中文 English {{ activeLangText || 'Languages' }} {{ item.text }}
ເມືອງຢວນຢາງກິ່ງແຂວງຫົງເຫີ: ພູມປັນຍາການປູກຝັງພັນປີ ສ້າງເສັ້ນທາງໃໝ່ໃຫ້ກັບການປູກເຂົ້າ
ເນື້ອຫາ

ເມືອງຢວນຢາງກິ່ງແຂວງຫົງເຫີ: ພູມປັນຍາການປູກຝັງພັນປີ ສ້າງເສັ້ນທາງໃໝ່ໃຫ້ກັບການປູກເຂົ້າ

分享到Facebook

ໃນຊຸມປີມໍ່ໆມານີ້, ເມືອງຢວນຢາງ ກິ່ງແຂວງປົກຄອງຕົນເອງເຜົ່າຮານີ ແລະ ເຜົ່າອີ ຂອງຫົງເຫີ ໄດ້ກຳນົດເປົ້າໝາຍການພັດທະນາໄລຍະຍາວຂອງທົ່ງນາຂັ້ນໄດ, ໂດຍໄດ້ຊຸກຍູ້ການຟື້ນຟູລະບົບນິເວດ, ການຍົກລະດັບຄຸນນະພາບຂອງອຸດສາຫະ
ກຳ, ການສືບທອດວັດທະນະທຳ ແລະ ການເພີ່ມລາຍໄດ້ຂອງປະຊາຊົນຢ່າງເປັນລະ
ບົບ, ເຮັດໃຫ້ພູມປັນຍາການປູກຝັງທາງການກະສິກຳພັນປີ ໄດ້ສ້າງເສັ້ນທາງສູ່ຄວາມຮັ່ງມີຮ່ວມກັນໃນຍຸກໃໝ່ ທີ່ມີທັງຄວາມສວຍງາມທາງດ້ານນິເວດ, ອຸດສາ
ຫະກຳຈະເລີນຮຸ່ງເຮືອງ ແລະ ປະຊາຊົນມີຄວາມຮັ່ງມີ.

ລະບົບນິເວດທີ່ມີ "4 ອົງປະກອບຮ່ວມກັນ" ຄື ປ່າໄມ້, ບ້ານ, ນາຂັ້ນໄດ ແລະ ລະບົບນ້ຳ, ແມ່ນລະຫັດຫຼັກທີ່ເຮັດໃຫ້ນາຂັ້ນໄດຮານີຄົງຢູ່ໄດ້ຫຼາຍກວ່າ 1300 ປີ. ເພື່ອຮັກສາຊັບສິນອັນລ້ຳຄ່າທີ່ບັນພະບູລຸດໄດ້ມອບໄວ້, ເມືອງຢວນຢາງ ໄດ້ສ້າງກົນ
ໄກການປົກປັກຮັກສາທີ່ເຊື່ອມໂຍງກັນ 4 ລະດັບ ຄື ລະດັບເມືອງ, ລະດັບຕາແສງ, ລະດັບບ້ານ ແລະ ລະດັບຄອບຄົວ, ເພື່ອຄຸ້ມຄອງຮູບແບບຂອງບ້ານ 82 ແຫ່ງໃນເຂດມໍລະດົກຕາມການແບ່ງລະດັບ ແລະ ປະເພດ, ກຳນົດມາດຕະຖານການກໍ່ສ້າງເຮືອນຊານໃຫ້ເປັນລະບຽບ, ພ້ອມທັງສ້າງຕັ້ງທີມງານດູແລພິເສດ ເຊັ່ນ: ຜູ້ປົກປັກຮັກສາປ່າ ແລະ ຜູ້ດູແລຮ່ອງນ້ຳ, ເພື່ອດຳເນີນການຂຸດມ້ຽນຂີ້ຕົມໃນຮ່ອງນ້ຳ, ປັບ
ປຸງລະບົບນ້ຳ, ຟື້ນຟູລະບົບນິເວດ ແລະ ບຳລຸງຮັກສາພູຜາຢ່າງເປັນປົກກະຕິ.

“ການປົກປັກຮັກສາປ່າໄມ້ ກໍຄືການປົກປັກຮັກສານາຂັ້ນໄດ ແລະ ມໍລະດົກຂອງພວກເຮົາ,” ທ່ານ ຈູ ເສວຄັງ ເຈົ້າໜ້າທີ່ປົກປັກຮັກສາປ່າໄມ້ ຂອງເຂດອະນຸ
ລັກທຳມະຊາດລະດັບແຂວງ ພູກວນອິນ ກ່າວ. ອັດຕາການປົກຄຸມຂອງປ່າໄມ້ໃນເຂດມໍລະດົກ ຂອງເມືອງຢວນຢາງ ໄດ້ເພີ່ມຂຶ້ນຢ່າງໝັ້ນຄົງ, ໂດຍໄດ້ສຳເລັດການປ່ຽນເນື້ອທີ່ປູກຝັງຄືນເປັນປ່າໄມ້ ລວມທັງໝົດຫຼາຍກວ່າ  1666 ເຮັກຕາ, ເພື່ອເປັນພື້ນຖານທາງດ້ານນິເວດວິທະຍາ ໃນການຮັກສານ້ຳໃຫ້ແກ່ນາຂັ້ນໄດ ແລະ ການຜະລິດທາງດ້ານກະສິກຳ.

ຮັກສາພື້ນຖານທາງດ້ານນິເວດວິທະຍາໃຫ້ດີ, ແລະ ຕ້ອງກະຕຸ້ນກຳລັງຂັບເຄື່ອນການພັດທະນາໃຫ້ຫຼາຍຂຶ້ນ. ເມືອງຢວນຢາງ ໄດ້ພັດທະນາການກະສິກຳພິ
ເສດຢ່າງຕັ້ງໜ້າ, ສົ່ງເສີມຮູບແບບການລ້ຽງ ແລະ ປູກແບບນິເວດ "ເຂົ້າ- ປາ - ເປັດ", ເຮັດໃຫ້ "ນ້ຳໜຶ່ງແຫຼ່ງໃຊ້ໄດ້ຫຼາຍຢ່າງ, ດິນໜຶ່ງຕອນເກັບກ່ຽວໄດ້ຫຼາຍແນວ", ເຮັດໃຫ້ທົ່ງນາຂັ້ນໄດທີ່ເຄີຍປູກພືດຊະນິດດຽວໃນເມື່ອກ່ອນ ກາຍເປັນທົ່ງນາສ້າງຄວາມຮັ່ງມີແບບສາມມິຕິ.

ການສືບທອດ ແລະ ປະດິດສ້າງໃໝ່ທາງພູມປັນຍາດ້ານການປູກຝັງ ຍັງໄດ້ເພີ່ມພະລັງຂັບເຄື່ອນທາງດ້ານເຕັກໂນໂລຊີໃຫ້ແກ່ການພັດທະນານາຂັ້ນໄດ. ໃນເດືອນເມສາປີນີ້, ເຕັກນິກການປູກເຂົ້າຫຼາຍປີດ້ວຍເຈ້ຍຟິມ ທີ່ພັດທະນາໂດຍຄະ
ນະກະສິກຳ ມະຫາວິທະຍາໄລຢຸນນານ ໄດ້ຖືກນຳມາທົດລອງ ແລະ ສາທິດຢູ່ຢວນຢາງ, ເຊິ່ງໄດ້ປ່ຽນແປງຮູບແບບການປູກເຂົ້າແບບດັ້ງເດີມທີ່ຕ້ອງກົ້ມປູກ, ໂດຍຕັດຂັ້ນຕອນການຫວ່ານກ້າ, ການຫຼົກກ້າ ແລະ ການຍ້າຍກ້າອອກ. ໃນລະດູເກັບ
ກ່ຽວລະດູໃບໄມ້ຫຼົ່ນ, ເຕັກໂນໂລຊີ "ດາວທຽມ-ທາງອາກາດ-ພື້ນດິນ" ເຊັ່ນ: ການຫວ່ານເມັດພັນດ້ວຍໂດຣນ, ການປູກດ້ວຍເຄື່ອງຈັກ ແລະ ການອົບແຫ້ງອັດສະລິຍະ ໄດ້ຖືກນຳມາໃຊ້ໃນທົ່ງນາເທື່ອລະກ້າວ, ໃນນັ້ນ ປະສິດທິພາບຂອງການຫວ່ານເມັດພັນດ້ວຍໂດຣນແມ່ນສູງກວ່າແຮງງານຄົນຫຼາຍກວ່າ 80 ເທົ່າ, ໂດຍມີຕົ້ນທຶນສະເລ່ຍປະມານ 30 ຢວນຕໍ່ມູ້(15 ມູ້ເທົ່າກັບ 1 ເຮັກຕາ), ເຮັດໃຫ້ການປູກຝັງແບບດັ້ງເດີມທີ່ "ລໍຖ້າໂຊກຊະຕາຈາກຟ້າຝົນ" ຄ່ອຍໆປ່ຽນໄປສູ່ກະສິກຳສະໄໝໃໝ່ທີ່ໄດ້ຮັບການຊ່ວຍເຫຼືອຈາກເຕັກໂນໂລຊີ.

ພັດທະນາໃນການປົກປັກຮັກສາ, ປົກປັກຮັກສາໃນການພັດທະນາ. ເມືອງຢວນຢາງ ໄດ້ສືບຕໍ່ລົງເລິກ "ແຜນການອ່າເຈີເຄີ", ໂດຍນຳໃຊ້ການຟື້ນຟູບ້ານດັ້ງເດີມ ເພື່ອຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງ ລະຫວ່າງການປົກປັກຮັກສາລະບົບນິເວດ, ການສືບທອດມໍລະດົກທາງວັດທະນະທຳນາມມະທຳ ແລະ ການພັດທະນາຊົນ
ນະບົດ. ດ້ວຍສະພາບແວດລ້ອມທາງນິເວດທີ່ໄດ້ຮັບການປັບປຸງ ແລະ ອຸດສາຫະ
ກຳທີ່ຈະເລີນຮຸ່ງເຮືອງ, ຊາວໜຸ່ມຈຳນວນຫຼວງຫຼາຍທີ່ເຄີຍອອກໄປເຮັດວຽກນອກເຂດ ໄດ້ກັບຄືນມາສ້າງທຸລະກິດຢູ່ບ້ານເກີດ, ຊ່ອງທາງການເພີ່ມລາຍໄດ້ຂອງຊາວບ້ານໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ນາງ ເກົາ ເມຍຮວາ ຊາວບ້ານອ່າເຈີເຄີ, ຄະນະກຳມະການບ້ານອ້າຍຊຸນ, ຕາແສງຊິນເຈຍ ກ່າວວ່າ: "ລັດຖະບານໄດ້ອອກທຶນໃນການສ້ອມແປງຄັນນາ ແລະ ຮ່ອງນ້ຳທີ່ເປ່ເພ, ທຸກຄົນກໍຄ່ອຍໆຮັບຮູ້ເຖິງຄວາມສຳຄັນຂອງການປົກປັກຮັກສານາຂັ້ນໄດ ແລະ ໄດ້ມີສ່ວນຮ່ວມໃນວຽກ
ງານການປົກປັກຮັກສາຢ່າງຕັ້ງໜ້າ." ໃນປັດຈຸບັນ, ນາຂັ້ນໄດຊົນເຜົ່າຮານີ ຢູ່ເມືອງຢວນຢາງ ໄດ້ສ້າງວົງຈອນການປົກປັກຮັກສາທີ່ດີ ໂດຍມີລັດຖະບານເປັນຜູ້ນຳພາ, ມີການຄຸ້ມຄອງດູແລແບບມືອາຊີບ, ປະຊາຊົນມີສ່ວນຮ່ວມ ແລະ ມີຜົນກຳ
ໄລຈາກອຸດສາຫະກຳກັບຄືນມາບຳລຸງຄືນ.