ຈາກເມືອງນ້ອຍຊາຍແດນສູ່ໜ້າດ່ານແຫ່ງການເປີດກວ້າງ: 5 ປີຫຼັງຈາກທາງລົດໄຟ ລາວ-ຈີນ ເປີດນໍາໃຊ້, ບໍ່ຫານໄດ້ປ່ຽນໂສມໜ້າໃໝ່
5 ປີຫຼັງຈາກການເປີດນຳໃຊ້ທາງລົດໄຟ ລາວ-ຈີນ, ບໍ່ຫານຂອງແຂວງຢຸນນານທີ່ເປັນເມືອງນ້ອຍແຄມຊາຍແດນທີ່ຕັ້ງຢູ່ເຂດຊາຍ
ແດນຂອງສອງປະເທດ ລາວ ແລະ ຈີນແຫ່ງນີ້, ໄດ້ປ່ຽນຈາກຈຸດປາຍຂອງການເປີດກວ້າງສູ່ພາຍນອກ ກາຍມາເປັນເຂດໜ້າດ່ານຂອງການເປີດກວ້າງທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ.

ບໍ່ຫານ ແມ່ນສະຖານີທຳອິດພາຍໃນປະເທດຂອງທາງລົດໄຟລາວ-ຈີນ, ແລະ ຍັງເປັນປະຕູເປີດກວ້າງທີ່ສຳຄັນຂອງແຂວງຢຸນນານ ຕໍ່ກັບ ສປປ ລາວ. ໃນເດືອນ ເມສາ ປີ 2022, ແຂວງຢຸນນານ ໄດ້ມີ
ການວາງແຜນຍຸດທະສາດຄັ້ງໃຫຍ່ ໂດຍໃຫ້ນະຄອນຄຸນໝິງມາຄຸ້ມ
ຄອງບໍ່ຫານຢ່າງຮອບດ້ານ, ເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນເຂດປົກຄອງຂອງນະຄອນລະດັບແຂວງ ແຫ່ງດຽວໃນທົ່ວປະເທດຈີນ ທີ່ມີທັງເສັ້ນຊາຍແດນ ແລະ ດ່ານສາກົນໃນເວລາດຽວກັນ. ໃນໄລຍະບໍ່ຈັກ
ປີຜ່ານມາ, ຢູ່ທີ່ນີ້ໄດ້ສ້າງເສັ້ນທາງໃໝ່ໃນການພັດທະນາ ຄື "ທາງລົດ
ໄຟຊຸກຍູ້ດ່ານ, ດ່ານສ້າງອຸດສາຫະກຳ, ອຸດສາຫະກຳສ້າງຄວາມຮັ່ງມີໃຫ້ປະຊາຊົນຊາຍແດນ, ແລະ ວັດທະນະທຳບໍາລຸງເຂດຊາຍແດນ".
ເດີນທາງລົງໃຕ້ຕາມເສັ້ນທາງລົດໄຟ ລາວ-ຈີນ ຈົນຮອດສະຖາ
ນີ ບໍ່ຫານ, ເຊິ່ງເປັນສະຖານີສຸດທ້າຍຂອງຕອນທາງຢູ່ປະເທດຈີນ. ຫຼັກໝາຍຊາຍແດນເລກທີ 29 ລາວ-ຈີນ ແມ່ນຈຸດທີ່ນັກທ່ອງທ່ຽວຂ້າມແດນຈຳນວນຫຼາຍນິຍົມມາຢ້ຽມຢາມ, ເຊິ່ງຝັ່ງກົງກັນຂ້າມແມ່ນເມືອງ ບໍ່ເຕັນ ຂອງປະເທດລາວ. ດ້ວຍການພົວພັນແລກປ່ຽນລະ
ຫວ່າງ ລາວ-ຈີນ ທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ່ານເກົ່າຈຶ່ງບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້ຢ່າງພຽງພໍ, ເຊິ່ງໂຄງການປັບປຸງ ແລະ ຂະຫຍາຍດ່ານ ແມ່ນກຳລັງຖືກຈັດຕັ້ງປະຕິບັດຢ່າງເປັນລະບົບ.

ການຜ່ານດ່ານທີ່ມີປະສິດທິພາບສູງແມ່ນປັດໄຈຫຼັກໃນການຊຸກ
ຍູ້ຄວາມຄຶກຄື້ນຂອງດ່ານຊາຍແດນ. ໃນ 7 ເດືອນຕົ້ນປີຂອງປີນີ້, ມູນ
ຄ່າສິນຄ້ານຳເຂົ້າ ແລະ ສົ່ງອອກ ຜ່ານທາງລົດໄຟ ລາວ-ຈີນ ມີມູນຄ່າເຖິງ 20.11 ຕື້ຢວນ, ເພີ່ມຂຶ້ນ 29.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນາງ ຕົງເໝີ ເຈົ້າໜ້າທີ່ຈາກພະແນກຄຸ້ມຄອງດ່ານລົດໄຟ ຂອງດ່ານພາສີເມືອງຫຼ້າ ໄດ້ແນະນຳວ່າ, ດ່ານພາສີໄດ້ສົ່ງເສີມມາດຕະການອຳນວຍຄວາມສະດວກ ເຊັ່ນ: "ການແຈ້ງລາຍການລ່ວງ
ໜ້າ" ແລະ "ການຜ່ານດ່ານລົດໄຟແບບດ່ວນ",
ໂດຍນຳໃຊ້ ອຸປະກອນກວດກາຄຸ້ມຄອງອັດສະລິຍະ ເຮັດໃຫ້ປະ
ສິດທິພາບໃນການຄຸ້ມຄອງໄດ້ຮັບການຍົກລະດັບໃຫ້ສູງຂຶ້ນຕື່ມອີກ.
ຜົນປະໂຫຍດຈາກການເປີດກວ້າງໄດ້ສົ່ງຜົນຕໍ່ເນື່ອງຕາມເຄືອຂ່າຍຄົມມະນາຄົມ, ເຂົ້າເຖິງຊີວິດປະຈຳວັນຂອງບ້ານຕ່າງໆຕາມຊາຍ
ແດນ. ຈາກດ່ານສາກົນບໍ່ຫານ ຂັບລົດພຽງ 20 ນາທີ ກໍຈະຮອດບ້ານຊາງກັງ, ເຊິ່ງເປັນບ້ານມີຄວາມສຸກຕາມຊາຍແດນ ທີ່ມີບັນຍາກາດວັດ
ທະນະທຳເຜົ່າໄຕລື້ອັນເຂັ້ມຂຸ້ນ, ແລະ ຍັງເປັນຕົວແທນທີ່ໂດດເດັ່ນຂອງບ້ານມີຄວາມສຸກຕາມຊາຍແດນທີ່ທັນສະໄໝທັງ 6 ແຫ່ງ ຂອງບໍ່ຫານ. ດ້ວຍການນຳໃຊ້ຮູບແບບການຮຽນຮູ້ໃນເດີ່ນບ້ານ ແລະ ວິທີ
ການອື່ນໆ, ການບໍລິຫານຈັດການຂັ້ນຮາກຖານຂອງບ້ານຕາມຊາຍ
ແດນໄດ້ຮັບການປັບປຸງໃຫ້ມີຄຸນນະພາບ ແລະ ຍົກລະດັບຂຶ້ນ, ເຮັດໃຫ້ບ້ານຕາມຊາຍແດນທີ່ເຄີຍອີງໃສ່ການປູກຢາງພາລາໃນເມື່ອກ່ອນນີ້ໄດ້
ປ່ຽນໂສມໜ້າໄປຢ່າງເຕັມທີ່.
ທ້ອງຟ້າເລີ່ມມືດລົງ, ດື່ມກາເຟເຢັນລາວຈອກໜຶ່ງ, ຍ່າງຫຼິ້ນໃນບ້ານ, ສາມາດສຳຜັດໄດ້ເຖິງສະເໜ່ຂອງບ້ານທີ່ມີຄວາມສຸກແຫ່ງຊາຍແດນ. ນັບຕັ້ງແຕ່ທາງລົດໄຟ ລາວ-ຈີນ ເປີດການນໍາໃຊ້, ຫຼາຍຄອບຄົວໄດ້ປັບປຸງຊັ້ນລຸ່ມຂອງເຮືອນໃຫ້ເປັນຮ້ານຄ້າ, ຮ້ານອາຫານລົດຊາດເຜົ່າໄຕລື້ ແລະ ບ້ານພັກກໍຄ່ອຍໆເປີດບໍລິການ. ບໍ່ພຽງແຕ່ທັດ
ສະນີຍະພາບຂອງບ້ານຈະດີຂຶ້ນເທົ່ານັ້ນ, ແຕ່ແນວຄິດໃນການພັດທະ
ນາຂອງທຸກຄົນກໍມີຄວາມຄ່ອງຕົວຂຶ້ນ. ທ່ານ ເຜິງສຽນຊູ, ສະມາຊິກທີມງານປະຈຳບ້ານຈາກນະຄອນຄຸນໝິງ ທີ່ຖືກສົ່ງມາປະຈຳການຢູ່ ບໍ່ຫານ ກ່າວວ່າ, ຊາວບ້ານໄດ້ມີການພົວພັນກັບຄົນພາຍນອກຫຼາຍຂຶ້ນ, ແນວຄິດກໍຄ່ອຍໆກ້າວທັນຍຸກສະໄໝ. ກ່ອນການບໍລິຫານຈັດການ, ລາຍໄດ້ສະເລ່ຍຕໍ່ຫົວຄົນທີ່ສາມາດຈັດສັນໄດ້ຂອງຊາວບ້ານແມ່ນ 12,000 ຢວນ, ແຕ່ປັດຈຸບັນໄດ້ເພີ່ມຂຶ້ນມາເຖິງ 24,000 ຢວນ.
ຜົນປະໂຫຍດຈາກການເປີດກວ້າງບໍ່ເຄີຍສົ່ງຜົນດີໃຫ້ແກ່ຝ່າຍດຽວ. ຢູ່ໂຮງງານຕັດຫຍິບແຫ່ງໜຶ່ງໃນເຂດສາທິດອຸດສາຫະກຳສາ
ກົນ ບໍ່ຫານ ຝັ່ງໃຕ້, ປະຊາຊົນລາວທີ່ອາໄສຢູ່ເຂດຊາຍແດນທີ່ຫາກໍ່ເຂົ້າເຮັດວຽກ ກໍາລັງຮຽນຮູ້ເຕັກນິກການຫຍິບ, ແລະ ຫຼັງຈາກຜ່ານການຝຶກອົບຮົມແລ້ວ ກໍໄດ້ເລີ່ມເຮັດວຽກຢ່າງເປັນທາງການ. ນາງ ມາ
ລີ, ກຳມະກອນລາວໃນໂຮງງານຜະລິດຂອງຫຼິ້ນແຫ່ງໜຶ່ງຂອງບໍ່ຫານ ກ່າວວ່າ, ຕົນເອງໄດ້ກາຍເປັນຫົວໜ້າກຸ່ມ ທີ່ຄຸ້ມຄອງຄົນ 28 ຄົນ, ຫຼັງຈາກຫາເງິນໄດ້ແລ້ວ ກໍຢາກໄປຮຽນຕໍ່ຢູ່ປະເທດຈີນ ເພື່ອໄປເບິ່ງທິວທັດ ແລະ ຮຽນຮູ້ວັດທະນະທຳຂອງຈີນ. ທ່ານ ຈາງ ຢວນເຊີ, ຜູ້ຮັບຜິດຊອບຝ່າຍບໍລິຫານເຂດອຸດສາຫະກຳ ແນະນຳວ່າ, ປັດຈຸບັນທົ່ວທັງເຂດອຸດສາຫະກຳມີກຳມະກອນ ແລະ ພະນັກງານບໍລິຫານຊາວລາວລວມທັງໝົດ 1,200 ກວ່າຄົນ, ເຊິ່ງໄດ້ຊ່ວຍເພີ່ມຄວາມເຂົ້າອົກເຂົ້າໃຈ ແລະ ການພົບປະແລກປ່ຽນລະຫວ່າງສອງຝ່າຍ.
ເວລາ 1 ໂມງຕອນບ່າຍ, ຂະບວນລົດໄຟຂົນສົ່ງໂດຍສານຂ້າມແດນໄດ້ເດີນທາງມາຮອດ ບໍ່ຫານ ຈາກປະເທດລາວ. ຂະບວນລົດໄຟຖ້ຽວນີ້ ອອກເດີນທາງຈາກນະຄອນຫຼວງວຽງຈັນ ປະເທດລາວ ເວລາ 9 ໂມງເຊົ້າ, ໂດຍໃຊ້ເວລາ 4 ຊົ່ວໂມງ ຈຶ່ງມາຮອດ ບໍ່ຫານ.
ຂະບວນລົດໄຟສັນຈອນໄປມາຢ່າງບໍ່ຂາດສາຍ, ເມືອງຊາຍແດນ ບໍ່ຫານ ຍັງຄົງເຄື່ອນໄຫວຢ່າງບໍ່ຢຸດຢັ້ງ. ທາງລົດໄຟຊຸກຍູ້ການພັດທະ
ນາດ່ານຊາຍແດນ, ດ່ານຊາຍແດນຊຸກຍູ້ອຸດສາຫະກຳ, ອຸດສາຫະກຳສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນຊາຍແດນ, ພາບລວມໃໝ່ຂອງການປົກປັກຮັກສາຊາຍແດນ ແລະ ການສ້າງຄວາມຮັ່ງມີໃຫ້ປະຊາຊົນຊາຍ
ແດນ ກຳລັງຄ່ອຍໆປາກົດຂຶ້ນຢ່າງຊັດເຈນ.