ໝາກຫຸ່ງສົ້ມເມືອງເອີຢວນແຂວງຢຸນນານ ສ້າງ "ຕ່ອງໂສ້" ສູ່ຕະຫຼາດຂະໜາດໃຫຍ່
ໃນລະດູໃບໄມ້ຫຼົ່ນສີຄຳ, ພື້ນທີ່ປູກໝາກຫຸ່ງສົ້ມປະມານ 466 ເຮັກຕາໃນຕາແສງຊືປີ້ຫູ ເມືອງເອີຢວນ ເຂດປົກຄອງຕົນເອງເຜົ່າປາຍຕ້າລີ ແຂວງຢຸນນານໄດ້ກ້າວເຂົ້າສູ່ລະດູເກັບກ່ຽວທີ່ຂຸ້ນຂ້ຽວ. ພາຍໃນສວນໝາກຫຸ່ງສົ້ມທີ່ປູກເປັນຜືນໃຫຍ່, ຊາວກະສິກອນກຳລັງຟ້າວຟັ່ງເກັບກ່ຽວ ແລະ ຂົນຍ້າຍ, ເຊິ່ງສ້າງເປັນພາບແຫ່ງການເກັບກ່ຽວທີ່ຄຶກຄັກເປັນຢ່າງຍິ່ງ.

ຢູ່ທີ່ບ້ານຕາຈວງ, ຕາແສງຊືປີ້ຫູ, ໝາກຫຸ່ງສົ້ມ 3333 ຕາແມັດ ຂອງຄອບ
ຄົວ ນາງ ລີ ໝິງຈູ ມີໝາກອອກຫຼາຍ. "ລາຄາໃນສອງປີນີ້ແມ່ນຂ້ອນຂ້າງຄົງທີ່, ບໍ່ຕ້ອງກັງວົນເລື່ອງການຂາຍ, ສາມາດຂາຍໄດ້ທັງສວນ. ການເກັບກ່ຽວກໍບໍ່ຕ້ອງຫ່ວງ, ຜູ້ຊື້ຈະມາເກັບດ້ວຍຕົນເອງ, ພວກເຮົາພຽງແຕ່ຊ່ວຍຊັ່ງນ້ຳໜັກ, ປີນີ້ຄາດ
ວ່າຈະເກັບໄດ້ປະມານ 20 ໂຕນ," ທ່ານ ນາງ ລີ ໝິງຈູ ກ່າວດ້ວຍຮອຍຍິ້ມ. ຢູ່ທີ່ບ້ານຕາຈວງ, ຊາວກະສິກອນຜູ້ປູກໝາກຫຸ່ງສົ້ມທີ່ບໍ່ຕ້ອງກັງວົນນຳເລື່ອງຕະຫຼາດຄືກັບ ນາງ ລີ ໝິງຈູ ແມ່ນມີຢູ່ບໍ່ໜ້ອຍ.
ການບໍ່ຕ້ອງກັງວົນນຳເລື່ອງຕະຫຼາດຂາຍ ແມ່ນເນື່ອງຈາກວ່າການເຊື່ອມຕໍ່ທີ່ຊັດເຈນໃນຕົ້ນທາງຂອງຕ່ອງໂສ້ການຜະລິດ. ໃນສວນໝາກໄມ້, ຜູ້ປະກອບການອີຄອມເມີຊກຳລັງຫຍຸ້ງຢູ່ກັບການ "ຄັດເລືອກໝາກຫຸ່ງສົ້ມ". "ສຳລັບພວກເຮົາທີ່ເຮັດອີຄອມເມີຊ, ການຄັດເລືອກສິນຄ້າມີຄວາມສຳຄັນຫຼາຍ, ໄລຍະເວລານີ້ເກືອບທຸກມື້ແມ່ນລົງມາຄັດເລືອກສິນຄ້າໃນສວນ. ພວງນີ້ຖືວ່າເປັນໝາກດີເດັ່ນພິເສດ, ມີສີສັນອັນສວຍງາມ, ໝາກມົນໆ ແລະ ຂະໜາດທີ່ພໍດີ." ນາງ ວັງ ຢາງເຊຍ ຫົວ
ໜ້າສວນປູກຂອງເມືອງເອີຢວນ ໄດ້ຖືພວງໝາກໄມ້ຂຶ້ນມາແນະນຳ.

ນາງ ວັງ ຢາງເຊຍ ເຄີຍເຮັດວຽກຢູ່ຕ່າງຖິ່ນ, ໃນປີ 2023 ໄດ້ກັບຄືນບ້ານເກີດເພື່ອສ້າງຕັ້ງຟາມປູກຝັງ, ໂດຍຜ່ານຊ່ອງທາງອີຄອມເມີສ, ການຂາຍສົ່ງແບບ
ອອຟລາຍ ແລະ ການສະໜອງວັດຖຸດິບສຳລັບການຄັ້ນນ້ຳໃຫ້ແກ່ໂຮງງານ, ລາວໄດ້ສົ່ງໝາກຫຸ່ງສົ້ມຈາກສວນໂດຍກົງໄປຍັງທົ່ວປະເທດຈີນ. ປັດຈຸບັນ ໄດ້ເກັບກ່ຽວໝາກຫຸ່ງສົ້ມແລ້ວຫຼາຍກວ່າ 100 ໂຕນ, ຂາຍອອກໄປໄດ້ຫຼາຍກວ່າ 40 ໂຕນ,ສ່ວນ
ທີ່ເຫຼືອແມ່ນເກັບຮັກສາໄວ້ໃນສາງເພື່ອຮັກສາຄວາມສົດ. ເພື່ອຍືດໄລຍະເວລາການສະໜອງ ແລະ ເຮັດໃຫ້ສາມາດຂາຍໄດ້ຕະຫຼອດປີ, ຄອບຄົວຂອງລາວບໍ່ພຽງແຕ່ສ້າງສາງເຢັນດ້ວຍຕົນເອງເທົ່ານັ້ນ, ແຕ່ໃນປີນີ້ຍັງໄດ້ເຊົ່າຕື່ມອີກ 3 ແຫ່ງ, ເຊິ່ງລະ
ບົບການເກັບຮັກສາແບບຕ່ອງໂສ້ຄວາມເຢັນໄດ້ຊ່ວຍໃຫ້ໝາກໄມ້ສົດມີຄວາມສົດໃໝ່ກວ່າເກົ່າ.

“ໃນໄລຍະທີ່ຕະຫຼາດດີ ສາມາດຂາຍໄດ້ຫຼາຍກວ່າ 1,000 ລາຍການຕໍ່ມື້, ເຊິ່ງສິນຄ້າຫຼັກແມ່ນໝາກຫຸ່ງສົ່້ມສົດ, ໝາກຫຸ່ງສົ້ມອົບແຫ້ງ ແລະ ໝາກຫຸ່ງດອງ. ປີຜ່ານມາ ຍອດຂາຍທັງທາງອອນລາຍ ແລະ ອອຟລາຍ ລວມທັງໝົດຫຼາຍກວ່າ 20,000 ລາຍການ, ປະມານ 400 ກວ່າໂຕນ, ແລະ ປີນີ້ມີແຜນຈະຮັບຊື້ຫຼາຍກວ່າ 500 ໂຕນ.” ນາງ ວັງ ຢາງເຊຍ ກ່າວວ່າ, “ໃນນາມເປັນຄົນຮຸ່ນໃໝ່, ຂ້າພະເຈົ້າຮູ້
ສຶກດີໃຈຫຼາຍທີ່ສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາ ເພື່ອຂາຍຜະລິດຕະພັນທີ່ດີຂອງບ້ານເກີດໄປທົ່ວປະເທດ.”

ຕ່ອງໂສ້ການຂາຍໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕ່ອງໂສ້ການປຸງແຕ່ງໄດ້ຮັບການເສີມສ້າງຢ່າງຕໍ່ເນື່ອງ. ໝາກຫຸ່ງສົ້ມດິບເຫຼົ່ານີ້ ຫຼັງຈາກຜ່ານການລ້າງ, ຄັດແຍກ ແລະ ບັນຈຸຫຸ້ມຫໍ່ແລ້ວ, ສ່ວນໜຶ່ງໄດ້ຖືກຂາຍໄປທັງພາຍໃນ ແລະ ພາຍນອກແຂວງ ຜ່ານທາງອີຄອມເມີຊ ແລະ ການຂາຍສົ່ງ, ອີກສ່ວນໜຶ່ງແມ່ນເຂົ້າສູ່ໂຮງງານຜະລິດ ເພື່ອປຸງແຕ່ງເປັນ ໝາກໄມ້ອົບແຫ້ງ, ໝາກໄມ້ເຊື່ອມ, ນ້ຳສົ້ມໝາກຫຸ່ງສົ້ມ, ເຫຼົ້າໝາກຫຸ່ງສົ້ມ ແລະ ຜະລິດຕະພັນອື່ນໆ, ເພື່ອສ້າງມູນຄ່າເພີ່ມຈາກການ "ຂາຍວັດຖຸດິບ" ໄປສູ່ການ "ຂາຍຜະລິດຕະພັນ".

“ໝາກຫຸ່ງສົ້ມ ເອີຢວນ ມີລະດັບຄວາມສົ້ມທີ່ພໍດີ, ເປັນວັດຖຸດິບຊັ້ນດີໃນການປຸງແຕ່ງເຄື່ອງດື່ມນ້ຳໝາກຫຸ່ງສົ້ມຂອງພວກເຮົາ, ເຊິ່ງຜະລິດຕະພັນແມ່ນໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກຜູ້ບໍລິໂພກ.” ທ່ານ ຢາງ ແຈ ຜູ້ຈັດການພະແນກອີຄອມເມີຊ ຂອງບໍລິສັດ ອຸດສາຫະກຳ ເອີປາວ ຕ້າລີ ຢຸນນານ ຈຳກັດ ໄດ້ແນະ
ນຳວ່າ: “ໃນໄລຍະສອງສາມປີມານີ້ ພວກເຮົາໄດ້ປຸງແຕ່ງໝາກໄມ້ສົດຫຼາຍກວ່າ 200 ໂຕນຕໍ່ປີ ແລະ ມີປະລິມານເພີ່ມຂຶ້ນໃນທຸກໆປີ.”

ໃນຊຸມປີມໍ່ໆມານີ້, ເມືອງເອີຢວນ ໄດ້ສຸມໃສ່ເອົາໝາກຫຸ່ງສົ້ມໃຫ້ເປັນອຸດສາ
ຫະກຳພິເສດທີ່ໂດດເດັ່ນ, ປັບປຸງຕ່ອງໂສ້ການຜະລິດທັງໝົດ ຕັ້ງແຕ່ການປູກ, ການປຸງແຕ່ງ ຈົນເຖິງການຈຳໜ່າຍ ຢ່າງຕໍ່ເນື່ອງ. ໃນປີ 2024, ຜະລິດຕະພັນນີ້ໄດ້ຮັບໃບຢັ້ງຢືນຜະລິດຕະພັນກະສິກຳທີ່ມີຊື່ສຽງ, ມີລັກສະນະພິເສດ, ຄຸນນະພາບດີ ແລະ ທັນສະໄໝ ລະດັບຊາດ, ໂດຍແບ່ງອອກເປັນສອງປະເພດຄື: ປະເພດອາ
ຫານ ແລະ ປະເພດຢາ, ເຊິ່ງໄດ້ສົ່ງອອກຈຳໜ່າຍທັງພາຍໃນປະເທດ ແລະ ຕະຫຼາດອາຊີຕາເວັນອອກສ່ຽງໃຕ້. ໃນປີນີ້, ຄາດວ່າຜົນຜະລິດທົ່ວເມືອງຈະບັນລຸ 20,000 ໂຕນ ແລະ ມູນຄ່າການຜະລິດຈະສູງເກີນ 40 ລ້ານຢວນ.

ນັບຕັ້ງແຕ່ການປູກໃນສວນ ຈົນເຖິງການຂາຍໂດຍກົງຜ່ານລະບົບອີຄອມເມີຊ, ນັບຕັ້ງແຕ່ການເກັບຮັກສາໃນລະບົບໂສ້ຄວາມເຢັນ ຈົນເຖິງການປຸງແຕ່ງແບບປານີດ, ນັບຕັ້ງແຕ່ຍີ່ຫໍ້ລະດັບພາກພື້ນ ຈົນເຖິງຕະຫຼາດທົ່ວປະເທດ, ໝາກຫຸ່ງສົ້ມເອີຢວນ ກໍາລັງສ້າງຕະຫຼາດທີ່ກວ້າງຂວາງ ແລະ ສ້າງຊີວິດທີ່ຮັ່ງມີສີສຸກໃຫ້ແກ່ປະຊາຊົນ ດ້ວຍຕ່ອງໂສ້ການຜະລິດທີ່ສົມບູນແບບ.