ລົດໄຟທ່ອງທ່ຽວຂ້າມແດນ ລາວ-ຈີນ ຂະບວນແບບທົ່ວໄປ"ຊ້າງວັງ", ອອກເດີນທາງ!
ໃນວັນທີ 10 ຕຸລາ ເວລາ 21 ໂມງ 40 ນາທີ, ຂະບວນລົດໄຟທ່ອງທ່ຽວຂ້າມແດນ ຈີນ-ລາວ ຂະບວນແບບທົ່ວໄປ ຖ້ຽວ Y26 "ຊ້າງວັງ" ທີ່ບັນທຸກນັກທ່ອງ
ທ່ຽວ 372 ຄົນ ໄດ້ເຄື່ອນອອກຈາກສະຖານີຄຸນໝິງ ຢ່າງຊ້າໆ ເພື່ອເລີ່ມຕົ້ນການເດີນທາງທ່ຽວລາວ ເປັນເວລາ 8 ວັນ 7 ຄືນ.

ລົດໄຟທ່ອງທ່ຽວຖ້ຽວນີ້ຈະເດີນທາງໄປຍັງ 3 ເມືອງຂອງລາວ ຄື ຫຼວງພະບາງ, ວັງວຽງ ແລະ ວຽງຈັນ, ເພື່ອໄປທ່ຽວຊົມທັດສະນີຍະພາບທາງທຳມະຊາດ ເຊັ່ນ ນ້ຳຕົກຕາດກວາງຊີ, ໜອງຂຽວ, ລ່ອງເຮືອໜອງນໍ້າງື່ມ ແລະ ອື່ນໆ, ພ້ອມທັງສຳຜັດກັບວັດທະນະທຳທ້ອງຖິ່ນ, ຈາກນັ້ນຈະເດີນທາງກັບຄືນໂດຍຜ່ານ ເມືອງສິບສອງປັນນາ ແຂວງຢຸນນານ.

ໃນຊຸມປີມໍ່ໆມານີ້, ກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ໄດ້ເປີດຕົວລົດ
ໄຟທ່ອງທ່ຽວທີ່ມີເອກະລັກຫຼາຍຂະບວນຢ່າງຕໍ່ເນື່ອງ, ເຊິ່ງກວມເອົາຫຼາຍເສັ້ນທາງທ່ອງທ່ຽວຄຸນນະພາບສູງ ເຊັ່ນ: ການທ່ອງທ່ຽວຂ້າມແດນ, ການທ່ອງທ່ຽວຊົມທິວ
ທັດທາງຕາເວັນຕົກຂອງຢຸນນານ ແລະ ການທ່ອງທ່ຽວວັດທະນະທຳທາງໃຕ້ຂອງຢຸນນານ ເພື່ອຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງນັກທ່ອງທ່ຽວໃນການເດີນທາງໄລຍະທີ່ບໍ່ແມ່ນລະດູການທ່ອງທ່ຽວ.

ໃນເດືອນຕຸລານີ້, ຂະບວນລົດໄຟທ່ອງທ່ຽວ "ຊ້າງວັງ" ຂອງຂະບວນລົດໄຟ “ຄຸນໝິງ·ດິນແດນແຫ່ງເມກສີສັນ” ແລະ ຂະບວນລົດໄຟທ່ອງທ່ຽວ "ແສງດາວ·
ລ້ານຊ້າງ-ແມ່ຂອງ" ພ້ອມກັບຂະບວນລົດໄຟທ່ອງທ່ຽວອີກຫຼາຍສາຍ ໄດ້ປະກາດແຜນການເປີດໃຫ້ບໍລິການ.
ລົດໄຟທ່ອງທ່ຽວ "ຊ້າງວັງ"
ຫາກທ່ານຕ້ອງການຊົມທິວທັດຂອງພູຫິມະ, ເມືອງບູຮານ, ປ່າຝົນ ແລະ ດ່ານຊາຍແດນໃນຄັ້ງດຽວ, ທ່ານສາມາດເລືອກລົດໄຟທ່ອງທ່ຽວຂະບວນ "ຊ້າງວັງ". ໃນວັນທີ 18 ຕຸລາ, ລົດໄຟຈະເປີດເສັ້ນທາງທ່ອງທ່ຽວ "ຈາກພູຫິມະສູ່ປ່າຝົນ", ເຊິ່ງມີກຳນົດການເດີນທາງ 10 ຄືນ 11 ວັນ.
ລົດໄຟທ່ອງທ່ຽວຈະແລ່ນຕາມເສັ້ນທາງລົດໄຟ ຄຸນໝິງ-ສູສົງ-ຕ້າລີ, ຕ້າລີ-ປາວຊານ ແລະ ທາງລົດໄຟ ລາວ-ຈີນ, ໂດຍຜ່ານສະຖານທີ່ຕ່າງໆໃນ ແຂວງຢຸນນານ ເຊັ່ນ: ຕ້າລີ, ປາວຊານ, ຣຸ່ຍລີ້, ສິບສອງພັນນາ, ເຊື່ອມຕໍ່ກັບສະຖານທີ່ທ່ອງ
ທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ເຊັ່ນ: ພູຫິມະຢູລົງ, ເມືອງເກົ່າຕ້າລີ, ພ້ອມທັງແວ່ທ່ຽວຊົມດ່ານຊາຍແດນ ແລະ ທິວທັດປ່າດົງດິບເຂດຮ້ອນ.
ລົດໄຟທ່ອງທ່ຽວ “ຄຸນໝິງ·ດິນແດນແຫ່ງເມກສີສັນ”

ນັກທ່ອງທ່ຽວທີ່ມັກວັດທະນະທຳຂອງພາກໃຕ້ຢຸນນານ ແລະ ປ່າດົງດິບເຂດ
ຮ້ອນ, ສາມາດເລືອກລົດໄຟທ່ອງທ່ຽວ “ຄຸນໝິງ·ດິນແດນແຫ່ງເມກສີສັນ”. ລົດ
ໄຟຂະບວນນີ້ຈະເລີ່ມເດີນທາງໃນວັນທີ 17 ຕຸລາ, ໂດຍຜ່ານເມືອງປາວຊານ, ຈ້ຽນສຸ້ຍ, ສິບສອງປັນນາ ແລະ ສະຖານທີ່ອື່ນໆ.

ນັກທ່ອງທ່ຽວສາມາດເຊີຍຊົມມູນເຊື້ອທາງດ້ານສະຖາປັດຕະຍະກຳບູຮານຂອງຢຸນນານພາກໃຕ້, ສຳຜັດກັບທັດສະນີຍະພາບທຳມະຊາດຂອງປ່າດົງດິບເຂດ
ຮ້ອນ, ແລະ ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວຕ່າງໆ ເຊັ່ນ: ບ້ານບີເຊີ້ຈ້າຍ, ເມືອງບູຮານຈ້ຽນສຸ້ຍ, ສວນສາທາລະນະນ້ຳພຸຮ້ອນເຖິງຊົງ, ເມືອງບູຮານເຫີຊົ້ນ, ຮ່ອມພູຊ້າງປ່າ, ສວນເຜົ່າໂຕລື້ ແລະ ສະຖານທີ່ອື່ນໆ.
ລົດໄຟທ່ອງທ່ຽວ “ແສງດາວ·ລ້ານຊ້າງ-ແມ່ຂອງ”

ສຳລັບນັກທ່ອງທ່ຽວທີ່ມັກທິວທັດທົ່ງນາໃນລະດູໃບໄມ້ຫຼົ່ນ, ພູຊາ ແລະ ນ້ຳພຸຮ້ອນໃນເມືອງບູຮານ, ຍັງມີລົດໄຟທ່ອງທ່ຽວ “ແສງດາວ·ລ້ານຊ້າງ-ແມ່ຂອງ” ອີກສອງຖ້ຽວໃຫ້ເລືອກ, ເຊິ່ງຈະອອກເດີນທາງໃນວັນທີ 19 ແລະ 27 ຕຸລາ.

ການເດີນທາງຄັ້ງທຳອິດມຸ່ງໜ້າສູ່ ຜູເອີ, ຈ້ຽນສຸ້ຍ, ສິບສອງພັນນາ, ເພື່ອຢ້ຽມຢາມຊາ ແລະ ທະເລໝອກ; ການເດີນທາງຄັ້ງທີສອງທ່ອງທ່ຽວ ຫຼີຈຽງ, ປາວຊານ, ເພື່ອຢ້ຽມຢາມເມືອງບູຮານ ແລະ ພູຫິມະ, ພ້ອມທັງສຳຜັດກັບນ້ຳພຸຮ້ອນພູໄຟ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການເດີນທາງແບບຫຼີກລ່ຽງໄລຍະເວລາທີ່ມີຄົນຫຼາຍ, ກຸ່ມບໍລິສັດທາງລົດໄຟຄຸນໝິງ ໄດ້ນຳສະເໜີມາດຕະການການບໍລິການຫຼາຍລາຍການ, ລວມທັງການຫຼຸດລາຄາປີ້ສຳລັບລົດໄຟຄວາມໄວສູງບາງຂະບວນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ; ວາງແຜນຈັດກິດ
ຈະກຳການທ່ອງທ່ຽວທາງວັດທະນະທຳທີ່ເປັນເອກະລັກ "ຂີ່ລົດໄຟໄປຮ້ອງເພງໂຕ້
ຕອບກັນ", ເພື່ອສ້າງປະສົບການການເດີນທາງໃຫ້ມີຄວາມຫຼາກຫຼາຍ; ລົດໄຟທ່ອງ
ທ່ຽວມີການຈັດສັນຜູ້ດູແລສ່ວນຕົວ ແລະ ອາຫານພິເສດ, ເພື່ອເຮັດໃຫ້ການເດີນ
ທາງມີຄວາມສະດວກສະບາຍ ແລະ ບໍ່ຕ້ອງກັງວົນ.