ຮູບແບບ “ການຕິດຕັ້ງໂດຍກົງຂ້າງລົດ” ຊ່ວຍຊຸກຍູ້ໃຫ້ລົດໄຟຟ້າພະລັງງານໃໝ່ທີ່ຜະລິດໃນປະເທດຈີນ ສົ່ງອອກຜ່ານທາງລົດໄຟ ລາວ-ຈີນ
ພາຍໃນຖານໂລຈິສຕິກລົດຍົນສິນຄ້າ ວັງຈາຢິງຕາເວັນຕົກ ຂອງບໍລິສັດ ຫຸ້ນສ່ວນ ຈຳກັດ ໂລຈິສຕິກ ສິນຄ້າພິເສດ ທາງລົດໄຟຈີນ ສາຂາຄຸນໝິງ, ລົດຍົນພະລັງງານໃໝ່ແຕ່ລະຄັນໄດ້ເຄື່ອນເຂົ້າສູ່ສະ
ໜາມຢ່າງເປັນລະບຽບ, ໂດຍຜ່ານຮູບແບບ "ການຕິດຕັ້ງໂດຍກົງຂ້າງລົດ" ເພື່ອດຳເນີນການຂຶ້ນລົດໂດຍກົງ, ຈາກນັ້ນຈຶ່ງເດີນທາງລົງໃຕ້ຜ່ານທາງລົດໄຟ ລາວ-ຈີນ ເພື່ອສົ່ງໄປຍັງນະຄອນຫຼວງວຽງຈັນ ປະ
ເທດລາວ.

"ການຕິດຕັ້ງໂດຍກົງຂ້າງລົດ" ໝາຍເຖິງ ການທີ່ວິສາຫະກິດໄດ້ກຽມເອກະສານໃຫ້ຄົບຖ້ວນຜ່ານ “ການແຈ້ງລ່ວງໜ້າ” ກ່ອນທີ່ລົດຈະມາຮອດ, ໂດຍມີດ່ານພາສີກວດສອບລ່ວງໜ້າ, ເມື່ອລົດມາ
ຮອດຖານໂລຈິສຕິກທີ່ຢູ່ຂ້າງທາງລົດໄຟ ລາວ-ຈີນ, ສຳລັບລົດສິນຄ້າທີ່ບໍ່ຈຳເປັນຕ້ອງມີການກວດກາຈາກພາສີ ແລະ ໃບແຈ້ງພາສີໄດ້ຮັບການ
ປ່ອຍແລ້ວ, ພະນັກງານຂອງພາກສ່ວນລົດໄຟຈະນຳລົດຂຶ້ນລົດໄຟຂະ
ບວນພິເສດ JSQ (“ລົດກົງ” “ຫຼືລົດຂົນລົດ”) ເພື່ອຂົນສົ່ງອອກໄປໂດຍກົງ. ຮູບແບບນີ້ໄດ້ຕັດຂັ້ນຕອນຫຼາຍຂັ້ນຂອງຮູບແບບເດີມ ເຊັ່ນ “ການຈອດລໍຖ້າຢູ່ເດີ່ນສິນຄ້າ—ການດຳເນີນເອກະສານ—ການຄຸ້ມ
ຄອງຂອງພາສີ—ການຄຸ້ມຄອງຂອງລົດໄຟ”, ເຮັດໃຫ້ບັນລຸການ “ລົດເຂົ້າເດີ່ນ, ຂົນສົ່ງຂຶ້ນລົດໂດຍກົງ”.

“ຂະບວນການສົ່ງອອກທັງໝົດແມ່ນມີຄວາມສະດວກສະບາຍຫຼາຍ, ຕັ້ງແຕ່ລົດຂອງພວກເຮົາເດີນທາງມາຮອດຖານໂລຈິສຕິກ, ໄດ້ຮັບການກວດກາຈາກດ່ານພາສີ ຈົນເຖິງການຂຶ້ນລົດໄຟ, ທຸກຂັ້ນຕອນແມ່ນມີຄວາມຄ່ອງຕົວຫຼາຍ, ເຊິ່ງທັງໝົດແມ່ນສຳເລັດພາຍໃນຕອນເຊົ້າເທົ່ານັ້ນ.” ທ່ານ ຈາງ ເສວຄົງ, ຜູ້ປະສານງານດ້ານພາສີຂອງບໍລິສັດຫຸ້ນສ່ວນ ເຊີຣູ້ຍ ຈໍາກັດ ກ່າວວ່າ, “ການກວດກາຄຸ້ມຄອງຂອງດ່ານພາສີ ແລະ ແຜນການຂຶ້ນລົດໄຟສາມາດປະສານງານກັນໄດ້ລ່ວງໜ້າ, ເຮັດໃຫ້ໄລຍະເວລາໃນການພັກລໍຖ້າຢູ່ເດີ່ນສິນຄ້າ ແລະ ຈຳນວນຄັ້ງໃນການຍົກຍ້າຍສິນຄ້າຫຼຸດລົງຢ່າງເຫັນໄດ້ຊັດເຈນ, ການຈັດສັນການເດີນລົດຈາກທີ່ເຄີຍ ‘ເຮັດຕາມຂັ້ນຕອນ’ ໄດ້ປ່ຽນມາເປັນ ‘ເຮັດຕາມຕາຕະລາງເວລາ’.”
ອີງຕາມສະຖິຕິຂອງດ່ານພາສີຄຸນໝິງ, ດ້ວຍການປະກາດໃຊ້ນະໂຍບາຍຊ່ວຍເຫຼືອວິສາຫະກິດຢ່າງຕໍ່ເນື່ອງ, ລະດັບຄວາມສະດວກໃນການຜ່ານດ່ານໄດ້ຮັບການຍົກລະດັບຂຶ້ນເລື້ອຍໆ, ເຮັດໃຫ້ຂີດຄວາມສາມາດໃນການຂົນສົ່ງສິນຄ້າຂອງທາງລົດໄຟ ລາວ-ຈີນ ໄດ້ຮັບການປົດປ່ອຍອອກມາຢ່າງຕໍ່ເນື່ອງ. ໃນ 8 ເດືອນທຳອິດຂອງປີນີ້, ສິນຄ້ານຳເຂົ້າ ແລະ ສົ່ງອອກຜ່ານທາງລົດໄຟ ລາວ-ຈີນ ມີປະລິມານເຖິງ 3.822 ລ້ານໂຕນ, ມີມູນຄ່າ 23.38 ຕື້ຢວນ, ເພີ່ມຂຶ້ນ 1.6% ແລະ 31.5% ຕາມລຳດັບ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານ
ມາ. ໃນນັ້ນ, ການສົ່ງອອກລົດໄຟຟ້າພະລັງງານໃໝ່ ມີມູນຄ່າ 690 ລ້ານຢວນ, ເພີ່ມຂຶ້ນ 326.1% ເມື່ອທຽບກັບປີຜ່ານມາ. ສ່ວນການນຳເຂົ້າໝາກຖົ່ວລຽນສົດ, ໝາກມັງຄຸດສົດ ແລະ ໝາກໄມ້ເຂດຮ້ອນອື່ນໆ ມີມູນຄ່າ 5.26 ຕື້ຢວນ, ເພີ່ມຂຶ້ນ 12.3% ເມື່ອທຽບກັບປີຜ່ານມາ.