中文 English {{ activeLangText || 'Languages' }} {{ item.text }}
ຈາກ "ຄວາມຢາກຮູ້ຢາກເຫັນ" ສູ່ "ການຍອມ ຮັບ" —— ລົດໄຟຟ້າພະລັງງານໃໝ່ຂອງຈີນກຳ ລັງເຂົ້າໃກ້ກັບຜູ້ບໍລິໂພກຊາວເອີລົບ
ຂ່າວ > ເນື້ອຫາ

ຈາກ "ຄວາມຢາກຮູ້ຢາກເຫັນ" ສູ່ "ການຍອມ ຮັບ" —— ລົດໄຟຟ້າພະລັງງານໃໝ່ຂອງຈີນກຳ ລັງເຂົ້າໃກ້ກັບຜູ້ບໍລິໂພກຊາວເອີລົບ

分享到Facebook

“ສະບາຍດີ, ສຽວສີ!” “ຂ້ອຍຢູ່ນີ້, ເຊີນເວົ້າໄດ້ເລີຍ.”

ໃນງານວາງສະແດງລົດລະດັບສາກົນທີ່ປາຣີ ປີ 2026, ນັກຂ່າວຄົນໜຶ່ງໄດ້ຂຶ້ນໄປນັ່ງໃນລົດໄຟຟ້າຂອງ ເຊີຣຸ້ຍແລະ ໃຊ້ພາສາຈີນປຸກລະບົບຊ່ວຍເຫຼືອດ້ວຍສຽງຢູ່ໃນລົດ. ການໂຕ້ຕອບແບບນີ້ທີ່ເຈົ້າຂອງລົດຊາວຈີນຄຸ້ນເຄີຍເປັນຢ່າງດີ ໄດ້ດຶງດູດຄວາມສົນໃຈຂອງຊາວຝຣັ່ງຄົນໜຶ່ງທີ່ຢູ່ນຳກັນ. ລາວໄດ້ເຂົ້າມາທັກທາຍວ່າ, "ຂ້ອຍມັກລົດຈີນຫຼາຍ."

ຊາຍຊາວຝຣັ່ງອາຍຸ 40 ປີຜູ້ນີ້ ໄດ້ຂັບລົດເປັນເວລາ 2 ຊົ່ວໂມງຈາກເມືອງຣູອັງ ເພື່ອມາຊົມງານວາງສະແດງລົດໂດຍສະເພາະ. ປັດຈຸບັນລາວໄດ້ສົນໃຈລົດໄຟຟ້າຂອງ ກີລີ ລຸ້ນໜຶ່ງ. ເມື່ອເວົ້າເຖິງລຸ້ນລົດທີ່ລາວມັກ, ເຫັນໄດ້ຊັດເຈນວ່າລາວໄດ້ສຶກສາຂໍ້ມູນມາເປັນຢ່າງດີ: ລະບົບພາບຮອບທິດທາງ 540 ອົງສາ, ໜ້າຈໍຄວບຄຸມອັດສະລິຍະ, ການສາກໄຟທີ່ວ່ອງໄວ ແລະ ອຸປະກອນຄວາມປອດໄພທີ່ຄົບຊຸດ. ໃນທັດສະນະຂອງລາວ, ລົດຈີນມີລະດັບຄວາມອັດສະລິຍະສູງ, ສະມັດຖະພາບດ້ານຄວາມປອດໄພດີ ແລະ ມີຄວາມຄຸ້ມຄ່າສູງຫຼາຍ.

ສາກທີ່ຄ້າຍຄືກັນນີ້ແມ່ນມີໃຫ້ເຫັນບໍ່ໜ້ອຍໃນງານວາງສະແດງລົດຍົນປາຣີຄັ້ງນີ້. ອີງຕາມການແນະນຳຂອງຜູ້ຈັດງານ, ງານວາງສະແດງລົດຍົນຄັ້ງນີ້ມີບໍລິສັດລົດຍົນຈີນທັງໝົດ 16 ແຫ່ງ ທີ່ນຳເອົາ 25 ຍີ່ຫໍ້ເຂົ້າຮ່ວມວາງສະແດງ, ລວມມີ Leapmotor, BYD, XPeng, Geely, Dongfeng, GAC ແລະ ອື່ນໆ, ໂດຍມີລົດລຸ້ນໃໝ່ຫຼາຍລຸ້ນທີ່ໄດ້ເປີດຕົວຄັ້ງທຳອິດໃນເອີລົບ, ພ້ອມທັງໄດ້ຈັດສະແດງຜົນ
ສຳເລັດທາງດ້ານນະວັດຕະກຳໃນຂົງເຂດຂອງ ແບັດເຕີຣີພະລັງງານ, ການສາກໄວພິເສດ, ການຂັບຂີ່ອັດສະລິຍະ ແລະ ປັນຍາປະດິດ.

ພາຍໃນເຂດວາງສະແດງຂອງຍີ້ຫໍ້ຈີນ, ມີຜູ້ຊົມຊາວຕ່າງປະເທດຈຳນວນຫຼາຍພາກັນຂຶ້ນໄປນັ່ງໃນລົດ, ສັງເກດເບິ່ງການຕົບແຕ່ງພາຍໃນຢ່າງລະອຽດ, ຍື່ນມືໄປສຳຜັດໜ້າຈໍ, ທົດລອງໃຊ້ປຸ່ມ ແລະ ຟັງຊັນຕ່າງໆ, ບາງເທື່ອຍັງສະແດງສີໜ້າປະ
ຫຼາດໃຈ. ຝາປິດບ່ອນເກັບເຄື່ອງດ້ານໜ້າທີ່ສາມາດເປີດໄດ້ໂດຍອັດຕະໂນມັດພຽງແຕ່ສຳຜັດເບົາໆ, ຈໍສາຍພາບທີ່ຕິດຕັ້ງຢູ່ເບາະນັ່ງທາງຫຼັງ, ແລະ ຫ້ອງໂດຍສານອັດ
ສະລິຍະທີ່ມີຟັງຊັນຫຼາກຫຼາຍ, ເຮັດໃຫ້ຫຼາຍຄົນອົດບໍ່ໄດ້ທີ່ຈະທົດລອງໃຊ້ຊ້ຳແລ້ວຊ້ຳອີກ.

ນັບຕັ້ງແຕ່ສະມັດຖະພາບໃນການເລັ່ງຄວາມໄວ, ໄລຍະທາງການຂັບຂີ່ ຈົນເຖິງການຕັ້ງຄ່າລະບົບອັດສະລິຍະ ແລະ ປະສົບການໃນການຂັບຂີ່, ລົດພະລັງງານໃໝ່ຂອງຈີນໄດ້ຕອບສະໜອງຄວາມຕ້ອງການໃນການເດີນທາງທີ່ຫຼາກຫຼາຍຂອງຜູ້ບໍລິໂພກຊາວເອີລົບຢ່າງຕໍ່ເນື່ອງ. ດ້ວຍນະວັດຕະກຳທາງດ້ານເຕັກໂນໂລຊີ ແລະ ທ່າແຮງດ້ານຕົ້ນທຶນ, ອຸປະກອນຕັ້ງຄ່າທີ່ເຄີຍມີສະເພາະໃນລົດລຸ້ນລະດັບສູງກໍໄດ້ກາຍເປັນສິ່ງທີ່ເຂົ້າເຖິງໄດ້ງ່າຍຂຶ້ນ, ເຮັດໃຫ້ທ່າແຮງດ້ານຄວາມຄຸ້ມຄ່າຂອງລົດຈີນມີຄວາມໂດດເດັ່ນຫຼາຍຂຶ້ນ.

ວິສະວະກອນການວິໄຈ ແລະ ພັດທະນາ ຂອງບໍລິສັດລົດຍົນຈີນຄົນໜຶ່ງໄດ້ບອກກັບນັກຂ່າວວ່າ, ເນື່ອງຈາກໂຄງລ່າງພື້ນຖານການສາກໄຟຍັງບໍ່ທັນສົມບູນ, ຜູ້ບໍລິໂພກຝຣັ່ງຈຳນວນຫຼາຍຈຶ່ງມີທ່າອ່ຽງທີ່ຈະເລືອກລົດລຸ້ນໄຮບຣິດພະລັງງານທີ່ບໍ່ຈຳເປັນຕ້ອງສາກໄຟຈາກພາຍນອກ. ຂໍ້ມູນສະແດງໃຫ້ເຫັນວ່າ, ໃນເດືອນກັນຍາປີນີ້, ລົດໄຮບຣິດນ້ຳມັນແບບບໍ່ສຽບປັກກວມເອົາ 35,6% ຂອງຈຳນວນການຈົດ
ທະບຽນລົດໃໝ່ໃນຝຣັ່ງ, ເຊິ່ງສະທ້ອນໃຫ້ເຫັນວ່າລົດລຸ້ນປະເພດນີ້ຍັງມີຄວາມຕ້ອງການໃນຕະຫຼາດສູງ.

ເມື່ອຄິດຄືນເຖິງປະໂຫຍກທີ່ວ່າ “ສະບາຍດີ, ສຽວສີ”, ນັກຂ່າວໄດ້ສຳຜັດດ້ວຍຕົນເອງໃນລະຫວ່າງການສຳພາດວ່າ ຄວາມຮູ້ສຶກໃໝ່ທີ່ໄດ້ຈາກການໂຕ້ຕອບອັດສະລິຍະນັ້ນເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ. ຈາກການສະແດງເຕັກໂນໂລຊີທີ່ທັນສະ
ໄໝໄປສູ່ການປັບຕົວໃຫ້ເຂົ້າກັບຄວາມຕ້ອງການຂອງທ້ອງຖິ່ນ, ຈາກການສົ່ງ
ອອກຜະລິດຕະພັນໄປສູ່ການອອກແບບ ແລະ ວິໄຈພັດທະນາໃນທ້ອງຖິ່ນ, ບໍລິສັດລົດຍົນຂອງຈີນກຳລັງເລັ່ງເຊື່ອມໂຍງເຂົ້າກັບອຸດສາຫະກຳລົດຍົນຂອງເອີຣົບ. ເພື່ອປະເຊີນກັບສິ່ງທ້າທາຍທາງດ້ານເຕັກນິກ ແລະ ຄວາມກົດດັນດ້ານຕົ້ນທຶນ ທີ່ມາ
ຈາກການຫັນປ່ຽນໄປສູ່ລະບົບໄຟຟ້າ ແລະ ລະບົບອັດສະລິຍະ, ອຸດສາຫະກຳລົດຍົນຈີນ-ເອີຣົບ ກຳລັງລົງເລິກການຮ່ວມມືຢ່າງຕໍ່ເນື່ອງໃນທ່າມກາງການແຂ່ງຂັນ, ເພື່ອຄົ້ນຫາຄວາມເປັນໄປໄດ້ຕ່າງໆໃນການສ້າງຄວາມສຳເລັດຮ່ວມກັນ, ເພື່ອໃຫ້ຜູ້ບໍລິໂພກຈຳນວນຫຼາຍຂຶ້ນໄດ້ຮັບຄວາມສະດວກສະບາຍຈາກການເດີນທາງທີ່ອັດສະລິຍະ ແລະ ເປັນມິດກັບສິ່ງແວດລ້ອມ.