ອີງຕາມຂໍ້ມູນຈາກອົງການຄຸ້ມຄອງຄວາມສ່ຽງໄພພິບັດແຫ່ງຊາດຂອງເນ
ປານແຈ້ງໃຫ້ຮູ້ວ່າ: ມາຮອດເວລາ 5 ໂມງ ຂອງວັນທີ 2 ກັນຍາ ຜ່ານມາຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດຈາກໄພພິບັດດິນເຈື່ອນຂອງເນປານໄດ້ເພີ່ມຂຶ້ນເປັນ 1127 ຄົນ.

ວັນທີ 26 ກັນຍາ ຜ່ານມາ, ເກີດເຫດດິນເຈື່ອນຂະໜາດໃຫຍ່ຢູ່ເຂດເຣໂຊວາ
ທາງພາກເໜືອຂອງເນປານ. ວັນທີ 26 ກັນຍາ ຜ່ານມາ, ລັດຖະບານ ເນປານ ໄດ້ຕັດສິນໃຈກຳນົດໃຫ້ບາງເຂດການປົກຄອງທ້ອງຖິ່ນໃນພື້ນທີ່ປະສົບໄພເປັນເຂດວິ
ກິດໄພພິບັດ ເປັນເວລາ 3 ເດືອນ ຕາມຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງ ເພື່ອສຸມໃສ່ການຈັດສັນຊັບພະຍາກອນກູ້ໄພ, ເພີ່ມທະວີການຄວບຄຸມບຸກຄະລາກອນ
ແລະ ຊຸກຍູ້ວຽກງານຟື້ນຟູຫຼັງໄພພິບັດ.