中文 English {{ activeLangText || 'Languages' }} {{ item.text }}
ປະລິມານການສົ່ງໄຟຟ້າສະສົມຂອງໂຄງການເຊື່ອມໂຍງໄຟຟ້າຈີນ-ລາວ 500 ກິໂລໂວນ ລື່ນ 1 ຕື້ກິໂລວັດໂມງ
ຂ່າວ > ເນື້ອຫາ

ປະລິມານການສົ່ງໄຟຟ້າສະສົມຂອງໂຄງການເຊື່ອມໂຍງໄຟຟ້າຈີນ-ລາວ 500 ກິໂລໂວນ ລື່ນ 1 ຕື້ກິໂລວັດໂມງ

分享到Facebook

ຮອດວັນທີ 8 ຕຸລາ, ໂຄງການເຊື່ອມໂຍງໄຟຟ້າຈີນ-ລາວ 500 ກິໂລໂວນ ໄດ້ສົ່ງໄຟຟ້າສະສົມແລ້ວຫຼາຍກວ່າ 1 ຕື້ກິໂລວັດໂມງ.

ໂຄງການນີ້ເລີ່ມເປີດນຳໃຊ້ຢ່າງເປັນທາງການໃນວັນທີ 20 ເມສາປີນີ້. ໃນມື້ດຽວກັນ, ໄຟຟ້າພະລັງງານແສງອາທິດຈາກຖານພະລັງງານສະອາດໃນພາກເໜືອຂອງລາວ ໄດ້ຖືກສົ່ງຜ່ານຊ່ອງທາງສົ່ງໄຟຟ້າຂ້າມຊາຍແດນໄປຍັງແຂວງຢຸນນານຂອງຈີນ. ນີ້ເປັນຄັ້ງທຳອິດທີ່ໂຄງການພະລັງງານໃໝ່ຈາກຕ່າງປະເທດເຂົ້າເຊື່ອມຕໍ່ກັບຕະຫຼາດໄຟຟ້າຈີນ

ວັນທີ 6 ສິງຫາ, ໄຟຟ້າພະລັງງານນ້ຳຈາກລາວກໍໄດ້ຖືກສົ່ງຜ່ານໂຄງການນີ້ໄປຍັງເຂດອ່າວກວາງຕຸ້ງ-ຮົງກົງ-ມາເກົາ. ການສົ່ງໄຟຟ້າຄັ້ງນີ້ຄາດວ່າຈະດຳເນີນໄປຮອດທ້າຍເດືອນຕຸລາ ໂດຍຈະສົ່ງໄຟຟ້າປະມານ 600 ລ້ານກິໂລວັດໂມງ. ປະລິມານໄຟຟ້າດັ່ງກ່າວຈະເຂົ້າຮ່ວມການຊື້-ຂາຍໄຟຟ້າໃນຕະຫຼາດໄຟຟ້າພາກໃຕ້ຂອງຈີນ.

ຕໍ່ໄປ, ຈີນ ແລະ ລາວ ຈະປັບປຸງການຄວບຄຸມຮ່ວມຂອງເຄືອຂ່າຍໄຟຟ້າ, ການດຳເນີນງານ ແລະ ບຳລຸງຮັກສາຂ້າມຊາຍແດນ, ການຊື້-ຂາຍໄຟຟ້າ ແລະ ກົນໄກຮັບມືສຸກເສີນ. ທັງສອງຝ່າຍຈະຄ່ອຍໆເພີ່ມຂະໜາດການສົ່ງໄຟຟ້າສີຂຽວ ແລະ ຊຸກຍູ້ການຮ່ວມມືດ້ານພະລັງງານສະອາດໃນພາກພື້ນລ້ານຊ້າງ-ແມ່ນ້ຳຂອງ.