້, ຈຶ່ງເຮັດໃຫ້ຕ່ອງໂສ້ການຜະລິດທີ່ຄົບວົງຈອນ ຕັ້ງແຕ່ການນຳເຂົ້ານ້ຳມັນດິບ, ການກັ່ນ ແລະ ປຸງແຕ່ງ, ຈົນເຖິງການສົ່ງອອກຜະລິດຕະພັນນ້ຳມັນເຊື້ອໄຟ ໄດ້ຖືກເຊື່ອມຕໍ່ເຂົ້າກັນຢ່າງຄົບຖ້ວນ.

ພູມສັນຖານເຂດພູດອຍຂອງແຂວງຢຸນນານມີຄວາມຊັບຊ້ອນ, ການບຳລຸງຮັກສາທໍ່ສົ່ງນ້ຳມັນຈຶ່ງປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ, ເຊິ່ງໜ່ວຍງານກໍ່
ສ້າງໄດ້ສ້າງສະຖານີອັດສະລິຍະສຳເລັດແລ້ວ 5 ແຫ່ງ. ໃນປັດຈຸບັນ, ທໍ່ສົ່ງນ້ຳມັນດິບຈີນ-ມຽນມາ ມີປະລິມານການສົ່ງນ້ຳມັນສະເລ່ຍ 3.5 ໝື່ນໂຕນຕໍ່ວັນ.