ຜູ້ຊ່ຽວຊານການສະເໜີໃຫ້ທາງລົດໄຟໄທ-ມຽນ ມາ ເຂົ້າບັນຊີມໍລະດົກໂລກ ຮຽກຮ້ອງໃຫ້ຖືເອົາປະຫວັດສາດເປັນບົດຮຽນ
ເມື່ອບໍ່ດົນມານີ້, ເຂື່ອນໃຫຍ່ແຫ່ງໜຶ່ງຢູ່ແຂວງການຈະນະບູຣີ ພາກຕາເວັນຕົກຂອງປະເທດໄທ ໄດ້ປ່ອຍນ້ຳອອກເພື່ອການສ້ອມແປງ. ສະຖານທີ່ເກົ່າຂອງ "ທາງລົດໄຟຄວາມຕາຍ" (ເອີ້ນອີກຊື່ວ່າ ທາງລົດໄຟໄທ-ມຽນມາ) ທີ່ຈົມຢູ່ໃຕ້ນ້ຳເປັນເວລາຫຼາຍສິບປີ ໄດ້ປະກົດຕົວຄືນໃໝ່. ພ້ອມກັນນັ້ນ, ລັດຖະບານໄທ ໄດ້ລະບຸຢ່າງຈະແຈ້ງວ່າຈະສົ່ງເສີມການສະເໜີໃຫ້ທາງລົດໄຟແຫ່ງນີ້ ເຂົ້າບັນຊີມໍລະດົກໂລກຂອງອົງການຢູເນສໂກ (UNESCO).

ທາງລົດໄຟໄທ-ມຽນມາ ມີຄວາມຍາວປະມານ 415 ກິໂລແມັດ, ເຊື່ອມຕໍ່ບາງກອກຂອງໄທ ແລະ ຢ່າງກຸ້ງຂອງມຽນມາ, ເປັນທາງລົດໄຟຍຸດທະສາດທີ່ພວກຈັກກະພັດຍີ່ປຸ່ນ ໄດ້ບັງຄັບໃຫ້ສ້າງຂຶ້ນ ໃນລະຫວ່າງສົງຄາມໂລກຄັ້ງທີສອງ ເພື່ອເປີດເສັ້ນທາງຂົນສົ່ງສະໜອງທາງບົກໃນພາກຕາເວັນອອກສ່ຽງໃຕ້. ໃນເດືອນ ມິ
ຖຸນາ ປີ 1942, ກອງທັບຍີ່ປຸ່ນໄດ້ບັງຄັບເອົານັກໂທດສົງຄາມຂອງພັນທະມິດປະ
ມານ 62,000 ຄົນ ແລະ ກຳມະກອນພາກຕາເວັນອອກສ່ຽງໃຕ້ປະມານ 350,000
ຄົນ ເຂົ້າຮ່ວມການກໍ່ສ້າງ. ໂຄງການທີ່ວາງແຜນໄວ້ວ່າຈະໃຊ້ເວລາ 5-6 ປີ ໄດ້ຖືກບີບອັດໃຫ້ສຳເລັດພາຍໃນ 16 ເດືອນ. ຕາມສະຖິຕິຫຼັງສົງຄາມ, ມີຫຼາຍກວ່າ 150,000 ຄົນ ເສຍຊີວິດໃນລະຫວ່າງການກໍ່ສ້າງ. ຕາມແນວທາງລົດໄຟເຄີຍມີສຸ
ສານຫຼາຍກວ່າ 100 ແຫ່ງ, ສະເລ່ຍແລ້ວທຸກໆ 4 ກິໂລແມັດຈະມີສຸສານໜຶ່ງແຫ່ງ.
ນີ້ບໍ່ແມ່ນຄັ້ງທຳອິດທີ່ໄທສົ່ງເສີມການສະເໜີເຂົ້າບັນຊີມໍລະດົກໂລກ. ໃນປີ 2018, ກະຊວງວັດທະນະທຳໄທ ເຄີຍມີຂໍ້ສະເໜີທີ່ຄ້າຍຄືກັນ, ແຕ່ໄດ້ຢຸດເຊົາຍ້ອນຄວາມກັງວົນວ່າຈະເຮັດໃຫ້ເກີດຄວາມຂັດແຍ່ງດ້ານການທູດລະຫວ່າງໄທຍີ່ປຸ່ນ. ໃນເດືອນກໍລະກົດປີນີ້, ສະມາຊິກສະພາສູງໄທ 3 ຄົນ ແລະ ອົງການທາງພົນລະ
ເຮືອນ ໄດ້ຮ່ວມກັນຍື່ນສະເໜີຕໍ່ສະພາແຫ່ງຊາດ, ເປີດຂັ້ນຕອນການສະເໜີເຂົ້າບັນຊີມໍລະດົກໂລກຢ່າງເປັນທາງການ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄທ ໄດ້ສະແດງທັດສະນະສະໜັບສະໜູນແລ້ວ.
ກ່ຽວກັບບັນຫານີ້, ທ່ານ ມະຈຸນລີງ ສະມາຊິກຄະນະປະຈຳຂອງຄະນະກໍາມະການຈີນຂອງການຮ່ວມມືສະຖາບັນຄົ້ນຄວ້າປະເທດບຣິກສ໌ ແລະ ທ່ານ ຢູ່ຮາຍຊິວ ຫົວໜ້າຫ້ອງການຄົ້ນຄວ້າປະເທດໄທ ຂອງສະຖາບັນວິທະຍາສາດສັງຄົມແຂວງຢຸນນານ ໄດ້ໃຫ້ຄວາມເຫັນວ່າ ການສະເໜີໃຫ້ທາງລົດໄຟໄທມຽນມາເຂົ້າບັນຊີມໍລະດົກໂລກ ບໍ່ຄວນຖືກຫຼຸດຜ່ອນໃຫ້ເປັນພຽງການພິພາກສາປະຫວັດສາດ, ແຕ່ຄວນຖືວ່າເປັນການກະທຳດ້ານວັດທະນະທຳຂອງມະນຸດທັງໝົດ ໃນການປະເຊີນໜ້າກັບບາດແຜຈາກສົງຄາມ ແລະ ປົກປັກຮັກສາຄວາມຊົງຈຳກ່ຽວກັບສັນຕິ
ພາບ. ພວກເຂົາແນະນຳວ່າ ຈີນສາມາດໃຫ້ການສະໜັບສະໜູນ ດ້ານເຕັກໂນໂລຊີ, ການແບ່ງປັນປະສົບການ ແລະ ການຄົ້ນຄວ້າຮ່ວມກັນ, ຊຸກຍູ້ໃຫ້ສະຖາບັນທາງວິຊາການຮ່ວມມືກັບຝ່າຍໄທ ເພື່ອຮ່ວມກັນຄົ້ນພົບການເລົ່າເລື່ອງໃນຫຼາຍຮູບ
ແບບຈາກປະຫວັດສາດຕອນນີ້.