中文 English {{ activeLangText || 'Languages' }} {{ item.text }}
ຈາກພູຊາສູ່ປ່າຝົນ, ຜູ້ເຂົ້າຮ່ວມຝຶກອົບຮົມຈາກ 6 ປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ຊອກຫາຫຍັງຢູ່ຢຸນນານ?
ຂ່າວ > ເນື້ອຫາ

ຈາກພູຊາສູ່ປ່າຝົນ, ຜູ້ເຂົ້າຮ່ວມຝຶກອົບຮົມຈາກ 6 ປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ຊອກຫາຫຍັງຢູ່ຢຸນນານ?

分享到Facebook

ໃນກາງເດືອນກັນຍາ, ໄດ້ມີການຈັດຊຸດອົບຮົມ “ຊຸກຍູ້ການສ້າງອາລິຍະທຳທາງດ້ານນິເວດວິທະຍາໃນລຸ່ມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ເພື່ອສົ່ງເສີມການພັດ
ທະນາການປ່ຽນຮູບແບບສູ່ສີຂຽວ”.

ຜູ້ກຳນົດນະໂຍບາຍ, ນັກວິໄຈ ແລະ ບຸກຄົນໃນວົງການທຸລະກິດ ຈຳນວນ 24 ທ່ານ ຈາກ 6 ປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ໄດ້ມາເຕົ້າໂຮມກັນຢູ່ຢຸນນານ. ໃນໄລຍະເວລາ 10 ວັນ, ພວກເຂົາໄດ້ເຂົ້າຮຽນໃນຫ້ອງຮຽນ, ລົງພື້ນທີ່ພູຊາ ແລະ ປ່າຝົນ ຢູ່ເມືອງຜູເອີ ແລະ ສິບສອງປັນນາ. ນັກຂ່າວໄດ້ສຳພາດແບບພິເສດກັບຜູ້ເຂົ້າຮ່ວມການຝຶກອົບຮົມຈາກ ຈີນ, ລາວ ແລະ ຫວຽດນາມ ເພື່ອຮັບຟັງການສັງເກດໃນມຸມມອງຂອງແຕ່ລະຄົນ, ແລະ ຍິ່ງຮັບຮູ້ໄດ້ວ່າ: ເພື່ອຄວາມຂຽວງາມຂອງສິ່ງແວດລ້ອມ, ພາກສ່ວນຕ່າງໆໃນພາກພື້ນກຳລັງຮ່ວມມືກັນກ້າວໄປຂ້າງໜ້າ.

图片

“ສາຍມິ່ງສາຍແນນຊາ” ຂ້າມພູຜາ ແລະ ສາຍນ້ຳ — ຄວາມປະທັບໃຈຂອງຊາວກະສິກອນລາວ ຕໍ່ກັບຢຸນນານ

图片

“ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢຸນນານ. ການເດີນທາງຍັງບໍ່ທັນສິ້ນສຸດເທື່ອ, ແຕ່ກໍກຳລັງພິຈາລະນາທີ່ຈະກັບມາອີກ ແລະ ມາໃຫ້ເລື້ອຍຂຶ້ນ.” ທ່ານ ພະລີພົງ ເບນລູ, ຜູ້ຈັດການທົ່ວໄປຂອງວິສາຫະກິດກະສິກຳສ່ວນບຸກຄົນລາວ (Agri-roots) ກ່າວ. ກ່ອນໜ້ານີ້ ໃນຂະນະທີ່ເດີນທາງທ່ຽວພາກເໜືອຂອງລາວ, ທ່ານໄດ້ຂີ່ລົດໄຟ ລາວ-ຈີນ ແລະ ໄດ້ສຳຜັດເຖິງຄວາມສະດວກສະບາຍຂອງທາງລົດໄຟສາຍນີ້ຢ່າງເລິກເຊິ່ງ. ເຖິງແມ່ນວ່າຄັ້ງນີ້ບໍ່ໄດ້ຂີ່ລົດໄຟ ລາວ-ຈີນ, ແຕ່ໃນນາມເປັນຜູ້ເຂົ້າ
ຮ່ວມການຝຶກອົບຮົມ, ການເດີນທາງມາຢຸນນານຂອງທ່ານກໍຍັງໄດ້ຮັບຜົນປະ
ໂຫຍດຢ່າງຫຼວງຫຼາຍ.

 ລາວບອກນັກຂ່າວວ່າ ຕົນເອງເປັນຜູ້ຈັດການຟາມ ແລະ ກໍເປັນຊາວກະ
ສິກອນຄົນໜຶ່ງ.

ໃນການເດີນທາງຄັ້ງນີ້, ສິ່ງທີ່ລາວປະທັບໃຈທີ່ສຸດແມ່ນ ຜູເອີ. ຜູເອີ ປູກຕົ້ນຊາຢູ່ທົ່ວທຸກຫົນແຫ່ງ, ກິ່ນຫອມຂອງຊາສົ່ງກິ່ນໄປທົ່ວປ່າດົງ, ເຊິ່ງແຂວງຜົ້ງສາລີ ທາງພາກເໜືອຂອງລາວ ກໍຜະລິດຊາຄືກັນ. “ພວກເຮົາ ມີຊາທີ່ມີເອກະລັກສະ
ເພາະຕົວ, ແຕ່ຍັງບໍ່ທັນໄດ້ຮັບການຍອມຮັບພຽງພໍໃນລະດັບພາກພື້ນ ແລະ ໃນຂອບເຂດທີ່ກວ້າງຂວາງກວ່າ.” ລາວເຄີຍມີສ່ວນຮ່ວມໃນໂຄງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ຂອງລາວ ເພື່ອຊ່ວຍເຫຼືອຊາວກະສິກອນປູກຊາໃນແຂວງຜົ້ງສາລີ, ເຊິ່ງວິທີການຂະຫຍາຍຕະຫຼາດຂອງຊາລາວ ແມ່ນສິ່ງທີ່ລາວຍັງຄົງເປັນຫ່ວງ ແລະ ຄິດເຖິງສະເໝີ.

ການແບ່ງປັນ ແລະ ການຮ່ວມມື ແມ່ນຄວາມຮູ້ສຶກທີ່ໃຫຍ່ທີ່ສຸດ ແລະ ຄວາມຄາດຫວັງທີ່ເລິກເຊິ່ງທີ່ສຸດຂອງ ທ່ານ ພະລີພົງ ເບນລູ ໃນການເດີນທາງຄັ້ງ
ນີ້.

ໃນຂະນະທີ່ຢ້ຽມຢາມສວນພືດເຂດຮ້ອນສິບສອງພັນນາ ຂອງສະຖາບັນວິທະ
ຍາສາດຈີນ, ໄດ້ຊາບວ່າ ຢູ່ທີ່ນີ້ໄດ້ມີການດຳເນີນການວິໄຈກ່ຽວກັບເຫັດເທົາເປັນຈຳ
ນວນຫຼວງຫຼາຍ, ເຊິ່ງລາວຫວັງວ່າຈະສາມາດແບ່ງປັນຂໍ້ມູນທີ່ເກັບກຳໄດ້ໃຫ້ແກ່ນັກວິໄຈຂອງລາວ ເພື່ອ "ຮ່ວມກັນຊຸກຍູ້ການວິໄຈຄວາມຫຼາກຫຼາຍທາງຊີວະນານາພັນຕາມບໍລິເວນຊາຍແດນ".

ຢູ່ທີ່ມະຫາວິທະຍາໄລປ່າໄມ້ຕາເວັນຕົກສ່ຽງໃຕ້, ລາວໄດ້ມີການແລກປ່ຽນກັບນັກວິໄຈທີ່ເຮັດວຽກກ່ຽວກັບການເກັບກຳຂໍ້ມູນຊາ, ເຊິ່ງອີກຝ່າຍໄດ້ກ່າວເຖິງການ
ກະຈາຍຕົວຂອງຕົ້ນຊາໃນແຂວງຜົ້ງສາລີ, ຫົວຂໍ້ນີ້ເຮັດໃຫ້ລາວໄດ້ຄິດຢ່າງເລິກເຊິ່ງ. “ຖ້າຫາກອົງການວິໄຈ ແລະ ວິສາຫະກິດຂອງລາວ ແລະ ຈີນ ສາມາດຮ່ວມມືກັນ, ນຳໃຊ້ຂໍ້ມູນ ແລະ ແນວຄິດທີ່ທັນສະໄໝໃນການວິໄຈ ແລະ ອະນຸລັກຕົ້ນຊາຂອງລາວ, ຈະຊ່ວຍໃຫ້ອຸດສາຫະກຳຊາຂອງລາວກ້າວໄປສູ່ລະດັບທີ່ສູງຂຶ້ນ.”

ການຝຶກອົບຮົມເປັນເວລາ 10 ວັນ, ເຮັດໃຫ້ລາວໄດ້ຮັບຮູ້ເຖິງຄວາມກ້າວ
ໜ້າຂອງກະສິກຳຈີນຢ່າງຊັດເຈນ. ລາວກ່າວວ່າ, ເພື່ອນຮ່ວມງານຊາວຈີນບໍ່ພຽງແຕ່ໄດ້ນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດກະສິກຳເທົ່ານັ້ນ, ແຕ່ຍັງພະຍາຍາມປົກປັກຮັກສາລະບົບນິເວດອີກດ້ວຍ.

ໃນທັດສະນະຂອງ ທ່ານ ພະລີພົງ ເບນລູ, ເຕັກໂນໂລຊີທັນສະໄໝມີປະໂຫຍດຫຼາຍຕໍ່ການຫັນປ່ຽນກະສິກຳໄປສູ່ສີຂຽວ. ຕົວຢ່າງເຊັ່ນ: ລະບົບຊົນລະປະທານທີ່ກ້າວໜ້າກວ່າ, ເຄື່ອງມືກວດສອບທາດອາຫານໃນດິນ, ສາມາດຊ່ວຍໃຫ້ຊາວກະ
ສິກອນໃສ່ຝຸ່ນໄດ້ຢ່າງຊັດເຈນ ແລະ ຮັບມືກັບສັດຕູພືດໃນທົ່ງນາ. ໃນຂະນະທີ່ຢູ່ລາວ, ຮູບແບບການຜະລິດກະສິກຳຍັງຄົງມີຄວາມດັ້ງເດີມ, ຊາວກະສິກອນຕ້ອງທຸ່ມເທແຮງກາຍ ແລະ ເວລາຢ່າງຫຼວງຫຼາຍໃນການເບິ່ງແຍງສວນປູກພືດ. "ຖ້າສາມາດແບ່ງປັນປະສົບການໃຫ້ແກ່ຊາວກະສິກອນລາວໄດ້ຫຼາຍຂຶ້ນ, ມັນຈະເຮັດໃຫ້ມີຜູ້ໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ."

“ການປົກປັກຮັກສາລະບົບນິເວດໃນພາກພື້ນ, ພະລັງຂອງທຸກຄົນລ້ວນແຕ່ມີຄວາມສຳຄັນຍິ່ງ”——ການຮ່ວມມືດ້ານລະບົບນິເວດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນສາຍຕາຂອງນັກສຶກສາປະລິນຍາເອກຊາວຫວຽດນາມ

图片

ທ່ານ ນາງ ຫງວຽນຊືຢວນ ມາຈາກ ຫວຽດນາມ, ເປັນນັກສຶກສາປະລິນຍາເອກ ຂອງມະຫາວິທະຍາໄລ ວິທະຍາສາດຈີນ, ປັດຈຸບັນ ກຳລັງດຳເນີນການວິໄຈ ຢູ່ທີ່ສວນພຶກສາຊາດເຂດຮ້ອນ ສິບສອງພັນນາ ຂອງສະຖາບັນວິທະຍາສາດຈີນແລະ
ຫ້ອງທົດລອງສໍາຄັນ ດ້ານຄວາມໝັ້ນຄົງຂອງລະບົບນິເວດປ່າໄມ້ ແລະ ການຕອບສະໜອງຕໍ່ການປ່ຽນແປງຂອງໂລກ ຂອງແຂວງຢຸນນານ.

ໃນການເດີນທາງຄັ້ງນີ້ທີ່ເມືອງຜູເອີ, ນາງໄດ້ພົບຄຳຕອບທີ່ "ໜ້າປະທັບໃຈ". ຜ່ານການຝຶກອົບຮົມ ແລະ ການລົງສຳຫຼວດພື້ນທີ່ຕົວຈິງ ເພື່ອຮຽນຮູ້ກ່ຽວກັບຮູບ
ແບບການບໍລິຫານຊຸມຊົນຮ່ວມກັນ, ໂດຍສະເພາະ ແມ່ນກໍລະນີສຶກສາຂອງປ່າຊາບູຮານ, ເຮັດໃຫ້ນາງເຫັນວ່າການອະນຸລັກ ແລະ ການທໍາມາຫາກິນຂອງປະຊາຊົນ
ບໍ່ແມ່ນທາງເລືອກທີ່ຕ້ອງເລືອກເອົາຢ່າງໃດຢ່າງໜຶ່ງ, ແຕ່ສາມາດສົ່ງເສີມເຊິ່ງກັນ ແລະ ກັນໄດ້. ເລື່ອງນີ້ຍັງມີຄວາມໝາຍໃນທາງປະຕິບັດສຳລັບບ້ານເກີດຂອງນາງເຊັ່ນກັນ, ເຊິ່ງປະເທດຫວຽດນາມກໍກຳລັງຄົ້ນຫາວິທີການອະນຸລັກປ່າໄມ້ໃຫ້ດີຂຶ້ນ ໂດຍທີ່ບໍ່ສົ່ງຜົນກະທົບຕໍ່ການພັດທະນາຂອງຊຸມຊົນ.

ສິ່ງທີ່ເຮັດໃຫ້ລາວປະທັບໃຈເຊັ່ນກັນແມ່ນ ຫຼັກສູດການປົກປັກຮັກສາລະບົບນິເວດຂອງລະບຽງຊີວະນາໆພັນຂ້າມແດນ ຢູ່ສວນພືດເຂດຮ້ອນສິບສອງປັນນາ ແລະ ແພລດຟອມສາກົນເພື່ອການຮ່ວມມືການວິໄຈຂ້າມແດນໃນທ້ອງຖິ່ນ. "ຖ້າບັນດາປະເທດແມ່ນໍ້າລ້ານຊ້າງ- ແມ່ນໍ້າຂອງ ຈັບມືຮ່ວມມືກັນ ແລະ ປະສານງານການເຄື່ອນໄຫວໃຫ້ສອດຄ່ອງກັນ ແທນທີ່ຈະເຮັດວຽກແບບແຍກສ່ວນ, ພວກເຮົາຈະສາມາດບັນລຸຜົນສຳເລັດທີ່ຍິ່ງໃຫຍ່ກວ່າ." ລາວເຊື່ອວ່າ ການປົກປັກຮັກສາລະ
ດັບພາກພື້ນ ບໍ່ພຽງແຕ່ຂຶ້ນກັບກົດລະບຽບຈາກເທິງລົງລຸ່ມເທົ່ານັ້ນ, ແຕ່ຍັງຕ້ອງການການຮ່ວມມືກັນຈາກທຸກຝ່າຍອີກດ້ວຍ.

ສິ່ງທີ່ເຮັດໃຫ້ລາວປະທັບໃຈທີ່ສຸດໃນການຝຶກອົບຮົມຄັ້ງນີ້ແມ່ນ "ບໍ່ໄດ້ນັ່ງຢູ່ແຕ່ໃນຫ້ອງຮຽນ". ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ລົງພື້ນທີ່ສວນພືດ, ເຂົ້າໄປໃນປ່າ, ຢ້ຽມຊົມໂຄງການທ່ອງທ່ຽວທາງນິເວດ, ສົນທະນາກັບຄົນທ້ອງຖິ່ນ ເພື່ອຮຽນຮູ້ກ່ຽວກັບການພັດທະນາ ແລະ ການປ່ຽນແປງຂອງທ້ອງຖິ່ນ.

“ພາກປະຕິບັດເຫຼົ່ານີ້ເຮັດໃຫ້ທຸກຢ່າງມີຄວາມເປັນຈິງຫຼາຍຂຶ້ນ.” ນາງຫວັງວ່າໃນອະນາຄົດຈະມີໂຄງການທີ່ຄ້າຍຄືກັນນີ້ຫຼາຍຂຶ້ນ, ໂດຍເນັ້ນໜັກໃສ່ການຄົ້ນຄວ້າ ແລະ ການຕິດຕາມກວດກາຮ່ວມກັນລະຫວ່າງປະເທດ, ເພື່ອໃຫ້ການຮຽນຮູ້ບໍ່ຢຸດຢູ່ພຽງແຕ່ການມາຢ້ຽມຢາມຄັ້ງດຽວ, ແຕ່ສາມາດດຳເນີນໄປຢ່າງຕໍ່ເນື່ອງ. ນາງເຊື່ອວ່າ, ໂຄງການນີ້ບໍ່ພຽງແຕ່ກ່ຽວຂ້ອງກັບຈີນ ແລະ ຫວຽດນາມເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງກັບບັນດາປະເທດລຸ່ມແມ່ນ້ຳຂອງນຳອີກ.

ທ່ານ ນາງ ຫງວຽນຊືຢວນ ກ່າວວ່າ ການປົກປັກຮັກສາລະບົບນິເວດຂອງລຸ່ມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ "ພະລັງຂອງທຸກຄົນແມ່ນມີຄວາມສຳຄັນນໍາກັນ". ການປົກປັກຮັກສາລະບົບນິເວດອາດຈະຟັງເບິ່ງຄືວ່າເປັນຫົວຂໍ້ທີ່ຍິ່ງໃຫຍ່, ແຕ່ເມື່ອນຳມາຈັດຕັ້ງປະຕິບັດຕົວຈິງ, ຫົວໃຈສຳຄັນແມ່ນຢູ່ທີ່ແຕ່ລະບຸກຄົນ. "ຕົວ
ຢ່າງເຊັ່ນ, ຈຳເປັນຕ້ອງມີການສຶກສາ ແລະ ແນະນຳໃຫ້ແກ່ປະຊາຊົນໃນເຂດຊົນນະ
ບົດໃຫ້ດີຂຶ້ນ, ເພາະວ່າພວກເຂົາຄືກຸ່ມຄົນທີ່ຢູ່ຮ່ວມກັບທຳມະຊາດ ແລະ ເຂົ້າໃຈທຳ
ມະຊາດດີທີ່ສຸດ. ຫາກມອບການສຶກສາທີ່ດີກວ່າ, ໂອກາດໃນການພັດທະນາ ແລະ ການສະໜັບສະໜູນທີ່ຫຼາຍຂຶ້ນໃຫ້ແກ່ພວກເຂົາ, ພວກເຂົາກໍຈະສາມາດປົກປັກຮັກສາທຳມະຊາດຕາມແຄມຝັ່ງ ແລະ ຮັກສາຄວາມຂຽວງາມຂອງພື້ນທີ່ແຫ່ງນີ້ໄວ້ໄດ້."

ດື່ມນ້ຳສາຍດຽວກັນ ຮ່ວມກັນປົກປັກຮັກສາສີຂຽວຂອງສາຍນ້ຳດຽວກັນ — ຊ່ຽວຊານຢຸນນານ ເບິ່ງການປົກປັກຮັກສາລະບົບນິເວດຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

图片

“ຫົກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດື່ມນ້ຳສາຍດຽວກັນ, ຜົນປະ
ໂຫຍດຫຼາຍຢ່າງແມ່ນເຊື່ອມໂຍງກັນ.” ທ່ານ ນາງ ຈາງ ໄຮຜິງ ວິສະວະກອນລະດັບສູງ ຈາກສູນຮ່ວມມືສິ່ງແວດລ້ອມ ແລະ ນິເວດວິທະຍາ ຕ່າງປະເທດ ແຂວງຢຸນນານ ກ່າວ. ໃນນາມເປັນບຸກຄະລາກອນຝ່າຍຈີນຂອງການຝຶກອົບຮົມໃນຄັ້ງນີ້, ນາງ ໄດ້ມີການແລກປ່ຽນຢ່າງເລິກເຊິ່ງກັບຜູ້ເຂົ້າຮ່ວມຈາກບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຮັດໃຫ້ລາວມີຄວາມເຂົ້າໃຈຢ່າງເລິກເຊິ່ງຍິ່ງຂຶ້ນກ່ຽວກັບກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ນາງຖືວ່າ, ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແມ່ນສາຍໃຍທຳມະຊາດແຫ່ງການຮ່ວມມື. ທັງຫົກປະເທດມີຄວາມຕ້ອງການຮ່ວມກັນໃນດ້ານຊັບພະຍາກອນນ້ຳ, ການປົກປັກຮັກສາລະບົບນິເວດ, ການພັດທະນາຊີວິດການເປັນຢູ່ ແລະ ການບຳ
ລຸງຮັກສາຊັບພະຍາກອນໃນເຂດລຸ່ມນ້ຳ. “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ມີຄວາມເປີດກວ້າງ ແລະ ຄວາມໂອບເອື້ອອາລີ, ຄືກັນກັບເຮືອນໃກ້ຄຽງທີ່ຊ່ວຍເຫຼືອເຊິ່ງກັນແລະກັນ, ເຊິ່ງໄດ້ສ້າງໂອກາດໃນການຮ່ວມມືໃຫ້ແກ່ບັນດາປະ
ເທດຫຼາຍຂຶ້ນ.”

ໃນໄລຍະການຝຶກອົບຮົມ, ຫົວຂໍ້ທີ່ຜູ້ເຂົ້າຮ່ວມຈາກປະເທດຕ່າງໆໃຫ້ຄວາມສົນໃຈແມ່ນມີຄວາມເປັນຮູບປະທຳຫຼາຍ, ເຊິ່ງເຮັດໃຫ້ ນາງ ຈາງ ໄຮຜິງ ຮູ້ສຶກປະ
ທັບໃຈຢ່າງເລິກເຊິ່ງ: ທຸກຄົນອາດຈະບໍ່ໄດ້ກ່າວເຖິງ "ອາລິຍະທຳທາງນິເວດວິທະ
ຍາ" ໂດຍກົງ, ແຕ່ໃຫ້ຄວາມສົນໃຈຢ່າງສູງຕໍ່ການປົກປັກຮັກສາຄວາມຫຼາກຫຼາຍທາງຊີວະນານາພັນ, ການຄຸ້ມຄອງປ່າໄມ້ແບບຍືນຍົງ, ການປະສານງານລະຫວ່າງການພັດທະນາ ແລະ ການປົກປັກຮັກສາ, ການຫັນປ່ຽນໄປສູ່ສີຂຽວ. "ການຄຸ້ມ
ຄອງຊັບພະຍາກອນນ້ຳແບບປະສານງານ, ການຄຸ້ມຄອງຕະກອນໃນແມ່ນ້ຳ, ການຄຸ້ມຄອງການປະມົງແບບຍືນຍົງ, ຜົນກະທົບຈາກການປ່ຽນແປງຂອງສະພາບພູມອາກາດ ແລະ ອື່ນໆ ລ້ວນແຕ່ແມ່ນຈຸດສຸມຂອງການສົນທະນາ. ຫົວຂໍ້ຕ່າງໆມັກຈະເລີ່ມຕົ້ນຈາກສິ່ງທ້າທາຍສະເພາະໃນການດຳລົງຊີວິດ, ການເຮັດວຽກ ແລະ ການຮຽນຮູ້ຂອງຕົນເອງ, ແລ້ວຈຶ່ງຂະຫຍາຍໄປສູ່ບັນຫາທີ່ທົ່ວທັງລຸ່ມນ້ຳຕ້ອງປະເຊີນຮ່ວມກັນ."

ໃນການແລກປ່ຽນ, ນາງ ຍັງໄດ້ເຫັນໂອກາດຫຼາຍຂຶ້ນໃນການຮຽນຮູ້ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ. ປະເທດໄທມີປະສົບການທີ່ອຸດົມສົມບູນໃນດ້ານການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການພັດທະນາການທ່ອງທ່ຽວທາງນິເວດ, ສ່ວນປະເທດກຳປູເຈຍມີວິທີການທີ່ໂດດເດັ່ນໃນດ້ານການຄຸ້ມຄອງການທ່ອງທ່ຽວ ແລະ ການຄຸ້ມຄອງໄພນ້ຳຖ້ວມ, ເຊິ່ງທຸກຝ່າຍສາມາດຮຽນຮູ້ຈຸດເດັ່ນຂອງກັນແລະກັນເພື່ອມາປັບປຸງສ່ວນທີ່ຍັງຂາດຢູ່.

ນາງຄາດຫວັງວ່າຫົວຂໍ້ຂອງການຝຶກອົບຮົມໃນອະນາຄົດຈະມີຄວາມຫຼາກຫຼາຍຂຶ້ນເລື້ອຍໆ. ການປະສານງານທີ່ສົມດຸນຂອງຊັບພະຍາກອນນ້ຳ, ການຄຸ້ມຄ
ອງສິ່ງແວດລ້ອມນິເວດຂ້າມລຸ່ມນ້ຳ, ການປົກປັກຮັກສາຄວາມຫຼາກຫຼາຍທາງຊີວະພາບຂ້າມແດນ, ການສ້າງລະບຽງເຊື່ອມຕໍ່ຂ້າມແດນ, ການຮັບມືກັບການປ່ຽນ
ແປງຂອງດິນຟ້າອາກາດໂລກ, ລວມທັງປະສົບການຂອງຢຸນນານໃນດ້ານການຫຼຸດຜ່ອນຄວາມທຸກຍາກ, ການຟື້ນຟູຊົນນະບົດ, ກະສິກຳພື້ນທີ່ສູງທີ່ມີເອກະລັກ, ແລະ ການປົກປັກຮັກສາຊັບພະຍາກອນພັນພືດ ແລະ ສັດ,

ລ້ວນແຕ່ສາມາດນຳມາເປັນເນື້ອໃນໃນການແລກປ່ຽນໄດ້.

“ການປົກປັກຮັກສາຄວາມຫຼາກຫຼາຍທາງຊີວະນາໆພັນ ໃນທີ່ສຸດຈະເຊື່ອມໂຍງກັບການດຳລົງຊີວິດຂອງມະນຸດ ແລະ ຈະຊ່ວຍຊຸກຍູ້ຄວາມຫຼາກຫຼາຍທາງດ້ານວັດທະນະທຳນຳອີກ.” ທ່ານນາງ ຈາງ ໄຮຜິງ ກ່າວ, ໂດຍເຊື່ອວ່າການຮ່ວມກັນປົກປັກຮັກສາສາຍນ້ຳສີຂຽວ ຈະສາມາດຊຸກຍູ້ໃຫ້ບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ເພີ່ມທະວີການແລກປ່ຽນໃນຂົງເຂດອື່ນໆ, ເສີມສ້າງການສື່ສານທາງດ້ານຄວາມຄິດເຫັນຂອງປະຊາຊົນ ແລະ ເຮັດໃຫ້ຈິດໃຈຂອງປະຊາຊົນໃກ້ຊິດກັນຫຼາຍຂຶ້ນ.