中文 English {{ activeLangText || 'Languages' }} {{ item.text }}
ຫົງ ເປັນລາຊາແຫ່ງນົກນາໆຊະນິດໃນເທບນິຍາຍຈີນ
ວາລະສານຈໍາປາ > ເນື້ອຫາ

ຫົງ ເປັນລາຊາແຫ່ງນົກນາໆຊະນິດໃນເທບນິຍາຍຈີນ

分享到Facebook


ຫົງ ເປັນລາຊາແຫ່ງນົກນາໆຊະນິດໃນເທບນິຍາຍຈີນ ເປັນສັນຍະລັກແຫ່ງຄວາມເປັນສິລິມຸງຄຸນ, ຄຸນນະທຳ ແລະ ຄວາມກົມກຽວກັນ.

ຫົງ ເປັນນົກເທບທີ່ລວມເອົາຄວາມງົດງາມຂອງນົກຫຼາຍຊະນິດເຂົ້າຢູ່ນຳກັນ ເຊັ່ນ: ນົກຍູງ ແລະ ໄກ່ຟ້າທີ່ມີສີສັນງົດງາມ ມີຂົນຫຼາກຫຼາຍສີທີ່ວິຈິດງົດງາມ ແລະ ສຽງຮ້ອງທີ່ກັງວານມ່ວນຫູ. ຄົນໃນສະໄໝບູຮານເຊື່ອວ່າ ການປາກົດຕົວຂອງຫົງເປັນລາງບອກເຫດເຖິງຄວາມສະຫງົບສຸກຂອງບ້ານເມືອງ ແລະ ການມາເຖິງຂອງຍຸກສະໄໝທີ່ຮຸ່ງເຮືອງ.

ຫົງ  ມັກປາກົດຄູ່ກັບມັງກອນ, ເຊິ່ງຄຳວ່າ "龙凤呈祥" (Long Feng Cheng Xiang) ໝາຍເຖິງ ມັງກອນ ແລະ ຫົງ ປາກົດຄຽງຄູ່ກັນ ໄດ້ສື່ເຖິງຄວາມສົມດຸນກົມກຽວກັນລະຫວ່າງພະລັງຢິນ(Yin) ແລະ ພະລັງຢາງ  ( Yang) ຕະຫຼອດຈົນເຖິງຄວາມສຸກ ແລະ ຄວາມສົມບູນພ້ອມໃນຊີວິດ.