
ວັນທີ 24 ຕຸລາ, ນັກກິລາໄວໜຸ່ມຈາກມະຫາວິທະຍາໄລຣາຊະພັດ ອຸບົນຣາຊະທານີ ຂອງປະເທດໄທ ແລະ ມະຫາວິທະຍາໄລ ສຸພານຸວົງ ຂອງປະເທດລາວ ໄດ້ແຂ່ງຂັນຍາດບານກັນໃນການແຂ່ງຂັນເຕະບານ.
ວັນທີ 18 ຫາ 27 ຕຸລາ, ງານກິລາມິດຕະພາບນັກສຶກສາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ແລະ ສັບປະດາແລກປ່ຽນວັດທະນະທຳ ແລະ ກິລາ ນັກສຶກສາ ປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 9 ທີ່ຈັດໂດຍ ມະຫາວິທະຍາວິທະຍາສາດຄຸນໝິງ ໄດ້ຈັດຂຶ້ນຢູ່ແຂວງຢຸນນານ. ນັກກິລາໄວໜຸ່ມ ຫຼາຍກວ່າ600
ຄົນ ຈາກ 20 ມະຫາວິທະຍາໄລ ໃນ 13 ປະເທດ ເຊັ່ນ: ຈີນ, ໄທ, ລາວ, ມາເລເຊຍ, ກຳປູເຈຍ ແລະ ປະເທດອື່ນໆ ໄດ້ມາເຕົ້າໂຮມກັນຢູ່ສະໜາມແຂ່ງຂັນ, ໂດຍນຳໃຊ້ກິລາເປັນສາຍໃຍຜູກພັນ, ເພື່ອສ້າງຄວາມຮູ້ຈັກ ແລະ ມິດຕະພາບຜ່ານການແຂ່ງ
ຂັນ, ພ້ອມທັງຮ່ວມກັນຮັດແໜ້ນສາຍສຳພັນລ້ານຊ້າງ-ແມ່ຂອງ.