ນັກຂ່າວໄດ້ຮັບຂ່າວຈາກອົງການຮ່ວມມື ແລະ ພັດທະນາສາກົນແຫ່ງຊາດຈີນໃນວັນທີ 30 ສິງຫານີ້ວ່າ, ຝ່າຍຈີນໄດ້ສະໜອງການຊ່ວຍເຫຼືອດ້ານມະນຸດສະທຳແບບສຸກເສີນໃຫ້ແກ່ປະເທດເນປານເພື່ອແກ້ໄຂບັນຫາໄພພິບັດດິນເຈື່ອນ. ປັດຈຸ
ບັນ, ເຄື່ອງຊ່ວຍເຫຼືອຈາກຈີນໄດ້ຖືກຂົນສົ່ງໄປຮອດນະຄອນຫຼວງກັດມັນດູ, ແລະ
ຜູ້ຊ່ຽວຊານດ້ານການກູ້ໄພອຸໂມງກໍໄດ້ເດີນທາງໄປຮອດເຂດປະສົບໄພແລ້ວ.

ເວລາປະມານ 7 ໂມງ ຂອງວັນທີ 30 ຕາມເວລາທ້ອງຖິ່ນ, ເຮືອບິນຂົນສົ່ງຂະໜາດໃຫຍ່ Y-20 ສອງລຳຂອງຈີນ ທີ່ບັນທຸກເຄື່ອງຊ່ວຍເຫຼືອ ໄດ້ບິນໄປຮອດສະໜາມບິນສາກົນ ກັດມັນດູ ປະເທດເນປານ, ໂດຍມີຜູ້ຊ່ຽວຊານດ້ານການກູ້ໄພ 4 ຄົນຂອງຈີນ ໄປເຖິງພ້ອມກັບເຮືອບິນ.
ເຮືອບິນຂົນສົ່ງ 2 ລຳ ໄດ້ອອກເດີນທາງຈາກສະໜາມບິນສາກົນ ຊວງຫຼີວນະ
ຄອນເສີງຕູ່ແຂວງເສສວນ ໃນມື້ນັ້ນ ແລະ ໄດ້ເດີນທາງປະມານ 3 ຊົ່ວໂມງ ແລະ ໄປຮອດປະເທດເນປານ. ເຮືອບິນດັ່ງກ່າວໄດ້ບັນທຸກເຕັນ, ຜ້າຫົ່ມ, ຖົງນອນ, ອາ
ຫານແຫ້ງອັດແໜ້ນ, ຊຸດພະຍາບານ ແລະ ອຸປະກອນກູ້ໄພອື່ນໆ.