中文 English {{ activeLangText || 'Languages' }} {{ item.text }}
ຮອບຊິງຊະນະເລີດຂອງການແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງທີ 5 ພາຍໃຕ້ຫົວຂໍ້ສຽງເພງແຫ່ງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ສິ້ນສຸດ ລົງທີ່ນະຄອນຫຼວງວຽງຈັນ
ຂ່າວ > ເນື້ອຫາ

ຮອບຊິງຊະນະເລີດຂອງການແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງທີ 5 ພາຍໃຕ້ຫົວຂໍ້ສຽງເພງແຫ່ງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ສິ້ນສຸດ ລົງທີ່ນະຄອນຫຼວງວຽງຈັນ

分享到Facebook

ຮອບຊິງຊະນະເລີດຂອງການແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງ
ທີ 5 ພາຍໃຕ້ຫົວຂໍ້ສຽງເພງແຫ່ງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 25 ທີ່ນະຄອນຫຼວງວຽງຈັນ ປະເທດລາວ. ບັນດາເຈົ້າໜ້າທີ່ຂອງສອງປະເທດ ລາວ-ຈີນ, ຕົວແທນຈາກອົງກອນວັດທະນະທຳ ແລະ ປະຊາຊົນຈາກທຸກຊັ້ນຄົນໃນທ້ອງຖິ່ນຫຼາຍກວ່າ 700 ຄົນ ໄດ້ມາເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງເທດ
ສະການບຸນໄຫວ້ພະຈັນ ແລະ ເພີ່ມທະວີການແລກປ່ຽນທາງດ້ານວັດທະນະທຳ ແລະ ມະນຸດສຳພັນໃຫ້ເລິກເຊິ່ງຍິ່ງຂຶ້ນ.

ທ່ານ ເຕິ້ງ ລີສຽງ, ທີ່ປຶກສາຂອງສະຖານທູດຈີນ ປະຈຳ ສປປ ລາວ ໄດ້ກ່າວໃນຄຳປາໄສວ່າ, ດົນຕີແມ່ນພາສາກາງທີ່ກ້າວຂ້າມຊາຍ
ແດນຂອງຊາດ, ໃນໄລຍະ 5 ປີ ທີ່ຈັດການແຂ່ງຂັນນີ້ຂຶ້ນ ໄດ້ກາຍເປັນນາມບັດທີ່ໂດດເດັ່ນຂອງການແລກປ່ຽນວັດທະນະທຳລະຫວ່າງ ຈີນ-ລາວ, ໂດຍຫວັງວ່າກິດຈະກຳນີ້ຈະສືບຕໍ່ດຶງດູດຊາວໜຸ່ມລາວໃຫ້ເຂົ້າ
ມາທຳຄວາມຮູ້ຈັກກັບປະເທດຈີນ ແລະ ຮັກວັດທະນະທຳຈີນໃຫ້ຫຼາຍຂຶ້ນ.

ການແຂ່ງຂັນໃນຄັ້ງນີ້ໄດ້ດຶງດູດຜູ້ທີ່ມັກເພງພາສາຈີນໃນລາວຫຼາຍຮ້ອຍຄົນເຂົ້າຮ່ວມ, ໂດຍຜູ້ເຂົ້າແຂ່ງຂັນມີອາຍຸຕັ້ງແຕ່ 8 ປີ ຫາ 53 ປີ. ຫຼັງຈາກຜ່ານການຄັດເລືອກຫຼາຍຂັ້ນຕອນ, ມີຜູ້ເຂົ້າແຂ່ງຂັນທັງໝົດ 12 ຄົນ ທີ່ຜ່ານເຂົ້າຮອບຊິງຊະນະເລີດ. ຜ່ານການແຂ່ງຂັນຢ່າງດຸເດືອດ, ຜູ້ເຂົ້າແຂ່ງຂັນໝາຍເລກ 8 ທ່ານ ວິສາວັນ ແມ່ນສາ
ມາດຄວ້າລາງວັນຊະນະເລີດມາໄດ້ ດ້ວຍເພງ "ພວກເຮົາບໍ່ຄືກັນ".

ຕາມການແນະນຳຂອງ ທ່ານ ຫຼົວ ເວ້ຍຈ້ຽນ ຫົວໜ້າສູນວັດທະ
ນະທຳຈີນ ປະຈຳ ປະເທດລາວ, ເມື່ອທຽບກັບຄັ້ງຜ່ານມາ, ຜູ້ສະໝັກເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ມີຢູ່ເກືອບທຸກແຂວງຂອງລາວ, ຕັ້ງແຕ່ ນະຄອນຫຼວງວຽງຈັນ ຈົນເຖິງເມືອງເທິງພູທາງພາກເໜືອ, ຕັ້ງແຕ່ຄົນອາໄສຢູ່ແຄມແມ່ນ້ຳຂອງ ຈົນເຖິງເຂດພູພຽງທາງພາກໃຕ້, ນັກ
ຮ້ອງທີ່ມີສຳນຽງທີ່ແຕກຕ່າງກັນ ແລະ ມາຈາກຊົນເຜົ່າທີ່ຫຼາກຫຼາຍ ໄດ້ເດີນທາງມາຕາມສາຍນ້ຳດຽວກັນ. ແມ່ນ້ຳຂອງ ແລະ ແມ່ນໍ້າລ້ານ
ຊ້າງ ມີສາຍໃຍຜູກພັນກັນ, ດົນຕີເຮັດໃຫ້ຫົວໃຈເຊື່ອມໂຍງກັນ.ຄວາມ
ນິຍົມຂອງກິດຈະກຳໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມຮັກທີ່ປະ
ຊາຊົນລາວມີຕໍ່ພາສາ ແລະ ວັດທະນະທຳຈີນ.

ການແຂ່ງຂັນໃນຄັ້ງນີ້ ຈັດໂດຍສູນວັດທະນະທຳຈີນ ປະຈຳລາວ ເປັນເຈົ້າພາບ, ໂດຍມີສະພາການຄ້າຈີນ ປະຈຳລາວ ເປັນໜ່ວຍງານສະໜັບສະໜູນ. ພ້ອມກັນນັ້ນ, ໃນສະຖານທີ່ຈັດກິດຈະກຳ ຍັງໄດ້ມີ
ການຈັດງານວາງສະແດງຮູບພາບ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ການວາງສະ
ແດງວັດທະນະທຳດັ້ງເດີມຂອງຈີນໄປພ້ອມໆກັນ.