中文 English {{ activeLangText || 'Languages' }} {{ item.text }}
ໂຄງການສຳຄັນຂອງດ່ານທາງບົກບໍ່ຫານ ໄດ້ຮັບການສະໜັບສະໜູນທຶນ 118 ລ້ານຢວນ
ຂ່າວ > ເນື້ອຫາ

ໂຄງການສຳຄັນຂອງດ່ານທາງບົກບໍ່ຫານ ໄດ້ຮັບການສະໜັບສະໜູນທຶນ 118 ລ້ານຢວນ

分享到Facebook

ວັນທີ 16 ຕຸລາ, ໂຄງການລານກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ດ່ານທາງບົກບໍ່ຫານ ໄດ້ຮັບການສະໜັບສະໜູນທຶນຈາກເຄື່ອງມືທາງການເງິນດ້ານນະ
ໂຍບາຍຮູບແບບໃໝ່ ຂອງທະນາຄານການພັດທະນາແຫ່ງຊາດຈີນ ສາຂາແຂວງຢຸນນານ, ໂດຍໄດ້ປ່ອຍເງິນທຶນຈຳນວນ 118 ລ້ານຢວນ. ນີ້ຍັງເປັນເຄື່ອງມືທາງ
ການເງິນດ້ານນະໂຍບາຍຮູບແບບໃໝ່ ລາຍການທຳອິດທີ່ໄດ້ຈັດຕັ້ງປະຕິບັດຢູ່ບໍ່ຫານ.

ດ່ານທາງບົກບໍ່ຫານ ແມ່ນດ່ານຊາຍແດນລະດັບຊາດທີ່ມີຂະໜາດໃຫຍ່ທີ່ສຸດລະຫວ່າງ ສປ ຈີນ ແລະ ສປປ ລາວ, ເຊິ່ງເຊື່ອມຕໍ່ກັບເຄືອຂ່າຍທາງດ່ວນພາຍໃນປະເທດຈີນໄປທາງທິດເໜືອ ແລະ ເຊື່ອມຕໍ່ກັບທາງຫຼວງເໜືອ-ໃຕ້ ຂອງ ສປປ ລາວ ໄປທາງທິດໃຕ້. ດ່ານແຫ່ງນີ້ ບໍ່ພຽງແຕ່ເປັນຈຸດເຊື່ອມຕໍ່ທີ່ສຳຄັນທີ່ສຸດໃນເສັ້ນທາງສາກົນ ຄຸນມິງ-ບາງກອກ ເທົ່ານັ້ນ, ແຕ່ຍັງເປັນໜຶ່ງໃນເສັ້ນທາງບົກທີ່ສະດວກທີ່ສຸດຂອງ ສປ ຈີນ ໃນການເດີນທາງໄປສູ່ອາຊີຕາເວັນອອກສ່ຽງໃຕ້. ດ້ວຍການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງການພົວພັນທາງການຄ້າລະຫວ່າງ ຈີນ ແລະ ບັນດາປະເທດອາຊຽນ, ປະລິມານການຄ້າຈຶ່ງມີທ່າອ່ຽງເຕີບໃຫຍ່ຢ່າງແຂງແຮງ ແລະ ປະເພດສິນຄ້າກໍມີຄວາມຫຼາກຫຼາຍຂຶ້ນເລື້ອຍໆ. ເພື່ອຕອບສະໜອງຄວາມຕ້ອງການດ້ານຄວາມສາມາດໃນການສັນຈອນທີ່ສູງຂຶ້ນ ແລະ ເພີ່ມຄວາມສາມາດໃນການຮອງຮັບຂອງດ່ານ, ດ່ານທາງບົກບໍ່ຫານ ຈຶ່ງກຳລັງຊຸກຍູ້ການປັບປຸງ ແລະ ພັດທະນາແບບຄົບວົງຈອນຢ່າງຕັ້ງໜ້າ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກຸ່ມບໍລິສັດການລົງທຶນ ບໍ່ຫານ ຢູນນານ ໄດ້ແນະນຳວ່າ, ໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກເຄື່ອງມືທາງການເງິນດ້ານນະໂຍບາຍຮູບແບບໃໝ່ ຂອງທະນາຄານການພັດທະນາແຫ່ງຊາດຈີນ ສາຂາແຂວງຢູນນານ, ເຊິ່ງໄດ້ຮັບປະກັນດ້ານທຶນຮອນຢ່າງເຂັ້ມແຂງ ໃຫ້ແກ່ຄວາມຕ້ອງ
ການໃນການກໍ່ສ້າງໂຄງການທີ່ສຳຄັນຂອງດ່ານບໍ່ຫານ, ທັງເປັນການສະສົມປະສົບ
ການອັນລ້ຳຄ່າ ແລະ ສະໜອງແບບຢ່າງ ໃນການວາງແຜນໂຄງການທີ່ສຳຄັນໃນໄລຍະຕໍ່ໜ້າ ຄືການຄົ້ນຄວ້າການນຳໃຊ້ເຄື່ອງມືທາງການເງິນດ້ານນະໂຍບາຍຢ່າງສ້າງສັນ.