

ນັກຂ່າວໄດ້ຮັບຂ່າວຈາກດ່ານພາສີຄຸນໝິງວ່າ, ນັບຕັ້ງແຕ່ທາງລົດໄຟ ລາວ-ຈີນ ເປີດໃຫ້ບໍລິການເປັນຕົ້ນມາ, ໄດ້ຂົນສົ່ງສິນຄ້ານຳເຂົ້າ ແລະ ສົ່ງອອກແລ້ວຫຼາຍກວ່າ 20,77 ລ້ານໂຕນ, ເຊິ່ງມີມູນຄ່າສິນຄ້າຫຼາຍກວ່າ 100,4 ຕື້ຢວນ, ຂະ
ໜາດການນຳເຂົ້າ ແລະ ສົ່ງອອກມີອັດຕາການເຕີບໃຫຍ່ສະເລ່ຍຕໍ່ປີຫຼາຍກວ່າ 24%, ກວມເອົາ 19 ປະເທດ ແລະ ເຂດແຄວ້ນ, ໂດຍມີປະເພດສິນຄ້າຫຼາຍກວ່າ 3,900 ຊະນິດ.