ວັນທີ 18 ສິງຫາ, ຄະນະນັກຂ່າວ-ສື່ມວນຊົນໜຸ່ມລາວ ທີ່ຈັດໂດຍສູນຝຶກອົບຮົມການສຶກສາ ຂອງກົມພາສາຕ່າງປະເທດຈີນ ໄດ້ເດີນທາງມາຢ້ຽມຢາມບໍລິສັດ CSG-LMI ເພື່ອສຶກສາຮັບຮູ້ຜົນສຳເລັດຂອງການກໍ່ສ້າງ ແລະ ການດຳເນີນງານຂອງໂຄງການເຊື່ອມຕໍ່ໄຟຟ້າຂ້າມຊາຍແດນ ລາວ-ຈີນ, ພ້ອມທັງໄດ້ຈັດກອງປະຊຸມແລກປ່ຽນ ແລະ ສົນທະນາ ກ່ຽວກັບການຮ່ວມມືຕົວຈິງໃນຂົງເຂດພະລັງງານ ແລະ ການເຜີຍແຜ່ເລື່ອງລາວການພັດທະນາມິດຕະພາບ ລາວ-ຈີນ.

ໃນກອງປະຊຸມແລກປ່ຽນ, ຄະນະຝຶກອົບຮົມໄດ້ຮຽນຮູ້ກ່ຽວກັບພາບລວມການພັດທະນາ ແລະ ການຈັດວາງທຸລະກິດຂອງບໍລິສັດ CSG-LMI, ພ້ອມທັງຜົນສຳ
ເລັດຂອງການປະຕິບັດ ESG ຂອງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ.