ການນຳເຂົ້າໝາກໄມ້ຜ່ານທາງລົດໄຟລາວ-ຈີນ ຫຼາຍກວ່າ 600,000 ໂຕນ
ຍ້ອນຮູບແບບ “ການກວດກາ ແລະ ການກວດເຊື້ອພະຍາດຢູ່ຈຸດໝາຍປາຍທາງຂອງການນຳເຂົ້າໝາກໄມ້ແບບເຊື່ອມຕໍ່ທາງລົດໄຟ+ທາງລົດໄຟ”, ໝາກກ້ວຍສົດທີ່ຜະລິດຈາກລາວ ແລະ ເຂົ້າເຖິງຈຸດໝາຍປາຍທາງນະຄອນຈົງກິ່ງ ບໍ່ຈຳເປັນຕ້ອງໄດ້ຮັບການປ່ຽນຖ່າຍການຂົນສົ່ງຢູ່ດ່ານ ແລະ ລໍຖ້າການກວດກາເປີດຫີບຫໍ່, ແຕ່ສາມາດຂົນສົ່ງໂດຍກົງໄປຍັງນະຄອນຈົງກິ່ງຜ່ານຫີບຫໍ່ ແລະ ຕູ້ຄອນເທນເນີເດີມ, ເພື່ອສຳເລັດການແຈ້ງພາສີ ແລະ ການກວດກາ ແລະ ການກວດເຊື້ອພະຍາດ, ຈາກນັ້ນຈຶ່ງສົ່ງໄປຍັງຕະຫຼາດໃຫຍ່ຕ່າງໆໃນທົ່ວປະເທດຈີນ. ປັດຈຸບັນ, ຜ່ານຮູບແບບນີ້, ທາງລົດໄຟລາວ-ຈີນ ໄດ້ນຳເຂົ້າໝາກກ້ວຍລາວທີ່ມີນ້ຳໜັກລວມຫຼາຍກວ່າ 2,020 ໂຕນ.

ຕາມສະຖິຕິຂອງດ່ານພາສີນະຄອນຄຸນໝິງຮູ້ວ່າ, ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນ ເປັນຕົ້ນມາ, ຮອດວັນທີ 24 ສິງຫາປີນີ້, ໝາກໄມ້ນຳເຂົ້າໄດ້ຫຼາຍກວ່າ 600,000 ໂຕນ, ມູນຄ່າສິນຄ້າຫຼາຍກວ່າ 15 ຕື້ຢວນ. ປະເຊີນໜ້າກັບຄວາມຕ້ອງການດ້ານການແຈ້ງພາສີສຳລັບໝາກໄມ້ນຳເຂົ້າທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ດ່ານພາສີນະຄອນຄຸນໝິງໄດ້ຊຸກຍູ້ການສ້າງສາອັດສະລິຍະຢ່າງເລິກເຊິ່ງ, ທົດລອງການປະຕິຮູບກໍຄື ສຳຫຼວດການນຳໃຊ້ “ການກວດກາ ແລະ ການກວດເຊື້ອພະ
ຍາດຢູ່ຈຸດໝາຍປາຍທາງສຳລັບໝາກໄມ້ນຳເຂົ້າ ຜ່ານທາງລົດໄຟລາວ-ຈີນ + ຊ່ອງທາງໃໝ່ທາງບົກ-ທະເລຕາເວັນຕົກ”.

ໃນເດືອນ ມິຖຸນາ 2025, ການທົດລອງຮູບແບບ “ການກວດກາ ແລະ ການກວດເຊື້ອພະຍາດຢູ່ຈຸດໝາຍປາຍທາງສຳລັບການຂົນສົ່ງໝາກພ້າວສົດຂອງປະ
ເທດໄທ ໂດຍຜ່ານການເຊື່ອມຕໍ່ທາງລົດໄຟ” ຢູ່ດ່ານກວດກາທາງລົດໄຟບໍ່ຫານ ໄດ້ຮັບຜົນສຳເລັດ; ວັນທີ 24 ມັງກອນ ຜ່ານມາ, ຂອບເຂດຂອງຜະລິດຕະພັນທົດ
ລອງໄດ້ຂະຫຍາຍໄປເຖິງໝາກກ້ວຍສົດຂອງລາວ. ພາຍໃຕ້ຮູບແບບນີ້, ດ່ານເມືອງຫຼາທີ່ຂຶ້ນກັບດ່ານນະຄອນຄຸນໝິງນັ້ນ, ຈະບໍ່ເປີດກ່ອງກວດກາໝາກພ້າວສົດຂອງໄທ ແລະ ໝາກກ້ວຍສົດຂອງລາວ, ແຕ່ຈະກວດກາຄວາມສົມບູນຂອງກ່ອງຢ່າງວ່ອງໄວ, ກວດສອບປະທັບຕາ, ແລະ ຫຼັງຈາກຢືນຢັນວ່າຖືກຕ້ອງແລ້ວ, ດ່ານພາສີຈະອະນຸຍາດໃຫ້ສົ່ງຕໍ່ໂດຍກົງໄປຍັງນະຄອນຈົງກິ່ງ. ຫຼັງຈາກສິນຄ້າມາຮອດຈົງກິ່ງແລ້ວ, ວິສາຫະກິດຈະຕ້ອງລາຍງານຕໍ່ດ່ານພາສີຈົງກິ່ງເພື່ອຮັບການກວດກາ ແລະ ການກວດເຊື້ອພະຍາດ. ດ່ານພາສີຈັດຕັ້ງປະຕິບັດການຄຸ້ມຄອງ “ບັນຊີລາຍຊື່ສີຂາວ” ຕໍ່ສວນໝາກກ້ວຍ ແລະ ໂຮງງານຫຸ້ມຫໍ່ຢູ່ຕ່າງປະເທດທີ່ເຂົ້າຮ່ວມໂຄງການທົດລອງ, ໂດຍລວມເອົາສະເພາະວິສາຫະກິດທີ່ມີການຄຸ້ມຄອງທີ່ໄດ້ມາດຕະຖານ ແລະ ບໍ່ເຄີຍຖືກກວດພົບສັດຕູພືດທີ່ຕ້ອງກັກກັນເທົ່ານັ້ນເຂົ້າໃນຂອບເຂດຂອງໂຄງການທົດລອງ, ພ້ອມທັງດຳເນີນການປັບປ່ຽນແບບເຄື່ອນໄຫວ, ເພື່ອເພີ່ມປະ
ສິດທິພາບໃນການຜ່ານດ່ານພາສີ, ໃນຂະນະດຽວກັນກໍຮັບປະກັນວ່າແຫຼ່ງທີ່ມາຂອງກ້ວຍນຳເຂົ້າສາມາດກວດສອບຍ້ອນຫຼັງໄດ້ ແລະ ມີຄຸນນະພາບທີ່ຮັບປະກັນ.

“ເມື່ອກ່ອນ, ເວລາຂົນສົ່ງຜ່ານທາງບົກ, ໝາກກ້ວຍລາວຈະຖືກຂົນສົ່ງດ້ວຍລົດບັນທຸກສິນຄ້າໄປຫາດ່ານພາສີຊາຍແດນ, ຫຼັງຈາກກວດກາ ແລະ ແຈ້ງພາສີແລ້ວຈຶ່ງປ່ຽນຂົນສົ່ງດ້ວຍລົດພາຍໃນປະເທດຈີນໄປນະຄອນຈົງກິ່ງ, ເຊິ່ງໃຊ້ເວລາ 6 ຫາ 8 ວັນ, ທັງຄ່າແຮງງານຄົນ ແລະ ຄ່າໃຊ້ຈ່າຍດ້ານພາຫະນະແມ່ນສູງ.” ທ່ານ ກັນ ຣຸຍ ຜູ້ຕາງໜ້າບໍລິສັດພັດທະນາການຂົນສົ່ງເຊື່ອມຕໍ່ທາງບົກ-ທາງທະເລຈົງກິ່ງກ່າວວ່າ: “ປັດຈຸບັນ, ດ້ວຍການຂົນສົ່ງຜ່ານທາງລົດໄຟສາຍເຢັນ ແລະ ຮູບ
ແບບການຄຸ້ມຄອງໃໝ່, ໝາກກ້ວຍສົດຂອງລາວຈະສາມາດຂົນສົ່ງໄປເຖິງນະ
ຄອນຈົງກິ່ງໄດ້ໄວທີ່ສຸດບໍ່ຮອດ 4 ວັນ, ຈາກນັ້ນກໍຈະສົ່ງໄປຍັງຕະຫຼາດໃຫຍ່ຕ່າງໆພາຍໃນປະເທດຈີນ, ຄ່າໃຊ້ຈ່າຍດ້ານການຂົນສົ່ງແມ່ນຫຼຸດລົງຢ່າງຊັດເຈນ, ແລະ ຄວາມສົດໃໝ່ຂອງໝາກກ້ວຍກໍມີການຮັບປະກັນຫຼາຍຂຶ້ນ.”