ມູນຄ່າການຄ້າສອງຝ່າຍລະຫວ່າງປະເທດຈີນກັບອາຊຽນໄດ້ທະລຸ 1,050 ຕື້ໂດລາເປັນຄັ້ງທໍາອິດໃນປີ 2025, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ໄລຍະດຽວກັນ. ປະ
ເທດຈີນຍັງຄົງເປັນຄູ່ຄ້າອັນດັບ 1 ຂອງອາຊຽນເປັນເວລາ 17 ປີຕິດຕໍ່ກັນ, ອາຊຽນເປັນຄູ່ຄ້າອັນດັບ 1 ຂອງປະເທດຈີນເປັນເວລາ 6 ປີຕິດຕໍ່ກັນ. ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ມູນຄ່າການຄ້າສອງຝ່າຍໄດ້ບັນລຸ 744.41 ຕື້ໂດ
ລາ, ເພີ່ມຂຶ້ນ 24.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມອັດຕາສ່ວນ
21.8% ຂອງມູນຄ່າການຄ້າຕ່າງປະເທດຂອງປະເທດຈີນ.

ພາຍໃຕ້ສະຖານະການທີ່ການພົວພັນດ້ານເສດຖະກິດ ການຄ້າທີ່ນັບມື້ນັບແໜ້ນແຟ້ນ, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນອາຊຽນ ຄັ້ງທີ 23 ຈະຈັດຂຶ້ນຢູ່ນະຄອນໜານໜິງ, ເຂດປົກ
ຄອງຕົນເອງເຜົ່າຈ້ວງກວາງຊີ. ທ່ານ ຢຽນ ຕົງ ຮອງລັດຖະມົນຕີກະຊວງການຄ້າຈີນ ແນະນຳວ່າ: ນັບມາຮອດເດືອນກໍລະກົດປີນີ້, ຍອດມູນຄ່າການລົງທຶນສອງສົ້ນ ແລະ ຍອດມູນຄ່າທຸລະກິດຮັບເໝົາການກໍ່ສ້າງລະຫວ່າງ ສປ ຈີນ ກັບອາຊຽນ
ລ້ວນແຕ່ເກີນ 515 ຕື້ໂດລາ. ໂຄງການທາງລົດໄຟຊາຍຝັ່ງຕາເວັນອອກຂອງມາ
ເລເຊຍມີຄວາມຄືບໜ້າຫຼາຍກວ່າ 94%, ທາງລົດໄຟຄວາມໄວສູງຈາກຈາກາຕາເຖິງບັນດຸງໃນອິນໂດເນເຊຍໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 15 ລ້ານເທື່ອຄົນ, ແລະ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ຈີນ-ລາວ ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນທາງການ.
ສັນຍາການຄ້າເສລີ ຈີນ-ອາຊຽນ ສະບັບ 3.0 ໄດ້ຖືກລົງນາມຢ່າງເປັນທາງ
ການ, ເຊິ່ງຈະຂະຫຍາຍການຮ່ວມມືໄປສູ່ຂົງເຂດໃໝ່ໆ ເຊັ່ນ: ດິຈິຕອນ, ສີຂຽວ, ແລະ ຕ່ອງໂສ້ການຜະລິດ. ຫົວໜ້າກົມອາຊີຂອງກະຊວງການຄ້າຈີນກ່າວວ່າ, ບາດກ້າວຕໍ່ໄປແມ່ນການເພີ່ມທະວີການຮ່ວມມືໃນຂົງເຂດໃໝ່, ອີງໃສ່ “ສອງປະ
ເທດ ສອງສວນ” ແລະ ອື່ນໆ ເພື່ອສົ່ງເສີມການເຊື່ອມໂຍງອຸດສາຫະກຳ; ພັດທະ
ນາການຂົນສົ່ງຫຼາຍຮູບແບບ ເພື່ອຍົກສູງປະສິດທິພາບການເຊື່ອມຕໍ່; ນຳໃຊ້ປັນ
ຍາປະດິດ, ຂໍ້ມູນໃຫຍ່ ແລະ ເຕັກໂນໂລຊີອື່ນໆ ເພື່ອຊຸກຍູ້ການຍົກລະດັບຕ່ອງໂສ້ການຜະລິດ ແລະ ການສະໜອງໃຫ້ເປັນລະບົບດິຈິຕອນ.