中文 English {{ activeLangText || 'Languages' }} {{ item.text }}
ພິທີເປີດງານກິລາມິດຕະພາບລະຫວ່າງນັກສຶກສາຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7
ຂ່າວ > ເນື້ອຫາ

ພິທີເປີດງານກິລາມິດຕະພາບລະຫວ່າງນັກສຶກສາຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7

分享到Facebook

ໃນຕອນເຊົ້າຂອງວັນທີ 20 ຕຸລາ, ງານກິລາມິດຕະພາບລະຫວ່າງນັກສຶກສາຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ແລະ ສັບປະດາແລກປ່ຽນວັດ
ທະນະທຳແລະ ກິລາ ນັກສຶກສາຈາກປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 9 ໄດ້ເປີດຂຶ້ນ ຢູ່ວິທະຍາເຂດເສີງກົ້ງ ຂອງມະຫາວິທະຍາໄລວິທະຍາສາດຄຸນໝິງ.

ມີລາຍງານວ່າ ກິດຈະກຳຄັ້ງນີ້ແມ່ນໜຶ່ງໃນກິດຈະກຳຕ່າງໆຂອງ "ເວທີປຶກ
ສາຫາລືຄຸນໝິງ ວ່າດ້ວຍການຮ່ວມມືດ້ານການສຶກສາ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 9" ຂອງແຂວງຢຸນນານ, ແລະ ຍັງແມ່ນກິດຈະກຳທີ່ໂດດເດັ່ນດ້ານການຮ່ວມມືການສຶກສາ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ "ປະຊາຊົນໃກ້ຊິດກັນ ຜ່ານການສຶກສາ" ປະຈຳປີ 2026. ມີຄູ-ອາຈານ ແລະ ນັກສຶກສາທັງຈີນ ແລະ ຕ່າງປະເທດ ຫຼາຍກວ່າ 600 ຄົນ ຈາກມະຫາວິທະຍາໄລ 20 ແຫ່ງ ຂອງ 13 ປະເທດ , ເຊິ່ງປະກອບມີ ຈີນ, ໄທ, ລາວ, ມາເລເຊຍ, ຫວຽດນາມ, ກຳປູເຈຍ, ປາກິດສະຖານ, ສີລັງກາ, ອາຟການິສຖານ, ມົງໂກລີ, ຣູວັນດາ, ໄນຈີເຣຍ ແລະ ປາປົວ ນິວກີນີ ເຂົ້າຮ່ວມກິດຈະກຳ. ສັບປະດາວັດທະນະທຳ ແລະ ກິລາ ຄັ້ງນີ້ ຈັດຂຶ້ນໃນວັນທີ 18 ຫາ 27 ຕຸລາ. ປີນີ້ໄດ້ມີການສ້າງສັນສ້າງຕັ້ງເຂດແຂ່ງຂັນສາຂາທີ່ກິ່ງແຂວງ ເວີນຊານ ຂຶ້ນເປັນຄັ້ງທຳອິດ,ເພື່ອສ້າງຮູບແບບໃໝ່ໃນການຈັດການແຂ່ງ
ຂັນແບບປະສານງານລະຫວ່າງ "ເຂດແຂ່ງຂັນຫຼັກ ຄຸນໝິງ + ເຂດແຂ່ງຂັນສາຂາ 
ເວີນຊານ"; ເຊິ່ງລາຍການ ບານເຕະຊາຍ, ບານສົ່ງຊາຍ ແລະ ບານສົ່ງຍິງ ແມ່ນຈັດຂຶ້ນຢູ່ເຂດແຂ່ງຂັນຫຼັກ ເສີງກົ້ງ ຂອງມະຫາວິທະຍາໄລວິທະຍາສາດຄຸນໝິງ, ສ່ວນລາຍການຕີດອກປີກໄກ່ ແມ່ນຈັດຂຶ້ນຢູ່ເຂດແຂ່ງຂັນສາຂາ ເວີນຊານ.

ໃນປີ 2015, ມະຫາວິທະຍາໄລວິທະຍາສາດຄຸນໝິງ ໄດ້ລິເລີ່ມ ແລະ ຈັດງານສັບປະດາແລກປ່ຽນວັດທະນະທຳ ແລະ ກິລາ ລະຫວ່າງນັກສຶກສາຈາກ ປະເທດອາ
ຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ທີ່ນະຄອນຄຸນໝິງ. ໃນປີ 2017, "ສັບປະດາວັດທະນະທຳ ແລະ ກິລາ" ໄດ້ປ່ຽນຊື່ເປັນ “ງານກິລາມິດຕະພາບລະຫວ່າງນັກສຶກ
ສາຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ສັບປະດາແລກປ່ຽນວັດທະນະ
ທຳ ແລະ ກິລາ ນັກສຶກສາຈາກປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ທີ່ນະຄອນຄຸນໝິງ". ຈົນເຖິງປີ 2025, ມີຄູ-ອາຈານ ແລະ ນັກສຶກສາ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 6,000 ຄົນ ຈາກມະຫາວິທະຍາໄລ 72 ແຫ່ງ ຂອງ 28 ປະ
ເທດ ລວມທັງ ຈີນ, ລາວ, ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ, ປາກິດສະຖານ, ບັງກະລາເດດ, ອິນເດຍ, ສິງກະໂປ, ອິນໂດເນເຊຍ, ສີລັງກາ, ມາເລເຊຍ, ເນປານ ແລະ ປະເທດອື່ນໆ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.