中文 English {{ activeLangText || 'Languages' }} {{ item.text }}
ນັກສຶກສາລາວໃນເມືອງຈຽງເສີງ ແຂວງຢຸນນານ ຂຽນບັນທຶກຄວາມຜູກພັນລະຫວ່າງເຮືອນໃກ້ ຄຽງກັນລາວ-ຈີນ

ນັກສຶກສາລາວໃນເມືອງຈຽງເສີງ ແຂວງຢຸນນານ ຂຽນບັນທຶກຄວາມຜູກພັນລະຫວ່າງເຮືອນໃກ້ ຄຽງກັນລາວ-ຈີນ

分享到Facebook

ໂຮງຮຽນມັດທະຍົມສຶກສາວິຊາຊີບຂັ້ນສູງ ເມືອງປົກຄອງຕົນເອງເຜົ່າຮານີ ແລະ ເຜົ່າຢີ ຈ່ຽງເສິງ, ນະຄອນ ຜູເອີ, ແຂວງຢຸນນານ ທີ່ຕັ້ງຢູ່ເຂດຊາຍແດນລາວ-ຈີນ, ໃນປັດຈຸບັນມີນັກສຶກສາລາວ 87 ຄົນ ກຳລັງສຶກສາຢູ່ທີ່ນີ້. ນາງ ແສງຫຼ້າແດງ
ແລະ ນາງ ວອມມຽວ ລາວເຕັນ ຈາກປະເທດລາວ ໄດ້ເດີນທາງຂ້າມຊາຍແດນມາຮຽນໜັງສື ແລະ ສ້າງມິດພາບອັນແໜ້ນແຟ້ນຢູ່ທີ່ນີ້.

ຕອນທີ່ຫາກໍ່ມາຮອດເມືອງຈ່ຽງເສີງ, ການທີ່ບໍ່ຮູ້ພາສາຈີນເຄີຍເປັນບັນຫາທີ່ໃຫຍ່ທີ່ສຸດຂອງພວກເຂົາ. ພາຍໃຕ້ການຊ່ວຍເຫຼືອຢ່າງອົດທົນຂອງຄູ ແລະ ເພື່ອນຮ່ວມຫ້ອງ, ນັກສຶກສາລາວຄ່ອຍໆປັບຕົວເຂົ້າກັບຊີວິດໃນວິທະຍາເຂດ.

ໃນຫ້ອງຮຽນ, ພວກເຂົາໄດ້ເຮັດ "ຖົງໂຍນ-ໝາກຄອນ" , ເຊິ່ງເປັນຂອງຂວັນສຳຄັນຕາມຮີດຄອງປະເພນີນຳອາຈານ, ພ້ອມທັງແລກປ່ຽນຮີດຄອງປະເພນີຂອງທັງສອງປະເທດ ລາວ ແລະ ຈີນ; ໃນຫ້ອງຮຽນປຸງແຕ່ງອາຫານ, ທຸກຄົນໄດ້ລົງມືເຮັດອາຫານທີ່ແຊບຊ້ອຍ, ເພື່ອສຳຜັດກັບບັນຍາກາດການດຳລົງຊີວິດ ແລະ ຄວາມມ່ວນຊື່ນໃນການອອກແຮງງານ. ໃນເວລາວ່າງ, ພວກເຂົາໄດ້ເຂົ້າຮ່ວມກິດຈະກຳການປິນພູ, ງານກິລາຂອງໂຮງຮຽນ ແລະ ແຂ່ງຂັນກິລາຫຼິ້ນໝາກບານກັບນັກສຶກສາຈີນ, ຈຶ່ງເຮັດໃຫ້ຊີວິດນອກຫ້ອງຮຽນມີຄວາມຫຼາກຫຼາຍຂຶ້ນ.

ຊາວໜຸ່ມຂອງທັງສອງປະເທດ ລາວ ແລະ ຈີນ ໄດ້ຮຽນຮູ້ເຊິ່ງກັນ ແລະ ກັນ, ຮັກແພງກັນ, ສືບຕໍ່ຂຽນບົດຄວາມແຫ່ງ “ປະເທດລາວ-ຈີນເປັນຄອບຄົວດຽວ
ກັນ” ດ້ວຍກຳລັງຊາວໜຸ່ມ.