ໃນຄ່ຳວັນທີ 8 ຕຸລາ, ທີ່ສູນກິລາເມືອງໄຄຢວນແຂວງຢຸນນານ, ໄດ້ຈັດການແຂ່ງຂັນຮອບຊິງຊະນະເລີດຂອງການແຂ່ງຂັນບານເຕະລະຫວ່າງໂຮງຮຽນມັດທະ
ຍົມຕອນປາຍໃນເມືອງໄຄຢວນ ຄັ້ງທີ 1 ປະຈຳປີ 2026 . ທີມໂຮງຮຽນມັດທະຍົມເລກ 1 ໄຄຢວນ ແລະ ທີມໂຮງຮຽນມັດທະຍົມເລກ 4 ໄຄຢວນ ແຂ່ງຂັນຈົບລົງດ້ວຍຄະແນນສະເໝີກັນ 2:2 ໃນເວລາປົກກະຕິ, ແລະ ໃນການຍິງປະຕູທີ່ຈຸດໂທດ ທີມໂຮງຮຽນມັດທະຍົມ 4 ໄຄຢວນ ໄດ້ຊະນະໄປ 8:7 ແລະ ຄວ້າແຊ້ມໄປໄດ້. ມີຄູ ແລະ ນັກຮຽນເກືອບ 11,000 ຄົນ ມາເບິ່ງການແຂ່ງຂັນ, ເຮັດໃຫ້ສະໜາມເຕັມໄປດ້ວຍຜູ້ຄົນ.
ບານເຕະໄຄຢວນໄດ້ຮັບການສືບທອດມາເປັນເວລາຮ້ອຍປີ. ທ້ອງຖິ່ນໄດ້ນຳເອົາຫຼັກສູດບານເຕະເຂົ້າໃນການບໍລິການຫຼັງເລີກຮຽນຂອງໂຮງຮຽນປະຖົມ ແລະ ມັດທະຍົມ, ເຊື່ອມໂຍງລະບົບການແຂ່ງຂັນສາມລະດັບ ຄື: ການແຂ່ງຂັນພາຍໃນໂຮງຮຽນ, ລີກລະດັບໂຮງຮຽນ ແລະ ການຄັດເລືອກລະດັບເມືອງ, ເພື່ອເຮັດໃຫ້ບານເຕະກາຍເປັນສ່ວນສຳຄັນຂອງການຈັດການສຶກສາທີ່ມີຄວາມແຕກຕ່າງຂອງໂຮງຮຽນມັດທະຍົມຕອນປາຍ.
ໃນປັດຈຸບັນ, ມີໂຮງຮຽນ 27 ແຫ່ງໃນທົ່ວເມືອງ ທີ່ໄດ້ຮັບການຄັດເລືອກໃຫ້ເປັນໂຮງຮຽນທີ່ມີເອກະລັກດ້ານກິລາບານເຕະໃນໂຮງຮຽນລະດັບຊາດ, ໃນໄລຍະເກືອບສິບປີຜ່ານມາ ມີການແຂ່ງຂັນລະຫວ່າງໂຮງຮຽນຫຼາຍກວ່າ 4,000 ນັດ, ໂດຍມີນັກຮຽນເຂົ້າຮ່ວມເກືອບ 30,000 ຄົນ. ເມືອງໄຄຢວນ ໄດ້ຮັບການຍ້ອງຍໍໃຫ້ເປັນຖານຝຶກສ້າງນັກກິລາສຳຮອງລະດັບຊາດ ແລະ ເມືອງທົດລອງດ້ານກິລາບານ
ເຕະໃນໂຮງຮຽນສຳລັບເຍົາວະຊົນລະດັບຊາດ ຕາມລຳດັບ.