中文 English {{ activeLangText || 'Languages' }} {{ item.text }}
ຫ້ອງການຄວບຄຸມເຮືອນ້ຳຄອງລ້ານຊ້າງ ໄດ້ເປີດໃຊ້ລະບົບຕອບໂຕ້ສຸກເສີນ ເພື່ອຮັບປະກັນຄວາມປອດໄພ ແລະ ການເດີນເຮືອຢ່າງບໍ່ຂັດຂ້ອງຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ
ຂ່າວ > ເນື້ອຫາ

ຫ້ອງການຄວບຄຸມເຮືອນ້ຳຄອງລ້ານຊ້າງ ໄດ້ເປີດໃຊ້ລະບົບຕອບໂຕ້ສຸກເສີນ ເພື່ອຮັບປະກັນຄວາມປອດໄພ ແລະ ການເດີນເຮືອຢ່າງບໍ່ຂັດຂ້ອງຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

分享到Facebook

ເມື່ອບໍ່ດົນມານີ້, ເນື່ອງຈາກອິດທິພົນຂອງຝົນຕົກໜັກຢ່າງຕໍ່ເນື່ອງ, ບາງເສັ້ນທາງຂົນສົ່ງໃນເຂດປົກຄອງຕົນເອງເຜົ່າໄຕລື້ສິບສອງພັນນາ ໄດ້ຮັບຄວາມເສຍຫາຍ, ການດຳເນີນງານດ່ານບໍ່ຫານ ລະຫວ່າງລາວ-ຈີນ ໄດ້ປະສົບຄວາມລຳ
ບາກຫຍຸ້ງຍາກ. ຍານພາຫະນະຂົນສົ່ງສິນຄ້າຂ້າມຊາຍແດນ ແລະ ສິນຄ້າຈຳນວນ
ຫຼາຍ ໄດ້ຖືກສົ່ງໄປສູ່ດ່ານທ່າເຮືອກວນເລີ ຂອງແມ່ນ້ຳລ້ານຊ້າງຢ່າງຮີບດ່ວນ. ປະ
ເຊີນກັບຄວາມດັນດ້ານການຂົນສົ່ງທາງນ້ຳທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຫ້ອງການຄວບຄຸມເຮືອນ້ຳຄອງສິບສອງພັນນາ ໄດ້ເປີດໃຊ້ລະບົບຕອບໂຕ້ສຸກເສີນຢ່າງວ່ອງ
ໄວ. ນຳໃຊ້ທ່າແຮງຂອງການຂົນສົ່ງທາງນ້ຳທີ່ໄດ້ຮັບຜົນກະທົບໜ້ອຍຈາກໄພພິບັດທາງພູມສາດ ແລະ ຄວາມສາມາດໃນການຂົນສົ່ງສິນຄ້າໄດ້ຫຼາຍ, ເພື່ອຮັບປະກັນຢ່າງເຕັມທີ່ໃຫ້ເສັ້ນທາງເດີນເຮືອສາກົນແມ່ນ້ຳລ້ານຊ້າງແມ່ນ້ຳຂອງມີຄວາມປອດໄພ ແລະ ສະດວກ.

ໃນວັນທີ 31 ເດືອນສິງຫາ ຫາ ວັນທີ 3 ເດືອນກັນຍາ, ຫ້ອງການຄວບຄຸມເຮືອນ້ຳຄອງກວນເລີຍ ໄດ້ໃຫ້ບໍລິການ ແລະ ຮັບປະກັນໃຫ້ເຮືອທັງໝົດ 53 ລຳ ທີ່ຂາເຂົ້າ-ຂາອອກດ່ານທ່າເຮືອກວານເລີຍໄດ້ຢ່າງປອດໄພ ແລະ ສະດວກ. ຫ້ອງການ
ຄວບຄຸມເຮືອນ້ຳຄອງສິບສອງພັນນາ ໄດ້ສ້າງຕັ້ງ "ເສັ້ນທາງສີຂຽວ" ຢູ່ຫ້ອງການຄວບຄຸມເຮືອນ້ຳຄອງກວນເລີຍ, ຈັດຕັ້ງພະນັກງານປະຈຳວຽກ 24 ຊົ່ວໂມງ, ເພື່ອອຳນວຍການບໍລິການ ຄື: ການກວດກາບູລິມະສິດ ແລະ ອະນຸຍາດການປ່ອຍເຮືອທີ່ຖືກແບ່ງກະແສ. ພ້ອມກັນນັ້ນ, ຍັງໄດ້ແນະນຳວິສາຫະກິດເດີນເຮືອໃຫ້ປັບປຸງຄວາມສາມາດໃນການຂົນສົ່ງ ແລະ ແຜນການເດີນເຮືອຢ່າງເໝາະສົມ, ເພື່ອຮັບປະກັນໃຫ້ເສັ້ນທາງຂົນສົ່ງຕູ້ຄອນເທນເນີປະຈຳລະຫວ່າງຈີນ-ໄທ ແລະ ເສັ້ນ
ທາງເຮືອປະຈຳອື່ນໆດຳເນີນງານຢ່າງມີສະຖຽນລະພາບ.

ໃນດ້ານການປັບປຸງປະສິດທິພາບການດຳເນີນງານດ່ານທາງນ້ຳ, ຫ້ອງການຄວບຄຸມເຮືອນ້ຳຄອງສິບສອງພັນນາ ໄດ້ຮ່ວມມືກັບອົງການພາສີ, ອົງການກວດກາຊາຍແດນ ແລະ ອົງການອື່ນໆ ວາງແຜນການຈັດການສຸກເສີນລ່ວງໜ້າ, ເພື່ອຮັບປະກັນວ່າສິນຄ້າທີ່ປ່ຽນຈາກທາງບົກມາທາງນ້ຳສາມາດ "ເຂົ້າມາໄດ້, ບັນທຸກສິນຄ້າໄດ້ ແລະ ອອກໄປໄດ້". ພ້ອມກັນນັ້ນ, ໄດ້ເພີ່ມທະວີການກວດກາລ່ອງເຮືອ ແລະ ການປະຕິບັດກົດໝາຍ, ເພີ່ມຄວາມເຂັ້ມງວດໃນການຕິດຕາມ ແລະ ແຈ້ງເຕືອນກ່ຽວກັບເສັ້ນທາງເດີນເຮືອ, ປະກາດຂໍ້ແຈ້ງການ (ຂໍ້ເຕືອນ) ການເດີນເຮືອຢ່າງທັນເວລາ, ຮັກສາລະບຽບຮຽບຮ້ອຍຂອງການເດີນເຮືອ, ປົກປ້ອງໃຫ້ "ເສັ້ນ
ທາງນ້ຳສີຄຳ" ມີຄວາມປອດໄພ ແລະ ສາມາດເດີນເຮືອໄດ້ຢ່າງບໍ່ຂັດຂ້ອງ.