ຄ້າຍບຳລຸງສ້າງເຈົ້າໜ້າທີ່ເຜີຍແຜ່ເມືອງເອື້ອຍນ້ອງພາຍໃຕ້ຫົວຂໍ້ “ການພົບກັນຂອງຄວາມຝັນດ້ານກາເຟ” ໄດ້ເປີດຂຶ້ນທີ່ນະຄອນຄຸນໝິງ
By QinXuedan|
ວັນທີ 24 ສິງຫາ ຜ່ານມາ, “ປະສານໃຈກັນ ເດີນທາງຢູ່ຢຸນນານ” ປະຈຳປີ 2026 ຂອງຄ້າຍບຳລຸງສ້າງເຈົ້າໜ້າທີ່ເຜີຍແຜ່ເມືອງເອື້ອຍນ້ອງພາຍໃຕ້ຫົວຂໍ້ “ການພົບກັນຂອງຄວາມຝັນດ້ານກາເຟ” ໄດ້ເປີດຂຶ້ນທີ່ນະຄອນຄຸນໝິງ, ເຊິ່ງສະມາຄົມມິດຕະພາບປະຊາຊົນກັບຕ່າງປະເທດແຂວງຢຸນນານເປັນຝ່າຍເຈົ້າພາບ, ສູນການສື່ສານສາກົນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານເປັນຝ່າຍຈັດຕັ້ງ. ສະມາຊິກຂອງຄ້າຍຫຼາຍກວ່າ 20 ທ່ານ (ລວມທັງຜູ້ປະກອບການດ້ານກາເຟ, ສື່ມວນຊົນ, ຜູ້ສ້າງເນື້ອໃນດ້ວຍຕົນເອງ ແລະ ນັກສິລະປິນ) ຈາກ 8 ປະເທດ ຄື: ຈີນ, ອັງກິດ, ລາວ, ມຽນມາ, ຫວຽດນາມ, ກໍາປູເຈຍ, ໄທ, ມາເລເຊຍ ແລະ ສີລັງກາ ຈະເດີນທາງໄປນະຄອນຄຸນໝິງ ແລະ ເມືອງພູເອີ ເພື່ອເຂົ້າຮ່ວມການສຶກສາຄົ້ນຄວ້າ ແລະ ຝຶກອົບຮົມພາກປະຕິບັດຕົວຈິງກ່ຽວກັບອຸດສາຫະກໍາກາເຟເປັນເວລາໜຶ່ງອາທິດ.

ບັນດາສະມາຊິກຈະໄດ້ເຂົ້າຮ່ວມ ແລະ ສໍາຜັດປະສົບການກັບກາເຟ, ໄປເຖິງຫ້ອງທົດລອງ, ວິສາຫະກິດປຸງແຕ່ງ ແລະ ສວນກາເຟ ພາຍໃຕ້ການຊີ້ນຳຂອງຄູຝຶກມືອາຊີບ, ພ້ອມທັງໄດ້ພົບປະກັບຊາວກະສິກອນຜູ້ປູກກາເຟ ເພື່ອໃຫ້ເຂົ້າໃຈຢ່າງຮອບດ້ານກ່ຽວກັບລະບົບຕ່ອງໂສ້ການຜະລິດກາເຟຂອງຢຸນນານ. ຄ້າຍນີ້ໄດ້ນໍາໃຊ້ຮູບແບບ “ທິດສະດີ + ພາກປະຕິບັດຕົວຈິງ”, ໂດຍມີການຈັດຕັ້ງຫຼັກສູດຕ່າງໆ ເຊັ່ນ: ການວາງແຜນສື່ໃໝ່, ການດໍາເນີນງານຂ້າມແພລັດຟອມ, ການສ້າງ IP, ການພັດທະນາແບບຍືນຍົງ, ແລະ ອື່ນໆ. ພ້ອມກັນນັ້ນ, ຍັງໄດ້ຊຸກຍູ້ໃຫ້ສະມາ
ຊິກຮ່ວມກັນສ້າງຜົນງານການເຜີຍແຜ່ສາກົນ ເຊັ່ນ: ວິດີໂອສັ້ນ, ພອດແຄສ ແລະ ຜົນງານການສື່ສານສາກົນອື່ນໆ
ໃນຖານະທີ່ເປັນແຫຼ່ງຜະລິດເມັດກາເຟຫຼາຍກວ່າ 98% ຂອງຈີນ, ຢຸນນານໄດ້ນຳໃຊ້ສື່ໃໝ່ເປັນຂົວຕໍ່ໂດຍອີງໃສ່ກິດຈະກຳນີ້, ຊຸກຍູ້ການຮຽນຮູ້ເຊິ່ງກັນ ແລະ ກັນຂອງວັດທະນະທຳກາເຟລະຫວ່າງບັນດາປະເທດ, ສຳຫຼວດການສະແດງແບບສ້າງສັນກ່ຽວກັບເລື່ອງເລົ່າອຸດສາຫະກຳ, ເຊັ່ນ: ການພັດທະນາຂອງຊາວສວນປູກກາເຟ, ການສ້າງສາຍີ່ຫໍ້ ແລະ ອື່ນໆ.