ໃນໄລຍະລະດູໃບໄມ້ຫຼົ່ນ, ເມືອງເມີງຈື້ ຂອງກິ່ງແຂວງປົກຄອງຕົນເອງເຜົ່າຮາ
ນີ ແລະ ເຜົ່າອີ້ ຫົງເຫີ ທີ່ໄດ້ຮັບຊື່ສຽງວ່າເປັນ "ເມືອງແຫ່ງໝາກພິລາຂອງຈີນ" ໄດ້ກ້າວເຂົ້າສູ່ລະດູການຂາຍ ແລະ ສົ່ງອອກ, ເຊິ່ງໝາກພິລາທີ່ມີສາຍພັນດີຂອງທ້ອງ
ຖິ່ນນີ້ ເຊັ່ນ: ສາຍພັນເມັດຂຽວຫວານ ແລະ ສາຍພັນຜິວລຽບຫວານ ແມ່ນຖືກຂົນ
ສົ່ງຈາກສວນໝາກໄມ້ໄປສູ່ມືຂອງຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດຢ່າງຕໍ່
ເນື່ອງ. ໃນ 9 ເດືອນທຳອິດຂອງປີນີ້, ດ່ານພາສີເມີງຈື້ ໄດ້ກວດກາການສົ່ງອອກໝາກພິລາທັງໝົດຫຼາຍກວ່າ 65,000 ໂຕນ, ໂດຍສົ່ງອອກໄປຍັງ 14 ປະເທດ ແລະ ເຂດແຄ້ວນ.