中文 English {{ activeLangText || 'Languages' }} {{ item.text }}
ຊີວິດໃໝ່ໃນເມືອງທ່າມກາງທົ່ງນາແຄມໜອງນໍ້າ
ເນື້ອຫາ

ຊີວິດໃໝ່ໃນເມືອງທ່າມກາງທົ່ງນາແຄມໜອງນໍ້າ

分享到Facebook

ຢູ່ທີ່ແຫຼມຟູປາວ ເຂດກວນຕູ້ ນະຄອນຄຸນໝິງ, ພົນລະເມືອງ ແລະ ນັກທ່ອງທ່ຽວໄດ້ຊົມຄວາມງາມຂອງທັດສະນີຍະພາບໃນລະດູໃບໄມ້ຫຼົ່ນ, ສຳຜັດກັບການເຮັດໄຮ່ເຮັດນາ, ຊົມການສະແດງສິລະປະ, ຍ່າງຊົມຕະຫຼາດນັດທີ່ມີເອກະລັກ ແລະ ເຂົ້າໃກ້ຊິດກັບທຳມະຊາດໃນເຂດຊົນນະບົດແຄມໜອງນໍ້າ. ຊຸມຊົນຟູປາວໄດ້ຊຸກຍູ້ການພັດທະນາການທ່ອງທ່ຽວທາງດ້ານນິເວດຢ່າງຕັ້ງໜ້າ, ເຮັດໃຫ້ການຜະລິດທາງດ້ານກະສິກຳ ແລະ ທັດສະນີຍະພາບຂອງທັງສີ່ລະດູເຊື່ອມໂຍງເຂົ້າກັນ, ຈັດງານບຸນສິລະປະການເກັບກ່ຽວເພື່ອສະແດງໃຫ້ເຫັນເຖິງວັດທະນະທຳທ້ອງຖິ່ນທີ່ດີງາມ, ພ້ອມທັງຊຸກຍູ້ການປັບປຸງພື້ນທີ່ ໂດຍການປ່ຽນເຮືອນຂອງປະຊາຊົນໃຫ້ເປັນຮ້ານກາເຟ ແລະ ສະຖານທີ່ພັກຜ່ອນຢ່ອນໃຈ, ສ້າງສວນສາທາລະນະເພື່ອການກິລາ, ເພື່ອໃຫ້ຜູ້ຄົນໄດ້ຢູ່ໃກ້ຊິດກັບທຳມະຊາດໃນເຂດຊົນນະບົດທີ່ຢູ່ໃກ້ເຮືອນ, ສຳຜັດກັບ "ວິຖີຊີວິດແບບຢຸນນານ" ທ່າມກາງພູ, ສາຍນ້ຳ ແລະ ບັນຍາກາດການດຳລົງຊີວິດທີ່ຄຶກຄັກ.