中文 English {{ activeLangText || 'Languages' }} {{ item.text }}
ຊອກຫາ "ລະຫັດ" ຂອງການຢູ່ຮ່ວມກັນຢ່າງກົມ ກຽວລະຫວ່າງຄົນ ແລະ ຊ້າງ, ນາງໄດ້ເຕີບໃຫຍ່ຂຶ້ນພ້ອມກັບຊ້າງອາຊີ
ເນື້ອຫາ

ຊອກຫາ "ລະຫັດ" ຂອງການຢູ່ຮ່ວມກັນຢ່າງກົມ ກຽວລະຫວ່າງຄົນ ແລະ ຊ້າງ, ນາງໄດ້ເຕີບໃຫຍ່ຂຶ້ນພ້ອມກັບຊ້າງອາຊີ

分享到Facebook

ວັນທີ 4 ຕຸລາ ແມ່ນ "ວັນສັດໂລກ", ໃນປ່າຝົນເຂດຮ້ອນຂອງຢຸນນານ, ມີຫຼາຍຄົນທີ່ໃຊ້ຊີວິດຢູ່ຮ່ວມກັບສັດປ່າຕະຫຼອດປີ, ນາງ ທັງ ຢົງຈິງ  ວິສະວະກອນ ຈາກສູນວິໄຈຊ້າງອາຊີ ຂອງກົມປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນ ກໍແມ່ນໜຶ່ງໃນນັ້ນ.

ຈາກການຮຽນວິຊາເຕັກໂນໂລຊີຊີວະພາບ ທີ່ມະຫາວິທະຍາໄລຢຸນນານ, ມາ
ເຖິງການເລືອກຂະແໜງການວິໄຈສັດປ່າໃນໄລຍະຮຽນປະລິນຍາໂທ, ຈົນກາຍມາເປັນນັກວິໄຈທີ່ທຸ້ມເທໃຫ້ກັບການອະນຸລັກຊ້າງອາຊີມາເກືອບສິບປີ, ບໍ່ວ່າຈະເປັນການສຶກສາ, ການລົງປະຕິບັດຕົວຈິງໃນປ່າ, ຫຼື ການສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ໃນເສັ້ນທາງສາຍນີ້ ນາງ ທັງ ຢົງຈິງ ໄດ້ຄຽງຄູ່ກັບຊ້າງອາຊີມາໂດຍຕະຫຼອດ, ຜ່ານການເດີນທາງບຸກບືກໃນປ່າຫຼາຍຄັ້ງຫຼາຍຄາວ ແລະ ການສັງເກດການໃນສະຖານ
ທີ່ຊ່ວຍເຫຼືອຊ້າງອາຊີໃນແຕ່ລະຄັ້ງ, ເພື່ອຄົ້ນຫາ “ລະຫັດ” ຂອງການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນ ແລະ ຊ້າງ, ພ້ອມທັງຊອກຫາເປົ້າໝາຍໃນຊີວິດຂອງຕົນເອງ.

“ການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນ ແລະ ຊ້າງ, ພວກເຮົາຄວນຈະເຮັດແນວໃດກັນແທ້?”

ນາງ ທັງຢົງຈິງ  ຜູ້ທີ່ເຕີບໃຫຍ່ຂຶ້ນມາໃນເຂດພູດອຍຕັ້ງແຕ່ຍັງນ້ອຍ, ມີຄວາມສົນໃຈຢ່າງເລິກເຊິ່ງໃນວິຊາຊີວະວິທະຍາສະເໝີມາ. ຫຼັງຈາກສອບເສັງເຂົ້າມະຫາວິທະຍາໄລ, ນາງໄດ້ເຂົ້າຮຽນໃນສາຂາເຕັກໂນໂລຊີຊີວະພາບ ທີ່ມະຫາວິທະຍາໄລຢຸນນານ. ໃນໄລຍະການສຶກສາລະດັບປະລິນຍາໂທ, ນາງ ທັງຢົງຈິງ  ໄດ້ເລືອກຂະ
ແໜງສັດຕະວິທະຍາ ແລະ ທຸ່ມເທຄວາມພະຍາຍາມໃຫ້ກັບການຄົ້ນຄວ້າກ່ຽວກັບ
ຊ້າງອາຊີ.

ຫຼັງຈາກຈົບການສຶກສາ, ນາງໄດ້ເຂົ້າເຮັດວຽກຢູ່ສູນວິໄຈຊ້າງອາຊີ ຂອງກົມປ່າ
ໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນ, ເພື່ອທຸ້ມເທຕົນເອງໃຫ້ກັບການປະຕິບັດງານປົກປັກຮັກສາໃນພື້ນທີ່ຕົວຈິງ. ແຕ່ເນື່ອງຈາກຂອບເຂດການວິໄຈກ່ຽວກັບຊ້າງອາຊີມີຄວາມກວ້າງຂວາງຫຼາຍ, ນາງ ທັງຢົງຈິງ ຈະເລືອກທິດທາງສະເພາະແນວໃດ? ປະ
ສົບການຄັ້ງໜຶ່ງຢູ່ພູຊາ ເມືອງຫາຍ ໄດ້ໃຫ້ຄຳຕອບແກ່ນາງ. ໃນຂະນະທີ່ກຳລັງຕິດ|
ຕາມຝູງຊ້າງ, ມີຜູ້ເຖົ້າຄົນໜຶ່ງໄດ້ເຂົ້າປ່າໄປເກັບຊາ, ເຊິ່ງໃນເວລານັ້ນ  ຝູງຊ້າງໄດ້ເຄື່ອນທີ່ເຂົ້າມາໃກ້ທາງດ້ານຫຼັງຂອງພູຊາຢ່າງງຽບໆ, ແຕ່ບໍ່ວ່າພະນັກງານຈະຮ້ອງເຕືອນແນວໃດ,ແມ່ເຖົ້າກໍຍັງບໍ່ຍອມອອກຈາກບໍລິເວນນັ້ນ. ປາກົດວ່າແມ່ເຖົ້າຫູ
ໜວກ, ຕໍ່ມາເມື່ອແມ່ເຖົ້າແລ່ນລົງມາຈາກເນີນພູ, ນາງ ທັງຢົງຈິງ ໄດ້ຊ່ວຍແບກໃບຊາ ແລະ ພາເພິ່ນກັບຄືນສູ່ເຂດທີ່ປອດໄພ. ເຫດການທີ່ໜ້າຕື່ນເຕັ້ນນີ້ ໄດ້ເຮັດໃຫ້ນາງເລີ່ມຄິດວ່າ: "ການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນ ແລະ ຊ້າງ, ພວກເຮົາຄວນຈະເຮັດແນວໃດກັນແທ້?"

“ຖ້າຮັກແທ້, ກໍຈະສາມາດອົດທົນສູ້ຕໍ່ໄປໄດ້”

ໃນໄລຍະສິບປີຜ່ານມາທີ່ໄດ້ລົງເຮັດວຽກຕົວຈິງໃນພື້ນທີ່,ນາງ ທັງຢົງຈິງ ໄດ້ມີສ່ວນຮ່ວມໃນວຽກງານທີ່ສຳຄັນຫຼາຍດ້ານ ເຊັ່ນ: ການສຳຫຼວດຊ້າງອາຊີແບບພ້ອມ
ກັນທົ່ວປະເທດຈີນ, ການຕິດຕາມກວດກາຝູງຊ້າງຂ້າມຊາຍແດນ ລາວ-ຈີນ,ແລະ
ການສຶກສາສາຍພັນທາງກຳມະພັນຂອງຊ້າງທີ່ຖືກລ້ຽງໃນທົ່ວປະເທດຈີນ. ທີ່ແຕກ
ຕ່າງຈາກການສຶກສາທາງທິດສະດີໃນຫ້ອງທົດລອງ, ການວິໄຈທາງວິທະຍາສາດທີ່ນາງດຳເນີນນັ້ນ ແມ່ນສອດຄ່ອງຢ່າງໃກ້ຊິດກັບຄວາມຕ້ອງການຕົວຈິງໃນການຄຸ້ມຄອງ ແລະ ການປົກປັກຮັກສາ ເພື່ອມຸ່ງໝັ້ນຫຼຸດຜ່ອນຄວາມຂັດແຍ່ງລະ
ຫວ່າງຄົນກັບຊ້າງ; ພ້ອມດຽວກັນນັ້ນ, ທີມງານຂອງນາງຍັງໄດ້ຮັບຜິດຊອບວຽກ
ງານສະໜັບສະໜູນທາງດ້ານເຕັກນິກໃນການສ້າງຕັ້ງສວນສາທາລະນະແຫ່ງຊາດຊ້າງອາຊີ ແລະ ມີສ່ວນຮ່ວມໃນການວາງແຜນປັບປຸງຂອບເຂດຂອງສວນສາທາ
ລະນະແຫ່ງຊາດດັ່ງກ່າວ.

“ການກຳນົດຂອບເຂດພື້ນທີ່ຄັດເລືອກສຳລັບສວນສາທາລະນະແຫ່ງຊາດຊ້າງອາຊີ ແມ່ນບັນຫາທີ່ສັບສົນ ແລະ ຍາກລຳບາກ.” ນາງ ທັງ ຢົງຈິງ ໄດ້ແນະນຳວ່າ, ໃນເຂດສິບສອງປັນນາ ແມ່ນເຕັມໄປດ້ວຍພືດເສດຖະກິດເຂດຮ້ອນ ເຊັ່ນ ຢາງພາລາ, ໃນຂະນະທີ່ທີ່ຢູ່ອາໄສຂອງຊ້າງມີສະພາບແຕກແຍກຢ່າງຮຸນແຮງ, ມີຂອບເຂດການເຄື່ອນໄຫວທີ່ກວ້າງຂວາງ ແລະ ມີການຍົກຍ້າຍຖິ່ນຖານຕະຫຼອດປີ. ການກຳນົດຂອບເຂດສວນສາທາລະນະແຫ່ງຊາດ ຕ້ອງພະຍາຍາມລວມເອົາເຂດເຄື່ອນໄຫວຂອງຝູງຊ້າງໃຫ້ໄດ້ຫຼາຍທີ່ສຸດ, ແຕ່ພ້ອມດຽວກັນນັ້ນ ກໍຕ້ອງບໍ່ໃຫ້ສົ່ງຜົນກະທົບຕໍ່ການພັດທະນາຂອງຊຸມຊົນທ້ອງຖິ່ນ. ຊ້າງບໍ່ຮັບຮູ້ເຖິງຂອບເຂດຂອງສວນສາທາລະນະທີ່ມະນຸດກຳນົດຂຶ້ນ, ເຮັດໃຫ້ວຽກງານໃນຂັ້ນຕອນຕໍ່ໄປຕ້ອງປະ
ເຊີນກັບສິ່ງທ້າທາຍຫຼາຍປະການ, ທີມງານວິໄຈຈຶ່ງສາມາດນຳໃຊ້ວິທີການປັບປຸງທີ່ຢູ່ອາໄສ ແລະ ການສ້າງແຫຼ່ງອາຫານ ເພື່ອພະຍາຍາມນຳພາຊ້າງໃຫ້ກັບຄືນສູ່ປ່າ ແລະ ຫຼຸດຜ່ອນຄວາມຖີ່ໃນການທີ່ຝູງຊ້າງເຂົ້າໄປໃນເນື້ອທີ່ການກະສິກຳ.

“ທັງສອງຝ່າຍມີອະນາຄົດ, ຕ່າງຝ່າຍຕ່າງສາມາດໄດ້ຮັບຜົນປະໂຫຍດຮ່ວມກັນ, ນັ້ນຈຶ່ງແມ່ນຄວາມໝາຍຂອງການປົກປ້ອງ”

“ຢູ່ເມືອງຫາຍ ມີຊ້າງໂຕໜຶ່ງຊື່ວ່າ ‘ອ້າຍໃຫຍ່’, ມັນຈະສັ່ງສອນຊ້າງນ້ອຍທີ່ຂີ້ດື້, ຖ້າມັນຢູ່, ຊ້າງນ້ອຍເຫຼົ່ານີ້ກໍຈະເຊື່ອຟັງຂຶ້ນຫຼາຍ.” ສຳລັບ ນາງ ທັງ ຢົງຈິງແລ້ວ, ສັດຍັກໃຫຍ່ໃນປ່າຝົນເຫຼົ່ານີ້ຄ່ອຍໆກາຍມາເປັນຄືກັບໝູ່ເກົ່າ. ນາງຍັງໄດ້ເຮັດໃຫ້ເປົ້າໝາຍໃນຊີວິດຂອງຕົນເອງຊັດເຈນຂຶ້ນ ຜ່ານຊ້າງອາຊີແຕ່ລະໂຕທີ່ມີບຸກຄະ
ລິກທີ່ໂດດເດັ່ນ.

ເມື່ອຫວນຄືນເບິ່ງເສັ້ນທາງການສຶກສາ ແລະ ການເຮັດວຽກ, ນາງ ທັງຢົງຈິງ ໄດ້ກ່າວຢ່າງຈິງໃຈວ່າ ຫຼັງຈາກທີ່ໄດ້ທຸ້ມເທຕົວເອງໃຫ້ກັບວຽກງານການອະນຸລັກຊ້າງອາຊີ, ເມື່ອເຫັນວ່າແຜນການຄົ້ນຄວ້າຂອງຕົນເອງສາມາດສົ່ງຜົນກະທົບໂດຍກົງຕໍ່ຊ້າງໃນປ່າຝົນ ແລະ ຍັງກ່ຽວພັນກັບຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງ
ຖິ່ນ, ນາງຈຶ່ງຄ່ອຍໆຄົ້ນພົບເປົ້າໝາຍຂອງຊີວິດ.

ດ້ວຍການເຮັດວຽກຢູ່ເຂດປ້ອງກັນເປັນເວລາດົນນານ, ໃນປັດຈຸບັນ ນາງ ທັງ ຢົງຈິງ ມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນກ່ຽວກັບຄຳວ່າ "ການປ້ອງກັນ". ນາງ ທັງ ຢົງຈິງ ກ່າວວ່າ: "ສິ່ງທີ່ພວກເຮົາຕ້ອງເຮັດ ບໍ່ແມ່ນພຽງແຕ່ປ້ອງກັນຊ້າງເທົ່ານັ້ນ, ແຕ່ຍັງຕ້ອງປ້ອງກັນຜູ້ຄົນທີ່ນີ້ດ້ວຍ." ການປ້ອງກັນ ບໍ່ແມ່ນການຮຽກຮ້ອງໃຫ້ປະ
ຊາຊົນໃນທ້ອງຖິ່ນຍອມຖອຍຫຼັງພຽງຢ່າງດຽວ, ແຕ່ຄວາມໝາຍທີ່ແທ້ຈິງຂອງການປ້ອງກັນ ຄືການທີ່ທັງສອງຝ່າຍສາມາດໄດ້ຮັບຜົນປະໂຫຍດຮ່ວມກັນໃນອະ
ນາຄົດ.

ເມື່ອເວົ້າເຖິງອະນາຄົດ, ການສືບຕໍ່ທຸ້ມເທໃນການອະນຸລັກຊ້າງອາຊີແມ່ນສິ່ງທີ່ ນາງ ທັງ ຢົງຈິງ ຍຶດໝັ້ນສະເໝີມາ. ນາງໄດ້ກຳນົດເປົ້າໝາຍໃຫ້ຕົນເອງສອງປະ
ການ: ໜຶ່ງແມ່ນຫວັງວ່າຈະສາມາດສ້າງຜົນງານທາງວິຊາການໃນຂົງເຂດຊ້າງອາຊີໃຫ້ໄດ້ຫຼາຍຂຶ້ນ ເພື່ອຝາກຮ່ອງຮອຍການຄົ້ນຄວ້າຂອງຕົນເອງໄວ້; ສອງແມ່ນຫວັງວ່າຈະໄດ້ປະກອບສ່ວນກຳລັງຂອງຕົນໃນການຫຼຸດຜ່ອນຄວາມຂັດແຍ່ງລະຫວ່າງຄົນກັບຊ້າງ.