中文 English {{ activeLangText || 'Languages' }} {{ item.text }}
ຢູ່ແຂວງຢຸນນານ ມີບ້ານຊື່ວ່າ “ບ້ານວ້ານຢາວ”
ເນື້ອຫາ

ຢູ່ແຂວງຢຸນນານ ມີບ້ານຊື່ວ່າ “ບ້ານວ້ານຢາວ”

分享到Facebook

ຢູ່ຢຸນນານ ບໍ່ມີພຽງແຕ່ບ້ານວ້ານຢາວບ້ານດຽວເທົ່ານັ້ນ.

ຢູ່ບ້ານວ້ານຢາວ, ໄດ້ຂຸດເອົາດິນຕາມພູ ແລະ ສ້າງເຕົາເຜົາຕາມພູ. ໄມ້ຟືນຖືກຈູດບໍ່ມອດທັງກາງຄືນ ແລະ ກາງເວັນ. ດິນໜຽວທຳມະດາແນວໜຶ່ງ, ຖືກເຜົາໃຫ້ກາຍເປັນຖ້ວຍດິນ, ໝໍ້ດິນ ແລະ ກະເບື້ອງມຸງຫລັງຄາ ທີ່ຈຳເປັນຂອງທຸກໆຄອບຄົວ, ສະໜັບສະໜູນຊີວິດປະຈຳວັນທີ່ລຽບງ່າຍຂອງປະຊາຊົນທ້ອງຖິ່ນໃນແຂວງຢຸນນານ.

ບ້ານວ້ານຢາວ ບ້ານທ້ອງຖິ່ນຂອງບ້ານສາມລຽນ ຕາແສງມ່າຈ່ານນະຄອນເຖິງຊົງ. ສິລະປະການຜະລິດເຄື່ອງປັ້ນດິນເຜົາຈາກເຕົາ ຢົວໂຈວ(Yuezhou) ຂອງພາກກາງຈີນໃນລາຊະວົງ ໝິງ ໄດ້ຖືກນຳເຂົ້າມາທີ່ດິນແຫ່ງນີ້ ພ້ອມກັບການຍົກຍ້າຍຂອງກອງທັບ. ໂດຍອີງໃສ່ດິນໜຽວພູໄຟທີ່ມີຄຸນພິເສດທຳມະຊາດ, ໄດ້ສ້າງຮູບແບບການຜະລິດເຄື່ອງປັ້ນດິນບູຮານ "ສະກຸນໜຶ່ງ ຊ່າງຝີມືໜຶ່ງ". ໃນໄລຍະ
600 ປີ ຄວາມຮ້ອນຈາກການເຜົາດິນບໍ່ເຄີຍຂາດ.

ຢູ່ບ້ານວ້ານຢາວ ເມືອງຫົວນິງ ນະຄອນຢູ້ຊີ, ໄຟເຕົາເຜົາໄດ້ເລີ່ມຕົ້ນຈາກຍຸກຮົງວູ ຂອງລາຊະວົງໝິງ ແລະ ຈະເລີນຮຸ່ງເຮືອງໃນຍຸກຄັງຊີຄຽນຫຼົງ. ດ້ວຍແຮ່ດິນປັ້ນ ແລະ ສີເຄືອບທີ່ມີຄຸນພິເສດທຳມະຊາດ, ໄດ້ສ້າງໃຫ້ເຄື່ອງປັ້ນດິນຫົວນິງມີຄຸນ
ລັກສະນະພິເສດຄື "ສີຂຽວຄືຫຍົກ, ມີຮອຍແຕກຕາມທຳມະຊາດ ແລະ ມີການປ່ຽນສີຫຼາກຫຼາຍຈາກໄຟເຕົາ".

ຂັບລົດໄປທາງໃຕ້ຈາກຕົວເມືອງລິນຊາງ 16 ກິໂລແມັດ, ຈະຮອດບ້ານວ້ານຢາວ ເມືອງບໍ່ຊາງ ເຂດລິນສຽງ. ພຽງແຕ່ເຄິ່ງມື້, ບ້ານຜະລິດເຄື່ອງປັ້ນດິນເຜົາຮ້ອຍປີທີ່ເຊື່ອງຕົວຢູ່ໃນເຂດສອກຫຼີກແຫ່ງນີ້, ໄດ້ລວມເອົາຄວາມຮ້ອນຈາກເຕົາເຜົາບູຮານ, ຄວາມມ່ວນຊື່ນຂອງການຜະລິດດ້ວຍມື, ກິ່ນຊາ ແລະ ລົດຊາດກາເຟທີ່ເຂັ້ມຂຸ້ນໄດ້ຜ່ານໄປກັບເວລາຢ່າງຊ້າໆ.

ບ້ານວ້ານຢາວ ຊຸມຊົນຮ້ານຈ້ຽນ ຕາແສງຫຼິນອານ ເມືອງຈຽນສຸຍ ເປັນບ່ອນກຳເນີດຂອງເຄື່ອງປັ້ນດິນສີມ່ວງຈຽນສຸຍ. ນັບຕັ້ງແຕ່ລາຊະວົງຊົ້ງເປັນຕົ້ນມາ, ໄຟເຕົາເຜົາຢູ່ບ່ອນນີ້ບໍ່ເຄີຍດັບມອດ. ສິລະປະພິເສດ "ແກະສະຫຼັກທາງລົບ ແລະ ຕື່ມສີທາງບວກ, ຂັດເງົາໂດຍບໍ່ໃຊ້ສີເຄືອບ" ໄດ້ສ້າງຖານະທີ່ໂດດເດັ່ນໃຫ້ແກ່ເຄື່ອງປັ້ນດິນເຜົາສີມ່ວງຈຽນສຸຍ.