中文 English {{ activeLangText || 'Languages' }} {{ item.text }}
ເວທີສົນທະນາລະດັບສູງສື່ມວນຊົນອາຊີປາຊີຟິກ ສົ່ງສຽງຮຽກຮ້ອງໃຫ້ຮ່ວມມືກ້າວໄປຂ້າງໜ້າ
ຂ່າວ > ເນື້ອຫາ

ເວທີສົນທະນາລະດັບສູງສື່ມວນຊົນອາຊີປາຊີຟິກ ສົ່ງສຽງຮຽກຮ້ອງໃຫ້ຮ່ວມມືກ້າວໄປຂ້າງໜ້າ

分享到Facebook

ເວທີສົນທະນາລະດັບສູງສື່ມວນຊົນອາຊີປາຊີຟິກ ໄດ້ເປີດຂຶ້ນຢູ່ນະຄອນເຊີນເຈິ້ນແຂວງກວາງຕຸ້ງ ໂດຍຫົວຂໍ້ເວທີສົນທະນາແມ່ນ “ຮ່ວມກັນສ້າງເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງຂອງອາຊີປາຊີຟິກ: ຄວາມເຫັນດີເປັນເອກະພາບກັນ ແລະ ການປະພຶດຂອງສື່ມວນຊົນ”, ເຊິ່ງເປັນສ່ວນໜຶ່ງທີ່ສຳຄັນຂອງກິດຈະກຳຊຸດ "ປີຈີນ" ຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ (APEC), ຜູ້ຕາງໜ້າຫຼາຍກວ່າ 400 ຄົນ ຈາກສື່ມວນຊົນ, ສະຖາບັນຄົ້ນຄວ້າ ແລະ ອົງການລັດຖະບານທີ່ມາຈາກ 40 ກວ່າປະເທດ ແລະ ພາກພື້ນ ລວມທັງອົງການສະຫະປະຊາຊາແລະ 
ອົງການສາກົນຕ່າງໆ ໄດ້ເຂົ້າຮ່ວມເວທີສົນທະນາຄັ້ງນີ້.

ໃນໄລຍະເວທີສົນທະນາ ໄດ້ມີການເຜີຍແຜ່ "ຂໍ້ຕົກລົງ ເຊີນເຈີ້ນ ຂອງເວທີສົນທະນາລະດັບສູງສື່ມວນຊົນອາຊີປາຊີຟິກ", ຮຽກຮ້ອງໃຫ້ສົ່ງເສີມຄວາມເຫັນດີເປັນໜຶ່ງກ່ຽວກັບການເປີດກວ້າງ, ປົກປັກຮັກສາລະບົບການຄ້າຫຼາຍຝ່າຍ, ສົ່ງ
ເສີມການຫັນປ່ຽນເປັນດິຈິຕອນ, ສະຫຼາດ ແລະ ສີຂຽວ, ພ້ອມທັງລົງເລິກການສື່ສານ ແລະ ຮ່ວມມືລະຫວ່າງສື່ມວນຊົນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້
ວາງໃຈເຊິ່ງກັນ ແລະ ກັນຂອງປະຊາຊົນໃນພາກພື້ນອາຊີປາຊີຟິກ. ພ້ອມກັນນັ້ນ, ຄະນະກຳມະການການກະກຽມ "ໂຄງການຄູ່ຮ່ວມສື່ມວນຊົນອາຊີປາຊີຟິກ" ທີ່ລິເລີ່ມຮ່ວມກັນໂດຍອົງການສື່ມວນຊົນຈີນ ແລະ ຕ່າງປະເທດຈຳນວນ 16 ແຫ່ງ
ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ມີຫ້ອງເລຂາທິການຕັ້ງຢູ່ອົງການຂ່າວ ຊິນຮົວ, ມີຈຸດປະສົງເພື່ອສ້າງສີ່ເວທີຄື: ການສົນທະນາລະດັບສູງ, ການເຜີຍແຜ່ຮ່ວມກັນ, ນະວັດຕະກໍາເຕັກໂນໂລຊີ ແລະ ການຮ່ວມມືຕົວຈິງ.

ນອກຈາກນີ້, ເວທີສົນທະນາຍັງໄດ້ເປີດຕົວການເຄື່ອນໄຫວຮ່ວມມືສື່ມວນຊົນ "ມາພົບກັນທີ່ເຊີນເຈິ້ນ ຮ່ວມສ້າງອາຊີປາຊີຟິກທີ່ສວຍງາມ", ສຸມໃສ່ການແບ່ງປັນເຕັກໂນໂລຊີ, ການຮ່ວມສ້າງເນື້ອໃນ ແລະ ການຮ່ວມຝຶກອົບຮົມບຸກຄະລາກອນ, ພ້ອມທັງເຜີຍແຜ່ບົດລາຍງານ "ດັດຊະນີການເຜີຍແຜ່ຂ່າວສານອາຊີປາຊີຟິກ" ແລະ ບົດລາຍງານສະຖາບັນຄົ້ນຄວ້າ "ການເປີດກວ້າງ, ນະວັດຕະກໍາ, ການຮ່ວມມື — ສ້າງຊຸມຊົນອາຊີປາຊີຟິກທີ່ຈະເລີນຮຸ່ງເຮືອງຫຼາຍຂຶ້ນ". ຜູ້ເຂົ້າ
ຮ່ວມກອງປະຊຸມຍັງໄດ້ໄປທ່ຽວຊົມງານວາງສະແດງຜົນງານນະວັດຕະກໍາເຕັກໂນໂລຊີ, ສຳຜັດກັບການປະຕິບັດນະວັດຕະກໍາຂອງຈີນໃນຂົງເຂດການນຳໃຊ້ສື່ສະ
ຫຼາດ, ປັນຍາປະດິດ ແລະ ຂົງເຂດອື່ນໆ. ພວກເຂົາທຸກຄົນໄດ້ສະແດງຄວາມຄິດວ່າ ສື່ມວນຊົນຄວນຈັບໂອກາດຈາກເຕັກໂນໂລຊີ, ສົ່ງເສີມການເປີດກວ້າງ ແລະ ຮ່ວມ
ມືໃນພາກພື້ນ ເພື່ອບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ.