中文 English {{ activeLangText || 'Languages' }} {{ item.text }}
ຕ້າລີ: ການຍ້ອມຜ້າແບບດັ້ງເດີມທີ່ເປັນມໍລະດົກທາງວັດທະນະທຳນາມມະທຳ ຊ່ວຍຊຸກຍູ້ການທ່ອງ ທ່ຽວແບບສ້າງສັນດ້ວຍປາຍນິ້ວມື
ເນື້ອຫາ

ຕ້າລີ: ການຍ້ອມຜ້າແບບດັ້ງເດີມທີ່ເປັນມໍລະດົກທາງວັດທະນະທຳນາມມະທຳ ຊ່ວຍຊຸກຍູ້ການທ່ອງ ທ່ຽວແບບສ້າງສັນດ້ວຍປາຍນິ້ວມື

分享到Facebook

ໃນຊຸມປີມໍ່ໆມານີ້, ດ້ວຍການບໍລິໂພກການທ່ອງທ່ຽວດ້ານວັດທະນະທຳແບບເນັ້ນປະສົບການທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, "ການໄປເຮັດຜ້າມັດຍ້ອມສີຢູ່ຕ້າລີ" ໄດ້ກາຍເປັນທາງເລືອກໃນການ "ເຊັກອິນ" ຂອງນັກທ່ອງທ່ຽວຈຳນວນຫຼາຍ. ບ້ານໂຈ່ວເສີງ, ເມືອງສີໂຈ່ວ, ເຂດປົກຄອງຕົນເອງເຜົ່າປາຍ ຕ້າລີ ຂອງແຂວງຢຸນນານ ແມ່ນ "ສະຖານທີ່ແຫ່ງການມັດຍ້ອມສີເຜົ່າປາຍ" ທີ່ມີຊື່ສຽງ, ເຊິ່ງທັກສະການມັດຍ້ອມສີຂອງເຜົ່າປາຍໄດ້ຖືກສືບທອດກັນມາຈາກລຸ້ນສູ່ລຸ້ນຢູ່ທີ່ນີ້. ໃນປີ 2006, ທັກສະການມັດຍ້ອມສີຂອງເຜົ່າປາຍໄດ້ຖືກບັນຈຸເຂົ້າໃນລາຍຊື່ມໍລະດົກທາງວັດທະນະ
ທຳນາມມະທຳລະດັບຊາດຊຸດທຳອິດ. ປັດຈຸບັນໃນບ້ານມີຄອບຄົວທີ່ດຳເນີນທຸລະ
ກິດມັດຍ້ອມສີຫຼາຍກວ່າ 200 ຄອບຄົວ, ມີຜູ້ປະກອບການຫຼາຍກວ່າ 4,000 ຄົນ, ແລະ ໂຮງງານປະສົບການມັດຍ້ອມສີປະເພດຕ່າງໆພາຍໃນບ້ານ ຕ້ອນຮັບນັກທ່ອງທ່ຽວ 400,000 ຫາ 600,000 ຄົນຕໍ່ປີ.

ທັກສະການມັດຍ້ອມສີແບບດັ້ງເດີມຂອງຊົນເຜົ່າປາຍ ໄດ້ກາຍເປັນຜະລິດ
ຕະພັນການທ່ອງທ່ຽວທາງວັດທະນະທຳ ທີ່ນັກທ່ອງທ່ຽວສາມາດລົງມືປະຕິບັດໄດ້ດ້ວຍຕົນເອງ. ບໍ່ວ່າຈະເປັນການມັດລາຍ, ການຍ້ອມສີ, ການລ້າງສີ, ການແກ້ລາຍ...ໂດຍໃຊ້ເຂັມ ແລະ ໄໝເປັນປາກກາ, ໃຊ້ພືດເປັນນ້ຳໝຶກ, ຜ້າສີຂາວບໍລິສຸດແຕ່ລະຜືນໄດ້ປ່ຽນເປັນລວດລາຍທີ່ເປັນເອກະລັກໃນສີຟ້າສະຫຼັບຂາວ, ເຊິ່ງສະ
ແດງໃຫ້ເຫັນເຖິງຄວາມງົດງາມຂອງທຳມະຊາດທີ່ມີຊີວິດຊີວາລະຫວ່າງພູຊາງຊານ ແລະ ໜອງເອີໄຫ່.