中文 English {{ activeLangText || 'Languages' }} {{ item.text }}
ສາຍການບິນ ໄຊນາອີສເຕີນ ບໍລິສັດຢຸນນານ ຈຳກັດ ໄດ້ປະກາດແຜນການບິນສຳລັບລະດູການບິນລະດູໜາວ ປີ 2026
ຂ່າວ > ເນື້ອຫາ

ສາຍການບິນ ໄຊນາອີສເຕີນ ບໍລິສັດຢຸນນານ ຈຳກັດ ໄດ້ປະກາດແຜນການບິນສຳລັບລະດູການບິນລະດູໜາວ ປີ 2026

分享到Facebook

ວັນທີ 23 ຕຸລາ, ສາຍການບິນ ໄຊນາອີສເຕີນ ບໍລິສັດຢຸນນານ ຈຳກັດ ໄດ້ເຜີຍແຜ່ເຄືອຂ່າຍເສັ້ນທາງບິນໃໝ່ໃນຢຸນນານ ສຳລັບລະດູການບິນລະດູໜາວປີ 2026, ໂດຍມີແຜນຈະດຳເນີນການບິນ 140 ສາຍບິນໃນຢຸນນານ, ກວມເອົາ 91 ຈຸດບິນ. ໃນນັ້ນ, ເສັ້ນທາງບິນພາຍໃນປະເທດໄດ້ເພີ່ມຂຶ້ນ ແລະ ຟື້ນຟູຄືນ 16 ສາຍບິນ, ເພີ່ມຖ່ຽມບິນໃນ 13 ຈຸດບິນສາກົນ ເຊັ່ນ: ວຽງຈັນ, ສຽມຣຽບ, ບາງກອກ, ຊຽງໃໝ່, ພູເກັດ, ໂຮຈິມິນ, ຮ່າໂນ້ຍ ແລະ ອື່ນໆ, ເຊິ່ງກຳລັງການຂົນສົ່ງສາ
ກົນເພີ່ມຂຶ້ນ 38.5% ເມື່ອທຽບກັບລະດູການບິນລະດູຮ້ອນປີ 2026.

ໃນຊຸມປີມໍ່ໆມານີ້, ສາຍການບິນ ໄຊນາອີສເຕີນ ໄດ້ຖືເອົານະຄອນຄຸນໝິງເປັນສູນກາງ ໃນການສ້າງເຄືອຂ່າຍສາຍການບິນທີ່ "ກວມເອົາທົ່ວປະເທດຈີນ, ແຜ່ຂະຫຍາຍສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ເຊື່ອມຕໍ່ທົ່ວໂລກ", ເພື່ອຊຸກຍູ້ "ການປະສານງານລະຫວ່າງສາຍການບິນຫຼັກ ແລະ ສາຍການບິນຍ່ອຍ, ເພີ່ມຂີດຄວາມສາມາດໃນການຕໍ່ກາງ". ສຳລັບຖ້ຽວບິນທີ່ຂ້າມຄືນເຊັ່ນ ສຽມຣຽບ, ບາງກອກ ແລະ ຖ້ຽວບິນກາງຄືນເຊັ່ນ ສິງກະໂປ, ໂຮຈິມິນ, ສາຍການບິນ ໄຊນາອີສເຕີນ ບໍລິສັດຢຸນນານ ໄດ້ນຳສະເໜີບໍລິການຕໍ່ເຄື່ອງແບບຄົບວົງຈອນໃຫ້ແກ່ນັກທ່ອງທ່ຽວຢ່າງກວ້າງຂວາງ ເຊັ່ນ: ທີ່ພັກຄ້າງຄືນລະຫວ່າງການຕໍ່ເຄື່ອງ, ການສົ່ງກະ
ເປົ໋າໄປຫາຈຸດໝາຍປາຍທາງໂດຍກົງ, ຊຸດອາຫານວັນທະນະທຳສ້າງສັນສຳລັບການຕໍ່ກາງ ແລະ ອື່ນໆ, ເພື່ອໃຫ້ນັກທ່ອງທ່ຽວສາມາດຕໍ່ເຄື່ອງໄດ້ຢ່າງສະດວກສະບາຍ ຢູ່ທີ່ສະໜາມບິນສາກົນຄຸນໝິງສາງສຸ້ຍ.

ໃນຂະນະທີ່ຂະຫຍາຍເຄືອຂ່າຍສາຍການບິນໃຫ້ຄອບຄຸມຫຼາຍຂຶ້ນ, ສາຍການບິນ ໄຊນາອີສເຕີນ ຍັງໄດ້ສຸມໃສ່ການພັດທະນາການບໍລິການລູກຄ້າຢ່າງຕໍ່ເນື່ອງ, ໂດຍຊຸກຍູ້ໃຫ້ການບໍລິການປ່ຽນຈາກການສ້າງສັນນະວັດຕະກຳໃນຈຸດດຽວ ໄປສູ່ການຂະຫຍາຍໃຫ້ຄອບຄຸມທຸກສະຖານະການຂອງ "ການເດີນທາງ + ການທ່ອງ
ທ່ຽວວັດທະນະທຳ". ປັດຈຸບັນ, ສາຍການບິນ ໄຊນາອີສເຕີນ ໄດ້ນຳໃຊ້ຊຸດບໍລິການນະວັດຕະກຳໃນແຂວງຢຸນນານ ເຊັ່ນ: "ການເດີນທາງທັນໃຈ", "ການສົ່ງກະເປົາເຖິງຈົດໝາຍປາຍທາງ" ແລະ "ການນຳສັດລ້ຽງຂຶ້ນຫ້ອງໂດຍສານ" ເພື່ອເຮັດໃຫ້ການເດີນທາງຂອງຜູ້ໂດຍສານມີຄວາມສະດວກສະບາຍຂຶ້ນ.