中文 English {{ activeLangText || 'Languages' }} {{ item.text }}
ການເລີ້ມຕົ້ນກິດຈະກຳສາຍຮູບເງົາພິເສດ ກ່ຽວ ກັບການລາດຕະເວນຮ່ວມບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງ ລະຫວ່າງ ຈີນ-ລາວ-ມຽນ ມາ-ໄທ
ຂ່າວ > ເນື້ອຫາ

ການເລີ້ມຕົ້ນກິດຈະກຳສາຍຮູບເງົາພິເສດ ກ່ຽວ ກັບການລາດຕະເວນຮ່ວມບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງ ລະຫວ່າງ ຈີນ-ລາວ-ມຽນ ມາ-ໄທ

分享到Facebook

ວັນທີ 17 ຕຸລາ, ກິດຈະກຳສາຍຮູບເງົາພິເສດ ກ່ຽວກັບການລາດຕະເວນຮ່ວມບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງ ລະຫວ່າງ ຈີນ-ລາວ-ມຽນມາ-ໄທ ໄດ້ຈັດຂຶ້ນທີ່ທ່າເຮືອຕຳຫຼວດຮຽງຮາ, ນະຄອນຊຽງຮຸ່ງ, ກິ່ງແຂວງປົກຄອງຕົນເອງເຜົ່າໄຕລື້ສິບສອງພັນນາ. ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຈາກສີ່ປະເທດ ທີ່ເຂົ້າ
ຮ່ວມການລາດຕະເວນຮ່ວມກັນໃນແມ່ນ້ຳຂອງ ເກືອບ 200 ຄົນ ໄດ້ມາເຕົ້າໂຮມກັນຢູ່ແຄມແມ່ນ້ຳລ້ານຊ້າງ ເພື່ອຮ່ວມກັນຮັບຊົມຮູບເງົາເລື່ອງ "ນອກປ່ອງຢ້ຽມແມ່ນດາວສີຟ້າ" .

ຮູບເງົາ "ນອກປ່ອງຢ້ຽມແມ່ນດາວສີຟ້າ" ແມ່ນຮູບເງົາກ່ຽວກັບອະວະກາດເລື່ອງທຳອິດຂອງຈີນທີ່ຖ່າຍທຳດ້ວຍຂະໜາດຄວາມແຈ້ງ 8K, ເຊິ່ງນຳສະເໜີພາບຄວາມງົດງາມອັນກວ້າງໃຫຍ່ຂອງຈັກກະວານ ແລະ ຊີວິດປະຈຳວັນທີ່ລະອຽດອ່ອນໃນອະວະກາດ ຜ່ານມຸມມອງຂອງນັກບິນອະວະກາດຈີນສາມທ່ານ, ເພື່ອສົ່ງຕໍ່ແນວຄິດກ່ຽວກັບຊຸມຊົນຮ່ວມຊາຕາກຳຂອງມວນມະນຸດ, ເຊິ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊົມໃນງານ.

ກິດຈະກຳການສາຍຮູບເງົາໃນຄັ້ງນີ້ ແມ່ນກິດຈະກຳການສາຍຮູບເງົາພິເສດຄັ້ງທຳອິດ ຂອງການລາດຕະເວນຮ່ວມບັງຄັບໃຊ້ກົດໝາຍແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ. ໃນໄລຍະຕໍ່ໜ້າ, ກິດຈະກຳ "ໂຮງຮູບເງົາກາງແຈ້ງ" ຈະດຳເນີນໄປພ້ອມກັບຂະບວນລາດຕະເວນຮ່ວມບັງຄັບໃຊ້ກົດໝາຍແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 170 ເພື່ອລົງໄປຈັດກິດຈະກຳສາຍຮູບເງົາ ຕາມບ້ານ, ທ່າເຮືອ ແລະ ສະຖານທີ່ຕ່າງໆ ຕາມແຄມຝັ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ປີ 2026 ແມ່ນຄົບຮອບ 15 ປີ ຂອງການດຳເນີນງານກົນໄກການລາດຕະ
ເວນຮ່ວມບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງ ລະຫວ່າງ ຈີນ, ລາວ, ມຽນມາ ແລະ ໄທ. ໃນໄລຍະ 15 ປີຜ່ານມາ, ພາກສ່ວນບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງຂອງທັງສີ່ປະເທດ ໄດ້ຊ່ວຍເຫຼືອກັນ ແລະ ຮ່ວມມືກັນຢ່າງຈິງໃຈ, ຊຸກຍູ້ໃຫ້ການແລກ
ປ່ຽນການຮ່ວມມືດ້ານການບັງຄັບໃຊ້ກົດໝາຍມີຄວາມເລິກເຊິ່ງ ແລະ ເປັນຮູບປະທຳຂຶ້ນເລື້ອຍໆ, ຮ່ວມກັນປົກປັກຮັກສາເສັ້ນທາງເຮືອໃນແມ່ນ້ຳຂອງໃຫ້ມີຄວາມປອດໄພ ແລະ ສະດວກສະບາຍ, ຮັກສາຄວາມປອດໄພ ແລະ ສະຖຽນລະພາບຢ່າງຕໍ່ເນື່ອງໃນເຂດລຸ່ມແມ່ນ້ຳຂອງ, ເຊິ່ງໝາກຜົນຂອງການຮ່ວມມືທີ່ເປັນຮູບປະທຳນີ້ ໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກລັດຖະບານ ແລະ ປະຊາຊົນຂອງບັນດາປະເທດໃນເຂດລຸ່ມແມ່ນ້ຳຂອງ.