中文 English {{ activeLangText || 'Languages' }} {{ item.text }}
ໄມ້ໄຜ່ລຳໜຶ່ງຂອງເມືອງເວີຍຊິນ, ຈະສາມາດສ້າງຕ່ອງໂສ້ການຜະລິດທີ່ສ້າງຄວາມຮັ່ງມີໃຫ້ແກ່ປະ ຊາຊົນໄດ້ແນວໃດ?
ຂ່າວ > ເນື້ອຫາ

ໄມ້ໄຜ່ລຳໜຶ່ງຂອງເມືອງເວີຍຊິນ, ຈະສາມາດສ້າງຕ່ອງໂສ້ການຜະລິດທີ່ສ້າງຄວາມຮັ່ງມີໃຫ້ແກ່ປະ ຊາຊົນໄດ້ແນວໃດ?

分享到Facebook

ໃນປັດຈຸບັນແມ່ນໄລຍະລະດູເກັບກ່ຽວໜໍ່ໄມ້ໄຜ່ສີ່ຫຼ່ຽມ, ຢູ່ພາຍໃນປ່າໄມ້ໄຜ່ສີ່ຫຼ່ຽມທີ່ປູກເປັນຜືນປ່າທີ່ເມືອງເວີຍຊິນຂອງນະຄອນຈ່າວທົງແຂວງຢຸນນານ, ຊາວກະສິກອນຜູ້ປູກໄຜ່ເອົາໜໍ່ໄມ້ໄດ້ເຂົ້າປ່າເພື່ອເກັບກ່ຽວໜໍ່ໄຜ່, ໃນຂະນະທີ່ຜູ້ຮັບຊື້ໄດ້ຕັ້ງຈຸດຮັບສິນຄ້າ ແລະ ຊຳລະເງິນໃຫ້ໃນທັນທີຢູ່ສະຖານທີ່ນັ້ນ.

ໄຜ່ສີ່ຫຼ່ຽມແມ່ນອຸດສາຫະກຳຫຼັກຂອງນະໂຍບາຍ "ໜຶ່ງເມືອງ ໜຶ່ງອຸດສາຫະ
ກຳ" ຂອງເມືອງເວີຍຊິນ, ເຊິ່ງຈະອອກໜໍ່ໃນໄລຍະເດືອນ ກັນຍາ ຫາ ຕຸລາ ຂອງທຸກປີ, ເພື່ອຕື່ມເຕັມຊ່ອງວ່າງຂອງຕະຫຼາດໜໍ່ໄຜ່ສົດໃນລະດູໃບໄມ້ຫຼົ່ນ. ຊັບພະຍາກອນໄຜ່ທົ່ວເມືອງມີເນື້ອທີ່ 37780 ເຮັກຕາ, ໃນນັ້ນມີໄຜ່ສີ່ຫຼ່ຽມຄຸນນະພາບສູງຫຼາຍກວ່າ 23333 ເຮັກຕາ, ກວມເອົາຫຼາຍກວ່າ 51000 ຄອບຄົວ ແລະ ປະຊາ
ກອນຫຼາຍກວ່າ 2 ແສນຄົນ.

ອີງໃສ່ເຕັກນິກການປູກຝັງປ່າໄມ້ໄຜ່ທີ່ມີປະສິດທິພາບ, ຜົນຜະລິດ ແລະ ຄຸນ
ນະພາບຂອງໜໍ່ໄຜ່ໄດ້ເພີ່ມຂຶ້ນໃນທຸກໆປີ, ຈຸດຮັບຊື້ໃນລະດັບບ້ານໄດ້ເຊື່ອມຕໍ່ "ກິ
ໂລແມັດສຸດທ້າຍ" ໃນການນຳສົ່ງໜໍ່ໄຜ່ສົດອອກຈາກພູ. ໃນໄລຍະທີ່ໃຫ້ຜົນຜະລິດສູງສຸດ, ຜົນຜະລິດສະເລ່ຍຕໍ່ເຮັກຕາແມ່ນປະມານ 6 ໂຕນ, ປີນີ້ລາຄາຮັບຊື້ແມ່ນ 10 ຢວນຕໍ່ກິໂລກຣາມ, ຫຼັງຈາກການເກັບກ່ຽວໜໍ່ໄຜ່ແບບລວມສູນແລ້ວ ຈະມີໂຮງງານປຸງແຕ່ງຈາກແຂວງເສສວນມາຮັບໄປ, ເພື່ອປຸງແຕ່ງເປັນຜະລິດຕະພັນໜໍ່ໄຜ່ປະເພດຕ່າງໆ.

ເມືອງເວີຍຊິນ ໄດ້ສືບຕໍ່ສົ່ງເສີມເຕັກນິກການປູກຝັງລະບົບນິເວດໜໍ່ໄຜ່,
ຮຽກຮ້ອງໃຫ້ມີການເກັບກ່ຽວໜໍ່ໄຜ່ຕາມຫຼັກວິທະຍາສາດ, ເພື່ອບັນລຸຜົນປະ
ໂຫຍດຮ່ວມກັນທັງສາມຝ່າຍ ຄື: ການປົກປັກຮັກສາລະບົບນິເວດ, ການເພີ່ມລາຍໄດ້ໃຫ້ປະຊາຊົນ ແລະ ການພັດທະນາອຸດສາຫະກຳ.