中文 English {{ activeLangText || 'Languages' }} {{ item.text }}
ເຊັກອິນທີ່ຖະໜົນຊຸນຈິນນະຄອນຄຸນໝິງ, ສໍາຜັດກັບບັນຍາກາດໃໝ່ຂອງການທ່ອງທ່ຽວວັດທະນະທໍາໃນເມືອງ
ເນື້ອຫາ

ເຊັກອິນທີ່ຖະໜົນຊຸນຈິນນະຄອນຄຸນໝິງ, ສໍາຜັດກັບບັນຍາກາດໃໝ່ຂອງການທ່ອງທ່ຽວວັດທະນະທໍາໃນເມືອງ

By QinXuedan|
分享到Facebook

ໃນຊ່ວງໄລຍະພັກຮ້ອນ, ທີ່ຖະໜົນຊຸນຈິນນະຄອນຄຸນໝິງ ໄດ້ກາຍເປັນສະຖານທີ່ທີ່ດີສຳລັບປະຊາຊົນ ແລະ ນັກທ່ອງທ່ຽວໃນການພັກຜ່ອນ, ຊົມໃຊ້, ສໍາຜັດກັບວັດທະນະທໍາເມືອງ ແລະ ສະຖານທີ່ບໍລິໂພກໃໝ່. ທ່ານສາມາດຍ່າງຫຼິ້ນຕາມຖະໜົນເກົ່າບູຮານ, ຖ່າຍຮູບ, ຊີມກາເຟ, ໄອສະກຣີມຊະນິດກະບອງເພັດ
ແລະ ອາຫານພິເສດ, ເພື່ອສຳຜັດກັບສະເໜ່ອັນເປັນຮູບປະທຳຂອງ “ວິຖີຊີວິດແບບຢຸນນານ” ທັງໃນດ້ານການຊົມທິວທັດທາງສາຍຕາ ແລະ ການຊິມລົດຊາດ.

ໃນຖານະທີ່ເປັນໂຄງການຕົວແທນຂອງການປັບປຸງນະຄອນຄຸນໝິງ, ຖະ
ໜົນຊຸນຈິນໄດ້ຮັກສາຮູບແບບສະຖາປັດຕະຍະກໍາປະຫວັດສາດຂອງຊຸມປີ 1940 ໄວ້ຢ່າງຄົບຖ້ວນ. ໂດຍການນໍາໃຊ້ພື້ນທີ່ຫວ່າງໃຫ້ເກີດປະໂຫຍດ, ນໍາສະເໜີຮູບ
ແບບທຸລະກິດໃໝ່ເຊັ່ນ: ຮ້ານກາເຟ, ວັດທະນະທໍາ ແລະ ສ້າງສັນ, ແລະ ຮ້ານອາ
ຫານແບບເບົາໆທີ່ມີເອກະລັກ, ໄດ້ສ້າງຕັ້ງສື່ກາງໃໝ່ທີ່ເຊື່ອມຕໍ່ປະຫວັດສາດ ແລະ ວັດທະນະທໍາຂອງຖະໜົນຊຸນຈິນກັບການບໍລິໂພກທີ່ທັນສະໄໝ, ເຊິ່ງໄດ້ສໍາເລັດການຫັນປ່ຽນຈາກເຂດທີ່ຢູ່ອາໄສເກົ່າແກ່ໄປສູ່ຈຸດໝາຍປາຍທາງໃໝ່ຂອງວັດທະນະທໍາໃນເມືອງ. ປັດຈຸບັນ, ຖະໜົນຊຸນຈິນໄດ້ລວບລວມຮ້ານຄ້າພິເສດຫຼາຍກວ່າ 50 ແຫ່ງໃນຂະແໜງກາເຟ, ຮ້ານອາຫານ, ວັດທະນະທໍາ ແລະ ສ້າງສັນ, ແລະ ລາຍຮັບລວມຂອງຖະໜົນໃນເຄິ່ງປີທໍາອິດຂອງປີ 2026 ໄດ້ທະລຸ 11 ລ້ານຢວນ. ໃນໄລ
ຍະການທ່ອງທ່ຽວການພັກລະດູຮ້ອນ, ຄວາມນິຍົມດ້ານວັດທະນະທໍາ ແລະ ການທ່ອງທ່ຽວຂອງຖະໜົນຊຸນຈິນໄດ້ເພີ່ມຂຶ້ນ, ໂດຍມີກຸ່ມໄວໜຸ່ມອາຍຸ 25 ຫາ 35 ປີກວມເອົາເກືອບ 60%, ແລະ ນັກທ່ອງທ່ຽວຕ່າງຖິ່ນຈໍານວນຫຼາຍໄດ້ຈັດຖະໜົນຊຸນຈິນເຂົ້າໃນ “ລາຍຊື່ຈຸດໝາຍປາຍທາງທີ່ຕ້ອງໄປເຊັກອິນໃນຄຸນໝິງ”, ແລະ ເນື້ອໃນການເຊັກອິນທີ່ກ່ຽວຂ້ອງຂອງຖະໜົນນີ້ໄດ້ຖືກເຜີຍແຜ່ລວມກັນຫຼາຍກວ່າ 20 ລ້ານເທື່ອໃນເວທີສື່ສັງຄົມຕ່າງໆ.