ວັນທີ 18 ຕຸລາ, ພິທີເປີດສວນອຸດສາຫະກຳຮູບເງົາ ແລະ ໂທລະພາບດິຈິຕອນ ຢຸນນານ (ຖານການຜະລິດ) ແລະ ພິທີເປີດງານກິດຈະກຳ “ງານສະແດງດາ
ລາຕາມເສັ້ນທາງສາຍໄໝ•ການສະແດງແສງສີ” ລະດູການທີ 3 ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ.

ສວນອຸດສາຫະກຳຮູບເງົາ ແລະ ໂທລະພາບ ດິຈິຕອນ ຢຸນນານ (ຖານການຜະລິດ) ນຳພາໂດຍ ສະຖານີວິທະຍຸ ແລະ ໂທລະພາບຢຸນນານ ແລະ ກຸ່ມບໍລິສັດສື່ມວນຊົນວິທະຍຸ ແລະ ໂທລະພາບຢຸນນານ, ເພື່ອສ້າງຖານອຸດສາຫະກຳຕ່ອງໂສ້ຄົບວົງຈອນຂອງຮູບເງົາ ແລະ ໂທລະພາບດິຈິຕອນ ແຫ່ງທຳອິດຂອງແຂວງ ທີ່ລວມເອົາການຖ່າຍທຳ, ການຜະລິດ, ການແປພາສາ ແລະ ການສົ່ງອອກສູ່ຕ່າງປະເທດໄວ້ໃນບ່ອນດຽວ, ເພື່ອປຸກລະດົມຊັບພະຍາກອນ "ສະຕູດີໂອທຳມະຊາດ" ທີ່ມີຢູ່ໃຫ້ເກີດປະໂຫຍດ, ຂະຫຍາຍການເຕີບໃຫຍ່ຂອງອຸດສາຫະກຳຮູບເງົາ ແລະ ໂທລະ
ພາບ, ເປີດຊ່ອງທາງການສົ່ງອອກວັດທະນະທຳໄປສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ເພື່ອຊຸກຍູ້ການສ້າງແຂວງໃຫ້ມີຄວາມເຂັ້ມແຂງທາງດ້ານວັດທະ
ນະທຳ.
ໃນສະຖານທີ່ຈັດງານ, ຜູ້ດຳເນີນງານເຂດພັດທະນາ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ກັບມະຫາວິທະຍາໄລ, ອົງກອນຜະລິດຮູບເງົາ ແລະ ໂທລະພາບ, ວິສາຫະ
ກິດເຕັກໂນໂລຊີ ໃນດ້ານການຝຶກອົບຮົມການຜະລິດ-ການຮຽນ-ການວິໄຈ, ການພັດທະນາ IP ຂອງຮູບເງົາໃຫ້ເປັນດິຈິຕອນ, ການຮ່ວມກັນສ້າງຕັ້ງຫ້ອງທົດລອງ VP/XR ແລະ ອື່ນໆ, ໂດຍມີຄູ່ຮ່ວມມື 8 ແຫ່ງ ຂຶ້ນມາປະກົດຕົວເທິງເວທີ, ໂຄງ
ການສຳຄັນຂອງເຂດພັດທະນາ 5 ໂຄງການ ໄດ້ຖືກນຳສະເໜີຢ່າງລວມສູນ, ແລະ ມີແຂກຕ່າງປະເທດ 60 ທ່ານ ເຂົ້າຮ່ວມການເຊື່ອມຕໍ່ທາງດ້ານອຸດສາຫະກຳ. ນອກຈາກນີ້, ຍັງມີການເປີດໃຫ້ສາທາລະນະຊົນເຂົ້າຊົມ ງານວາງສະແດງຕາມຫົວຂໍ້, ການສະແດງເພື່ອການກຸສົນ ແລະ ຕະຫຼາດສິນຄ້າສ້າງສັນມໍລະດົກທາງວັດທະນະທຳນາມມະທຳ.