
ວັນທີ 3 ກັນຍາ, ງານວາງສະແດງອຸດສາຫະກຳວັດທະນະທຳ ແລະ ທ່ອງທ່ຽວປີ 2026 ໄດ້ເປີດຂຶ້ນຢູ່ນະຄອນທຽນສິນ ໂດຍກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນເປັນຝ່າຍເຈົ້າພາບ. ງານາວາງສະແດງຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ລົງເລິກການເຊື່ອມໂຍງວັດທະນະທຳ-ທ່ອງທ່ຽວ ແລະ ສ້າງສັນຊີວິດທີ່ດີງາມດ້ວຍປັນຍາປະດິດ”, ອີງຕາມການກຳນົດຕຳແໜ່ງໂດຍລວມຄື: “ການສາທິດການນຳພາທາງດ້ານອຸດສາຫະກຳ, ເວທີການຄ້າຂອງວິສາຫະກິດ, ຊ່ອງທາງການເຂົ້າເຖິງການໄຫຼວຽນຂອງເມືອງ, ງານບຸນທີ່ມີຄວາມສຸກຂອງປະຊາຊົນ”, ປະສານສົມທົບການແລກປ່ຽນລະຫວ່າງຂະແໜງການທີ່ເປັນມືອາຊີບ ແລະ ການສຳຜັດປະສົບການເຊິ່ງກັນ ແລະ ກັນຂອງປວງຊົນ, ເຊິ່ງໄດ້ດຶງດູດວິສາຫະກິດວັດທະນະທຳ ແລະ ທ່ອງ
ທ່ຽວ 2540 ແຫ່ງທີ່ມາຈາກ 30 ແຂວງ (ເຂດປົກຄອງຕົນເອງລະດັບແຂວງ, ນະ
ຄອນ)ພາຍໃນຈີນ ລວມທັງ 20 ປະເທດ ແລະພາກພື້ນ ມາເຂົ້າຮ່ວມ.

ງານວາງສະແດງຄັ້ງນີ້ມີໄລຍະເວລາ 4 ວັນ, ມີເນື້ອທີ່ວາງສະແດງທັງໝົດ
100,000 ຕາແມັດ, ຈັດຕັ້ງ 10 ພື້ນທີ່ວາງສະແດງທີ່ໂດດເດັ່ນຄື: ການເຊື່ອມໂຍງວັດທະນະທຳ-ທ່ອງທ່ຽວ, ຮູບແບບທຸລະກິດໃໝ່ທາງດິຈິຕອນ, ອຸປະກອນວັດທະ
ນະທຳ-ທ່ອງທ່ຽວ, ການຮ່ວມມືທາງສາກົນ, ເອກະລັກທຽນສິນ ແລະ ການບໍລິໂພກຂອງມະຫາຊົນ, ສຸມໃສ່ການສະແດງຜົນສຳເລັດໃໝ່ຂອງການພັດທະນາແບບປະ
ສົມປະສານລະຫວ່າງວັດທະນະທຳ, ການຄ້າ ແລະ ການທ່ອງທ່ຽວ. ໃນໄລຍະດຽວ
ກັນ, ຈະຈັດກິດຈະກຳວິຊາສະເພາະ 18 ຄັ້ງ, ກວມເອົາຂົງເຂດການຮ່ວມມືພາກພື້ນ, ການປະດິດສ້າງອຸດສາຫະກຳ, ການສ້າງຄວາມເຂັ້ມແຂງດ້ວຍວິທະຍາສາດເຕັກໂນໂລຊີ, ການບໍລິໂພກວັດທະນະທຳ ແລະ ທ່ອງທ່ຽວ, ສ້າງເວທີອຸດສາຫະກຳວັດທະນະທຳ ແລະ ທ່ອງທ່ຽວລະດັບຊາດທີ່ລວມເອົາການວາງສະແດງຜົນສຳເລັດ, ການແລກປ່ຽນອຸດສາຫະກຳ, ການເຊື່ອມຕໍ່ໂຄງການ ແລະ ປະສົບການການບໍລິ
ໂພກ.