ຂໍໃຫ້ຂີ້ກະເດືອນຂຶ້ນພູຊາ ເພື່ອຕິດຕັ້ງສະໝອງ ໃຫ້ແກ່ດິນນາ
ໝອກຍາມເຊົ້າຍັງບໍ່ທັນຈາງຫາຍ, ໃນສວນຊາຂອງຄອບຄົວທ່ານ ຊົ່ງລີເວີນ ຊາວກະສິກອນປູກຊາ ຢູ່ບ້ານລົງປິນ ຕາແສງລົງປ້າ ເມືອງປົກຄອງຕົນເອງເຜົ່າຮານີໂມ້ຈຽງ, ນາງ ຈາງຊິວລີ້ ໄດ້ປັດໃບໄມ້ທີ່ຫຼົ່ນລົງ ແລະ ລອງຈິ້ມດິນເບິ່ງ ແລ້ວກ່າວວ່າ: “ເບິ່ງແມ໊, ດິນອ່ອນກວ່າປີກາຍ.” ຊາວບ້ານ ຊົ່ງລີເວີນ ໄດ້ເຂົ້າມາໃກ້ໆ ແລ້ວເວົ້າວ່າ: “ບໍ່ນຶກເລີຍວ່າການເບິ່ງແຍງຈະສະດວກແບບນີ້, ຖ້າຮູ້ກ່ອນ ຂ້ອຍຄົງຈະເອົາສວນຊາເກົ່າຂອງຂ້ອຍໃຫ້ເຈົ້າລອງທົດລອງນຳກັນແລ້ວ.”

ນາງ ຈາງຊິວລີ້ ຈົບການສຶກສາຈາກມະຫາວິທະຍາໄລຮົງກົງ, ເຄີຍເປັນຜູ້ຊ່ວຍວິໄຈຢູ່ຄະນະສິ່ງແວດລ້ອມ ມະຫາວິທະຍາໄລຊິງຫົວ, ແລະ ເຄີຍໄດ້ຮັບການຈັດອັນ
ດັບຢູ່ໃນລາຍຊື່ບຸກຄົນດີເດັ່ນອາຍຸຕ່ຳກວ່າ 30 ປີ ຂອງ ຟອບສ໌ ຈີນ ແລະ ລາຍຊື່ຜູ້ບຸກເບີກການປະກອບການ U30 ຂອງ ຮູຣຸນ ຈີນ. ໃນເຄິ່ງປີຫຼັງຂອງປີ 2023, ການລົງສຳຫຼວດພູປູກຊາຢູ່ຢຸນນານຄັ້ງໜຶ່ງ ໄດ້ນຳພາລາວໄປສູ່ບ້ານລົງປິນ. ທີ່ນີ້ມີລະບົບນິເວດທີ່ສົມບູນຕາມທຳມະຊາດ, ແຕ່ກໍມີຄວາມກັງວົນທີ່ຊ້ອນຢູ່ ຄື ຊາວສວນປູກຊາໄດ້ເພິ່ງພາປຸຍເຄມີ ແລະ ຢາປາບສັດຕູພືດຫຼາຍເກີນໄປເພື່ອເນັ້ນປະ
ລິມານຜົນຜະລິດ, ເຮັດໃຫ້ດິນແຂງຕົວ ແລະ ສານອົງຄະທາດຫຼຸດລົງໃນແຕ່ລະປີ.
ຖ້າທີ່ດິນບໍ່ມີການປ່ຽນແປງ, ລາຍໄດ້ຂອງຊາວປູກຊາຈະຫຼຸດລົງເທື່ອລະໜ້ອຍໃນແຕ່ລະປີ.

ໃນເດືອນມີນາ ປີ 2024, ນາງ ຈາງ ຊິວລີ້ ໄດ້ຈົດທະບຽນສ້າງຕັ້ງສະຫະກອນຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານການກະສິກຳ ໂຮ່ວຜູ (ຜູເອີ), ສິ່ງທຳອິດທີ່ລາວເຮັດບໍ່ແມ່ນການຂາຍຊາ, ແຕ່ແມ່ນການໃຊ້ຂີ້ກະເດືອນມາບຳລຸງດິນ. ທີມງານໄດ້ນຳໃຊ້ວັດສະດຸພື້ນຖານອິນຊີຈາກມູນຂີ້ກະເດືອນເຂົ້າໃນການເບິ່ງແຍງພືດທີ່ປູກກ້ອງຮົ່ມໄມ້, ເພື່ອສະໜອງທາດອາຫານ ແລະ ຈຸລິນຊີທີ່ມີປະໂຫຍດໃຫ້ແກ່ຕົ້ນຊາ.
ເງື່ອນໄຂຂອງຊາວບ້ານມີພຽງສອງຢ່າງຄື: ຈັດການໄດ້ງ່າຍ ແລະ ຫຼຸດຜ່ອນການລົງທຶນ. ອີງຕາມຕົວຊີ້ວັດທີ່ເຂັ້ມງວດສອງຂໍ້ນີ້, ທີມງານໄດ້ປັບປຸງສູດຊ້ຳແລ້ວຊ້ຳອີກ ຈົນຄ່ອຍໆບັນລຸຜົນສຳເລັດ: ຄວາມສາມາດໃນການຮັກສານ້ຳ ແລະ ການລະບາຍອາກາດຂອງມູນຂີ້ກະເດືອນແມ່ນສູງກວ່າດິນທົ່ວໄປ 3 ເທົ່າ, ມີປະລິມານສານອົງຄະທາດສູງເຖິງ 42,2%, ແລະ ຈຳນວນຈຸລິນຊີທີ່ມີປະໂຫຍດໃນແຕ່ລະກຣາມແມ່ນມີຕັ້ງແຕ່ 2 ແສນ ຫາ 2 ລ້ານຕົວ. "ຫຍ້າຮົກຖືກປາບດ້ວຍດິນທີ່ອຸ
ດົມສົມບູນ, ຕົ້ນຊາຈຶ່ງເຕີບໃຫຍ່ຂະຫຍາຍຕົວໄດ້ດີຂຶ້ນ. ບໍ່ຕ້ອງສີດຢາ, ບໍ່ຕ້ອງຂຸດດິນ, ເຮັດໃຫ້ປະຢັດແຮງງານ ແລະ ເວລາໄດ້ຫຼາຍ." ຊາວບ້ານ ຊົ່ງລີເວີນ ກ່າວ.

ໃນຂະນະທີ່ບຳລຸງດິນ, ນາງ ຈາງ ຊິວລີ້ ໄດ້ປູກພືດສະໝຸນໄພຈີນ ເຊັ່ນ: ໂສມນ້ອຍ ແລະ ທຽນດົງ( Cochinchinese Asparagus Root) ແຊມໃນສວນຊາ. ຫຼັງຈາກນຳໃຊ້ຮູບແບບການປູກຊາຮ່ວມກັບສະໝຸນໄພ ແລະ ການປັບປຸງດິນດ້ວຍຂີ້ກະດືອນ, ລາຍໄດ້ສະເລ່ຍຕໍ່ມູ້(15 ມູ້ເທົ່າກັບ 1 ເຮັກຕາ)ຂອງສວນຊາໄດ້ເພີ່ມຂຶ້ນຫຼາຍກວ່າ 30%, ປະລິມານສານອົງຄະທາດໃນດິນເພີ່ມຂຶ້ນສະເລ່ຍ 15%, ແລະ ອັດຕາການເກີດພະຍາດ ແລະ ສັດຕູພືດຫຼຸດລົງ 20% ຫາ 30%.
ໃນປີ 2026, ນາງ ຈາງຊິວລີ້ ໄດ້ນຳເຂົ້າໂຄງການຕົວແທນອັດສະລິຍະການຜະ
ລິດກະສິກຳ ເຄີມູ(KEMU) ອີກຄັ້ງ, ເພື່ອ "ຕິດຕັ້ງ ‘ສະໝອງ’ ໃຫ້ແກ່ດິນນາດ້ວຍໂດຣນ". ໂດຣນທີ່ໃຊ້ລະບົບເງົາກະຈາຍຫຼາຍຊ່ອງສີໃນການກວດກາເນື້ອທີ່ນາ ຈະສ້າງແຜນທີ່ກຳນົດການເຮັດວຽກທີ່ຊັດເຈນ, ປະສານງານກັບການລະບຸພະຍາດ ແລະ ສັດຕູພືດ ພ້ອມທັງການຕອບຄຳຖາມດ້ານກະສິກຳຜ່ານແອັບຂະໜາດນ້ອຍ, ເຊິ່ງໂມເດວການຈຳແນກດ້ວຍພາບສາມາດກວມເອົາພະຍາດ ແລະ ສັດຕູພືດ ລວມທັງສະພາວະສຸຂະພາບຂອງພືດໄດ້ 115 ປະເພດ, ໂດຍມີອັດຕາຄວາມຖືກຕ້ອງໃນການກວດສອບສູງເຖິງ 95,48%.

ນັບຕັ້ງແຕ່ການລ້ຽງຂີ້ກະເດືອນເພື່ອບຳລຸງດິນ, ການປູກພືດສະໝຸນໄພແບບປະສົມປະສານ, ຈົນເຖິງການນຳໃຊ້ລະບົບຣີໂມດເຊັນຊິງເພື່ອ "ກວດສຸຂະ
ພາບ" ສວນຊາ, ສິ່ງທີ່ ນາງ ຈາງ ຊິວລີ້ ເຮັດແມ່ນໝູນວຽນຢູ່ກັບເລື່ອງດຽວກັນສະເໝີ ນັ້ນຄື ການເຮັດໃຫ້ຊາວສວນປູກຊາສາມາດຄິດໄລ່ບັນຊີໄດ້ຢ່າງຊັດເຈນ ແລະ ຂາຍຜົນຜະລິດທາງດ້ານການກະສິກຳໄດ້ໃນລາຄາທີ່ດີຂຶ້ນ. ໃນເດືອນພຶດສະ
ພາ ປີ 2025, ນາງ ຈາງ ຊິວລີ້ ໄດ້ຮັບການຍ້ອງຍໍໃຫ້ເປັນ "ດາວເດັ່ນດ້ານການສ້າງ
ສັນ ແລະ ປະກອບການ" ໃນການແຂ່ງຂັນ "ດາວເດັ່ນດ້ານການສ້າງສັນ ແລະ ປະ
ກອບການ" ຄັ້ງທີ 4 ຂອງແຂວງຢຸນນານ ແລະ ການແຂ່ງຂັນ "ໄວໜຸ່ມສ້າງສັນ", ພ້ອມທັງສະຫະກອນຂອງລາວໄດ້ຖືກຄັດເລືອກເຂົ້າໃນເຄືອຂ່າຍ INSPIRO Network ຂອງຫ້ອງທົດລອງນະວັດຕະກຳເພື່ອການພັດທະນາທີ່ຍືນຍົງ SPARK ຂອງອົງການສະຫະປະຊາຊາດເພື່ອການພັດທະນາ.