中文 English {{ activeLangText || 'Languages' }} {{ item.text }}
ປ່າຝົນ, ພູຊາ, ແສງໄຟໃນບ້ານເຜົ່າໄຕລື້: ອີກວິທີໜຶ່ງໃນການທ່ອງທ່ຽວຢຸນນານ
ເນື້ອຫາ

ປ່າຝົນ, ພູຊາ, ແສງໄຟໃນບ້ານເຜົ່າໄຕລື້: ອີກວິທີໜຶ່ງໃນການທ່ອງທ່ຽວຢຸນນານ

分享到Facebook

ຕອນກາງເວັນຍ່າງເຂົ້າໄປໃນປ່າຝົນເພື່ອຟັງສຽງລົມພັດເບົາໆ, ຕອນບ່າຍໄປທີ່ພູຊາເພື່ອອັດຊາທີ່ດີໜຶ່ງກ້ອນ, ຕອນແລງຊິມກາເຟຊົມຕາເວັນຕົກດິນຢ່າງຊ້າໆຢູ່ແຄມແມ່ນ້ຳລ້ານຊ້າງ, ເມື່ອເຂົ້າສູ່ຍາມຄ່ຳຄືນນຸ່ງຊຸດເຜົ່າໄຕລື້ດ້າວຢືນຢ່າງສະ
ຫງົບພາຍໃຕ້ແສງດາວທີ່ສ່ອງສະຫວ່າງ, ພໍຮອດຕອນເຊົ້າຂຶ້ນລົດໄຟຄວາມໄວສູງມຸ່ງໜ້າສູ່ວຽງຈັນເພື່ອຊິມລົດຊາດເຝີທີ່ເປັນເອກະລັກ.

ໃນໄລຍະວັນພັກບຸນສະເຫຼີມສະຫຼອງວັນຊາດຈີນປີ 2026, ເມືອງສິບສອງພັນນາ ໄດ້ຕ້ອນຮັບນັກທ່ອງທ່ຽວທັງໝົດ 96.10 ໝື່ນເທື່ອຄົນ, ມູນຄ່າການໃຊ້ຈ່າຍໃນການທ່ອງທ່ຽວທັງໝົດສູງເຖິງ 1,105 ຕື້ຢວນ; ການທ່ອງທ່ຽວແບບກຸ່ມຫຼຸດລົງ 18.1% ເມື່ອທຽບກັບປີຜ່ານມາ, ໃນຂະນະທີ່ກຸ່ມທ່ອງທ່ຽວຂະໜາດນ້ອຍແບບທ່ຽວຊື່ໆ, ການທ່ອງທ່ຽວແບບກຳນົດເອງສຳລັບຄອບຄົວ ແລະ ການທ່ຽວຊົມເພື່ອການຮຽນຮູ້ໃນປ່າຝົນ ມີອັດຕາສ່ວນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍກຸ່ມນັກທ່ອງທ່ຽວອາຍຸລະຫວ່າງ 18 ຫາ 45 ປີ ມີອັດຕາສ່ວນ 86.37%, ແລະ ນັກທ່ອງທ່ຽວແບບອິດສະຫຼະໄດ້ກາຍມາເປັນກຸ່ມຫຼັກຂອງຕະຫຼາດ.

ການຍົກລະດັບຜະລິດຕະພັນ: ປ່ຽນຊັບພະຍາກອນໃຫ້ກາຍເປັນສະຖານທີ່ສ້າງປະສົບການໃຫ້ແກ່ນັກທ່ອງທ່ຽວ

ເມືອງໄຫຊຸກຍູ້ການຍົກລະດັບຄຸນນະພາບຂອງ "ພູຊາ + ການທ່ອງທ່ຽວວັດ
ທະນະທຳ", ນັກທ່ອງທ່ຽວທີ່ເຂົ້າມາໃນພູບໍ່ແມ່ນພຽງແຕ່ການຊື້ຊາແລ້ວອອກໄປເທົ່ານັ້ນ, ແຕ່ແມ່ນການສຳຜັດປະສົບການແບບຈົມດິ່ງດ້ວຍການຍ່າງປ່າໃນສວນຊາພັນປີ, ຕິດຕາມຊາວກະສິກອນເກັບຊາ ແລະ ປຸງແຕ່ງຊາ, ພັກເຊົາໃນບ້ານທີ່ມີເອກະລັກ, ແລະ ລ້ອມວົງກອງໄຟເພື່ອຊິມຂະໜົມຊາແຜ່ນທີ່ເຮັດເອງ. ຮອດທ້າຍປີຜ່ານມາ, ມູນຄ່າການຜະລິດລວມຂອງອຸດສາຫະກຳຊາໃນເມືອງໄຫ ມີມູນຄ່າຫຼາຍກວ່າ 35 ຕື້ຢວນ, ມີຜູ້ທີ່ກ່ຽວຂ້ອງກັບການຜະລິດຊາ 280,000 ຄົນ. ພູຊາພັນປິ ບ້ານນົ້ງ ບ້ານບູຮານ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 100,000 ຄົນ ນັບຕັ້ງແຕ່ປີຜ່ານມາ, ໂດຍລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີຂອງບ້ານແມ່ນປະມານ 140,000 ຢວນ.

ຕະຫຼາດນັດເກົ້າທາດສິບສອງບ້ານ (ກາວຈວງຊີຊວງຈິ່ງ) ໄດ້ລວມເອົາຮູບ
ແບບທຸລະກິດ ເຊັ່ນ: ບັນຍາກາດລົມພັດຄ່ອຍໆ ແລະ ຕາເວັນຕົກດິນ, ຮ້ານກາເຟແຄມຝັ່ງແມ່ນ້ຳ, ດົນຕີສະໄໝໃໝ່, ການຖ່າຍຮູບໃນຊຸດປະຈຳຊົນເຜົ່າໄຕລື້, ແລະ ງານຝີມືມໍລະດົກທາງວັດທະນະທຳນາມມະທຳ ເພື່ອສ້າງບັນຍາກາດການບໍລິໂພກຍາມຄ່ຳຄືນແບບຈົມດິ່ງ ຕັ້ງແຕ່ຕອນແລງຈົນເຖິງເດິກ. ໃນໄລຍະເກືອບໜຶ່ງປີຜ່ານມາ, ບ້ານມານເຫີນາ ທີ່ຢູ່ອ້ອມຂ້າງ ມີຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ 261% ເມື່ອທຽບກັບປີຜ່ານມາ.

ແຫຼ່ງທ່ອງທ່ຽວເກົ່າແກ່ກໍກຳລັງປ່ຽນແນວຄິດ: ສວນພືດເຂດຮ້ອນໄດ້ເຮັດໃຫ້ລາຍການການຊົມປ່າຝົນຍາມຄໍ່າຄືນ "ເງົາສະທ້ອນຂອງອູລານ" ກາຍເປັນກິດ
ຈະກຳປະຈຳ; ສວນມານທິງໄດ້ເພີ່ມການສະແດງແສງສີສຽງ "ທ່ຽວຊົມຍາມຄ່ຳຄືນຂອງພະເຈົ້າໄຕລື້"; ສວນດອກໄມ້ເຂດຮ້ອນໄດ້ສ້າງເຂດຖ່າຍຮູບ "ສວນໂມເນ" ແລະ "ທະເລຊາຍຕົ້ນຕານ"; ສວນໄຕລື້ໄດ້ສືບຕໍ່ສ້າງຜະລິດຕະພັນຫຼັກ "ບຸນກຸດສົງການຫົດນໍ້າທຸກມື້".

ການສ້າງຄວາມເຂັ້ມແຂງໃຫ້ແກ່ເສັ້ນທາງ: ທາງລົດໄຟ ລາວ-ຈີນ ກາຍເປັນ "ຫ້ອງຮັບແຂກ" ແບບເຄື່ອນທີ່

ມາຮອດວັນທີ 9 ຕຸລາ 2026, ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານສະສົມທັງໝົດຫຼາຍກວ່າ 80 ລ້ານຄົນ; ໄດ້ເປີດເປີດບໍລິການລົດໄຟໂດຍສານສາ
ກົນສະສົມທັງໝົດ 3,913 ຂະບວນ, ອຳນວຍການບໍລິການໃຫ້ແກ່ຜູ້ໂດຍສານທີ່ຂ້າມຊາດຈຳນວນ 950,000 ເທື່ອຄົນທີ່ມາຈາກ 120 ກວ່າປະເທດ ແລະ ເຂດ
ແຄວ້ນ. ນັບຕັ້ງແຕ່ຕົ້ນປີນີ້ເປັນຕົ້ນມາ, ມີຜູ້ໂດຍສານຂ້າມຊາດ 270,000 ເທື່ອຄົນ, ເພີ່ມຂຶ້ນ 36.6% ເມື່ອທຽບໃສ່ປີຜ່ານມາ. ໄລຍະເວລາເດີນທາງທີ່ໄວທີ່ສຸດຈາກຄຸນໝິງ ຫາ ນະຄອນຫຼວງວຽງຈັນ ແມ່ນ 9 ຊົ່ວໂມງ 36 ນາທີ, ແລະ ການຜ່ານດ່ານທາງລົດໄຟ ບໍ່ຫານ ໄດ້ຖືກຫຼຸດຜ່ອນເວລາລົງເຫຼືອ 50 ນາທີ.

ໃນໄລຍະວັນຊາດຂອງຈີນ, ດ່ານສາກົນບໍ່ຫານ ໄດ້ກວດກາ ແລະ ປ່ອຍຜ່ານຜູ້ໂດຍສານທີ່ເດີນທາງເຂົ້າ-ອອກເມືອງ ຈາກ 31 ປະເທດ ແລະ ເຂດແຄ້ວນ ເກືອບ 7,000 ເທື່ອຄົນ, ໃນນັ້ນ ຊາວຕ່າງປະເທດທີ່ເຂົ້າມາໂດຍຍົກເວັ້ນວີຊາຜ່ານແດນ ມີອັດຕາສ່ວນຫຼາຍກວ່າ 58%.

ຍົກລະດັບຄຸນນະພາບການບໍລິການ: ແກ້ໄຂຄຳຮ້ອງຂອງນັກທ່ອງ
ທ່ຽວຢູ່ໜ້າວຽກຕົວຈິງ

ກິ່ງແຂວງສິບສອງພັນນາໄດ້ຈັດຕັ້ງປະຕິບັດການປາບປາມການທ່ອງທ່ຽວລາຄາຖືກທີ່ບໍ່ສົມເຫດສົມຜົນຢ່າງເຂັ້ມງວດ, ຈຸດຮັບຄຳຮ້ອງຂອງນັກທ່ອງທ່ຽວໄດ້ກວມເອົາທຸກເຂດທ່ອງທ່ຽວລະດັບ A, ແລະ ໄດ້ຈັດຕັ້ງປະຕິບັດລະບົບການຄວບ
ຄຸມຄຸ້ມຄອງ 1 ສູນ 9 ລະບຽບ ຂອງຕະຫຼາດວັດທະນະທຳ ແລະ ການທ່ອງທ່ຽວຢ່າງເຂັ້ມງວດ. ໃນໄລຍະພັກວັນຊາດປີນີ້, ໄດ້ມີການຈັດຕັ້ງຈຸດບໍລິການອາສາສະໝັກທັງໝົດ 195 ແຫ່ງ, ໂດຍມີອາສາສະໝັກຜັດປ່ຽນກັນປະຈຳການທັງໝົດ 648 ເທື່ອຄົນ.