中文 English {{ activeLangText || 'Languages' }} {{ item.text }}
ລົດໄຟໝາຍເລກ C4242 ອອກເດີນທາງແລ້ວ! ນັກທ່ອງທ່ຽວ 1352 ຄົນ ເລີ່ມຕົ້ນການເດີນທາງເພື່ອບັນລຸຄວາມຝັນ
ຂ່າວ > ເນື້ອຫາ

ລົດໄຟໝາຍເລກ C4242 ອອກເດີນທາງແລ້ວ! ນັກທ່ອງທ່ຽວ 1352 ຄົນ ເລີ່ມຕົ້ນການເດີນທາງເພື່ອບັນລຸຄວາມຝັນ

分享到Facebook

ບໍ່ດົນມານີ້, ນັກທ່ອງທ່ຽວຫວຽດນາມ 1352 ຄົນ ໄດ້ຂີ່ລົດໄຟໝາຍເລກ 
C4242 ມາຮອດສະຖານີລົດໄຟ ຄຸນໝິງໃຕ້, ຫຼັງຈາກນັ້ນໄດ້ເດີນທາງໄປທ່ຽວຊົມທິວທັດທີ່ສວຍງາມ ແລະ ປະສົບການສຳຜັດກັບວັດທະນະທຳທ້ອງຖິ່ນຢູ່ນະຄອນຕາລີ, ລີ້ຈຽງ ແລະ ບ່ອນອື່ນໆ.

ເນື່ອງຈາກກົງກັບໄລຍະວັນພັກຂອງປະເທດຫວຽດນາມ, ນັກທ່ອງທ່ຽວຫວຽດນາມຈຳນວນຫຼາຍໄດ້ເລືອກຂີ່ລົດໄຟຄວາມໄວສູງໄປປະເທດຈີນ, ເພື່ອເລີ່ມ
ຕົ້ນການທ່ອງທ່ຽວແຂວງຢຸນນານທີ່ສວຍງາມ.

ເພື່ອອຳນວຍຄວາມສະດວກໃຫ້ກຸ່ມທ່ອງທ່ຽວຂ້າມຊາຍແດນຈັດປີ້ເດີນທາງໄດ້ໄວຂຶ້ນ, ບໍລິສັດກຸ່ມລົດໄຟຄຸນໝິງໄດ້ສະເໜີການບໍລິການພິເສດຄື "ລົດໄຟເຊົ່າທັງຂະບວນ + ເດີນທາງຕໍ່ເນື່ອງ".

ໃນໄລຍະທີ່ມີນັກເດີນທາງໜາແໜ້ນ, ສະຖານີຄຸນໝິງ, ສະຖານີເຫີໂຂເໜືອ, ສະຖານີຕາລີ ແລະ ສະຖານີລີ້ຈຽງ ບໍ່ພຽງແຕ່ປັບປຸງຂະບວນການທັງໝົດຂອງການເຂົ້າອອກສະຖານີ, ກວດກາຄວາມປອດໄພ ແລະ ກວດສອບເອກະສານຢ່າງຕໍ່ເນື່ອງ ເພື່ອເພີ່ມປະສິດທິພາບການເຄື່ອນໄຫວຂອງນັກທ່ອງທ່ຽວ, ແຕ່ຍັງໄດ້ຈັດຕັ້ງພະນັກງານສະເພາະເພື່ອເຮັດໜ້າທີ່ນຳພາຈຸດສະເພາະ, ຕອບຄຳຖາມ 
ແລະ ຮັກສາລະບຽບຮຽບຮ້ອຍ.

ດ້ວຍກາລະໂອກາດຈາກ "ປີຮ່ວມມືການທ່ອງທ່ຽວຈີນຫວຽດນາມ", ນັບຕັ້ງແຕ່ຕົ້ນປີມາຮອດທ້າຍເດືອນ ສິງຫາ, ຈຳນວນນັກທ່ອງທ່ຽວຂ້າມຊາຍແດນທີ່ໃຊ້ການບໍລິການລົດໄຟທີ່ດ່ານຊາຍແດນເຫີໂຂໄດ້ລື່ນກາຍ 90,000 ຄົນ, ຫຼາຍກວ່າຈຳນວນທັງໝົດຂອງປີກາຍນີ້.