ວັນທີ 24 ຕຸລາ, ງານບຸນວັດທະນະທຳ ໂບນານ ຄັ້ງທີ 11 ແລະ ງານບຸນອາ
ຫານໄກ່ອົບສີເຫຼືອງ ຢຸນນານ·ຕ້າລີ ຢົງຜິງ ປີ 2026 ໄດ້ເປີດຂຶ້ນ. ຫຼັງຈາກພິທີເປີດສິ້ນສຸດລົງ, ນັກທ່ອງທ່ຽວຈາກທຸກທິດໄດ້ຟ້າວມຸ່ງໜ້າໄປຍັງຖະໜົນອາຫານໄກ່ອົບສີເຫຼືອງດ້ວຍຄວາມຕື່ນເຕັ້ນ ເພື່ອລໍຖ້າຊິມລົດຊາດຂອງໄກ່ອົບສີເຫຼືອງເມືອງຢົງ
ຜິງ.

ໃນສະຖານທີ່ຈັດງານ, ສາກການຂົ້ວທີ່ຖືກຂະໜານນາມວ່າ "ໄກ່ຂົ້ວໝໍ້ໃຫຍ່ທີ່ສຸດ" ໄດ້ກາຍເປັນຈຸດສຸມຂອງທົ່ວງານ. ເຫັນໄດ້ວ່າຢູ່ເທິງເຕົາທີ່ສູງ, ມີຄົນ 7-8 ຄົນ ຢືນອ້ອມໝໍ້ໃຫຍ່ທີ່ມີເສັ້ນຜ່າສູນກາງກວ່າ 3 ແມັດ, ໂດຍໃຊ້ຈອງແບນຂະ
ໜາດໃຫຍ່ທີ່ຜະລິດຂຶ້ນເປັນພິເສດໃນການຂົ້ວໄກ່, ກິ່ນຫອມຂອງອາຫານໄດ້ຟົ້ງກະຈາຍໄປໃນອາກາດ. ອີງຕາມການໃຫ້ຂໍ້ມູນຈາກຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສະພາການຄ້າຕາແສງ ໂບນານ ເມືອງຢົງຜິງ, ເຊິ່ງເປັນຜູ້ຈັດງານ; ການຂົ້ວໄກ່ໝໍ້ໃຫຍ່ແມ່ນລາຍການຫຼັກທີ່ມີໃນທຸກໆຄັ້ງຂອງງານບຸນອາຫານ, ແລະ ຍັງເຄີຍໄດ້ຮັບການຮັບຮອງຈາກສະຖິຕິໂລກກິນເນສ ວ່າເປັນ "ໄກ່ຂົ້ວໝໍ້ໃຫຍ່ທີ່ສຸດ". ໄກ່ຂົ້ວທີ່ຂົ້ວໃນໝໍ້ໃຫຍ່ໃນມື້ນັ້ນ, ໄດ້ໃຊ້ໄກ່ລາດທີ່ລ້ຽງປ່ອຍແບບທຳມະຊາດ 200 ໂຕ, ວັດຖຸດິບທັງໝົດໃນໝໍ້ມີນ້ຳໜັກປະມານ 400 ກິໂລ, ເມື່ອສຸກແລ້ວສາມາດສະໜອງໃຫ້ລູກຄ້າກິນໄດ້ປະມານ 200 ໂຕະ.

ຕາມເຂົ້າໃຈວ່າບ, ເສັ້ນທາງບູຮານ ໂບນານ ທີ່ຕັ້ງຢູ່ໃນເຂດເມືອງຢົງຜິງ ແມ່ນເສັ້ນທາງສຳຄັນຂອງເສັ້ນທາງສາຍໄໝທາງພາກໃຕ້, ເຊິ່ງໄກ່ອົບສີເຫຼືອງຢົງ
ຜິງ ແມ່ນມີຕົ້ນກຳເນີດມາຈາກອາຫານຂອງກຸ່ມຂະບວນຂົນສົ່ງຊາດ້ວຍມ້າຕາມເສັ້ນທາງບູຮານດັ່ງກ່າວ. ຜ່ານການສືບທອດ ແລະ ພັດທະນາ, ໄກ່ອົບສີເຫຼືອງໄດ້ກາຍມາເປັນອາຫານທີ່ມີຊື່ສຽງທີ່ສຸດຂອງຢົງຜິງ, ຈົນກາຍເປັນພາບລັກທີ່ໂດດເດັ່ນຂອງ "ໝື່ນຮ້ານອາຫານທີ່ນຳສະເໜີອາຫານຊື່ດັງຈານດຽວກັນ". ດ້ວຍເຫດນີ້, ໄກ່ອົບສີເຫຼືອງຢົງຜິງ ຈຶ່ງໄດ້ຮັບຊື່ສຽງເຊັ່ນ "ໄກ່ໜຶ່ງໂຕແຫ່ງຢຸນນານຕາເວັນຕົກ", "ອາຫານຊື່ດັງອັນດັບໜຶ່ງແຫ່ງຕາເວັນຕົກຂອງແຂວງຢຸນນານ" ແລະ "ລົດ
ຊາດອັນດັບໜຶ່ງໃນບັນດາເມນູໄກ່".
