ອາຊຽນບໍ່ແມ່ນຕົວໝາກລຸກ: 4 ບົດບາດໃນເກມຕໍ່ລອງກັນຂອງມະຫາອຳນາດ
ພາຍໃຕ້ເກມຕໍ່ລອງກັນລະຫວ່າງມະຫາອຳນາດມີການກ້າວສູ່ລວງເລິກຢ່າງຮອບດ້ານ ແລະ ໂຄງສ້າງທາງພູມສັນຖານຂອງອາຊີປາຊີຟິກມີການປັບປ່ຽນຢ່າງເລັ່ງດ່ວນ, ອາຊີຕາເວັນອອກສ່ຽງໃຕ້ໄດ້ກາຍເປັນເຂດຈຸດສຸມຂອງການປະທະ ແລະ ການມີປະຕິສຳພັນຂອງກຳລັງຕ່າງໆ.
11 ປະເທດອາຊຽນໃນເລື່ອງນີ້ ແມ່ນເລືອກຝ່າຍ ຫຼື ຮັກສາຄວາມເປັນກາງ ແລະ ຄວາມຢືດຢຸ່ນທາງດ້ານນະໂຍບາຍ? ເປັນຫຍັງຈຶ່ງກ່າວວ່າ ອາຊຽນໄດ້ມີບົດ
ບາດ 4 ຢ່າງຄື “ຂົວຕໍ່, ກັນຊົນ, ດຸ່ນດ່ຽງ ແລະ ນຳພາ” ລະຫວ່າງ ຈີນ ແລະ ອາເມ|ລິກາ?

ຂົວຕໍ່: ເຊີນຈີນ ແລະ ອາເມລິກາ ມາສູ່ໂຕະເຈລະຈານຳກັນ
ບົດບາດຂອງຂົວຕໍ່ ໝາຍເຖິງການທີ່ອາຊຽນອີງໃສ່ກົນໄກຫຼາຍຝ່າຍທີ່ຕົນ
ເອງເປັນຜູ້ນຳພາ ເພື່ອສ້າງສະຖານະການໃນການເຈລະຈາແບບປົກກະຕິ ແລະ ແບບຫຼາຍຝ່າຍໃຫ້ແກ່ຈີນ ແລະ ອາເມລິກາ, ເພື່ອເຮັດໃຫ້ທັງສອງຝ່າຍຍັງຄົງສາ
ມາດສົ່ງຕໍ່ຈຸດຢືນ, ຄວບຄຸມການຕີຄວາມໝາຍທີ່ຜິດພາດ ແລະ ທົດລອງຊອກຫາຊ່ອງທາງໃນການຮ່ວມມື ໃນຂະນະທີ່ການແຂ່ງຂັນເພີ່ມທະວີຂຶ້ນ ແລະ ຊ່ອງທາງທະວິພາຄີຕົກຢູ່ພາຍໃຕ້ຄວາມກົດດັນ.
ແພລດຟອມຕ່າງໆ ທີ່ອາຊຽນເປັນຜູ້ນຳພາ ເຊັ່ນ: ກອງປະຊຸມສຸດຍອດ ອາ
ຊີ-ຕາເວັນອອກ, ເວທີປຶກສາຫາລື ອາຊຽນ ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊີ ຂະຫຍາຍ, ແມ່ນກວມເອົາບັນຫາຕ່າງໆ ເຊັ່ນ: ຄວາມໝັ້ນຄົງໃນພາກພື້ນ, ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, ການບໍລິຫານຈັດການດ້ານດິນຟ້າອາກາດ ແລະ ການຕ້ານການກໍ່ການຮ້າຍ, ເຊິ່ງມີຄຸນລັກສະນະຄື ທີ່ມີຕົ້ນທຶນຕ່ຳ, ມີການແຂ່ງຂັນກັນໜ້ອຍ ແລະ ເໝາະສົມກັບການສື່ສານແບບບໍ່ເປັນທາງການ. ສຳລັບຈີນ ແລະ ອາເມລິກາ, ແພລດຟອມເຫຼົ່ານີ້ບໍ່ແມ່ນສິ່ງທົດແທນຊ່ອງທາງທະວິພາຄີ, ແຕ່ແມ່ນການສ້າງເຂດກັນຊົນເພື່ອຜ່ອນຄາຍຄວາມເຄັ່ງຕຶງ ແລະ ເປັນປະຕູສູ່ການປຶກສາຫາລືໃນຫົວຂໍ້ຕ່າງໆ. ການທີ່ອາຊຽນສາມາດເຮັດໜ້າທີ່ເປັນຂົວຕໍ່ໄດ້ນັ້ນ, ແມ່ນອີງໃສ່ຈຸດສຳຄັນຄື ການຮັກສາສາຍພົວພັນທີ່ໝັ້ນຄົງກັບທັງຈີນ ແລະ ອາເມລິກາ ໃນເວລາດຽວກັນ ແລະ ບໍ່ຂຶ້ນກັບຝ່າຍໃດຝ່າຍໜຶ່ງ. ອາຊຽນໄດ້ເປັນເຈົ້າການໃນການສ້າງສາຍໃຍການສື່ສານ ເພື່ອຫຼີກລ່ຽງບໍ່ໃຫ້ຈີນ ແລະ ອາເມລິກາ ຕົກຢູ່ໃນສະພາວະການແຂ່ງຂັນແບບຊະນະ-ເສຍໄຊ ໃນອາຊີຕາເວັນອອກສ່ຽງໃຕ້, ຫຼຸດຜ່ອນຄວາມເຄັ່ງຕຶງຂອງການແຂ່ງຂັນໃນພາກພື້ນ ແລະ ເປັນແຮງຊຸກດັນທີ່ສຳຄັນໃຫ້ແກ່ຄວາມໝັ້ນຄົງຂອງສາຍພົວພັນລະຫວ່າງປະເທດໃຫຍ່ໃນພາກພື້ນອາຊີ-ປາຊີຟິກ.
ແຕ່ບົດບາດໃນການເປັນຂົວຕໍ່ນັ້ນມີຂີດຈຳກັດທີ່ຊັດເຈນ. ເມື່ອຄວາມສຳ
ພັນລະຫວ່າງຈີນ ແລະ ອາເມລິກາ ເຄັ່ງຕຶງຢ່າງຮ້າຍແຮງ, ຫຼື ເກີດວິກິດການທີ່ບໍ່ຄາດຄິດໃນຊ່ອງແຄບໄຕ້ຫວັນ ແລະ ທະເລຈີນໃຕ້, ທັງສອງຝ່າຍຈະມີທ່າອ່ຽງທີ່ຈະປະເຊີນໜ້າກັນໂດຍກົງຜ່ານຊ່ອງທາງທະວິພາຄີ, ເຊິ່ງເຮັດໃຫ້ເວທີອາຊຽນມີໂອ
ກາດຖືກຂ້າມຜ່ານ ຫຼື ຖືກເຮັດໃຫ້ກາຍເປັນສ່ວນນ້ອຍ. ຂົວຕໍ່ສາມາດຫຼຸດຜ່ອນຄວາມສ່ຽງຂອງການຕີຄວາມໝາຍຜິດພາດ, ແຕ່ບໍ່ສາມາດທົດແທນການບັນລຸຂໍ້ຕົກລົງປະນິປະນອມທີ່ເປັນພື້ນຖານລະຫວ່າງມະຫາອຳນາດໄດ້. ນອກຈາກນີ້, ບັນ
ດາປະເທດສະມາຊິກພາຍໃນອາຊຽນຍັງມີທັດສະນະຄະຕິຕໍ່ຈີນ ແລະ ອາເມລິກາ
ທີ່ບໍ່ເປັນເອກະພາບກັນ, ບາງປະເທດອາດຈະໃຊ້ເວທີຫຼາຍຝ່າຍເພື່ອຊຸກຍູ້ຜົນປະ
ໂຫຍດຂອງຕົນເອງ, ເຊິ່ງຈະເຮັດໃຫ້ຄວາມໜ້າເຊື່ອຖືຂອງອາຊຽນໃນຖານະທີ່ເປັນຂົວຕໍ່ໃນພາບລວມໃຫ້ຫຼຸດລົງ. ດັ່ງນັ້ນ, ບົດບາດໃນການເປັນຂົວຕໍ່ຈຶ່ງເປັນສິ່ງທີ່ພາຍນອກຮັບຮູ້ໄດ້ງ່າຍທີ່ສຸດ, ແຕ່ປະສິດທິຜົນຕົວຈິງຂອງມັນມັກຈະຖືກປະເມີນສູງເກີນຄວາມເປັນຈິງ.
ເຂດກັນຊົນ: ບໍ່ປ່ອຍໃຫ້ອາຊີຕາເວັນອອກສຽງໃຕ້ກາຍເປັນແນວໜ້າຂອງການປະເຊີນໜ້າ

ຖ້າຈະເວົ້າວ່າ ຂົວຕໍ່ເນັ້ນໃສ່ການເຈລະຈາ, ສ່ວນການກັນຊົນແມ່ນເນັ້ນໃສ່ຕໍ່ການແຍກອອກ. ຄຸນຄ່າທາງຍຸດທະສາດທີ່ສຳຄັນທີ່ສຸດຂອງບົດບາດທີ່ເປັນເຂດກັນຊົນ ແມ່ນເພື່ອປ້ອງກັນບໍ່ໃຫ້ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນສະໜາມຮົບແນວໜ້າຂອງການປະເຊີນໜ້າລະຫວ່າງມະຫາອຳນາດ.
ໃນການປະເຊີນໜ້າກັບການຊິງໄຊທາງຍຸດທະສາດຂອງມະຫາອຳນາດ, ອາຊຽນໂດຍລວມແມ່ນຮັກສາຄວາມລະມັດລະວັງ, ປະຕິເສດການເຂົ້າຮ່ວມພັນທະ
ມິດທາງທະຫານທີ່ມີລັກສະນະກີດກັນ ແລະ ເປົ້າໝາຍໂຈມຕີຝ່າຍທີສາມ. ໃນບັນ
ຫາທະເລຈີນໃຕ້, ອາຊຽນຍຶດໝັ້ນໃນການຄວບຄຸມຄວາມຂັດແຍ່ງຜ່ານການເຈລະ
ຈາ, ຊຸກຍູ້ການປຶກສາຫາລືກ່ຽວກັບ "ລະບຽບການປະພຶດໃນທະເລຈີນໃຕ້"; ໃນດ້ານການຮ່ວມມືດ້ານຄວາມໝັ້ນຄົງ, ຍຶດໝັ້ນໃນຫຼັກການ "ການຮ່ວມມືດ້ານຄວາມໝັ້ນຄົງບໍ່ມີເປົ້າໝາຍໂຈມຕີປະເທດໃດໜຶ່ງໂດຍສະເພາະ". ບໍ່ວ່າສະຖານະ
ການພາຍນອກຈະປ່ຽນແປງແນວໃດ, ອາຊຽນຍັງຄົງຍຶດໝັ້ນໃນຫຼັກການ "ບໍ່ເລືອກຝ່າຍ, ບໍ່ປໍລະປັກກັນ, ບໍ່ສ້າງກຸ່ມພັນທະມິດ", ເພື່ອຮັກສາພາບລວມຂອງສັນຕິພາບ ແລະ ການພັດທະນາຂອງອາຊີຕາເວັນອອກສ່ຽງໃຕ້ທີ່ມີມາຫຼາຍທົດສະ
ວັດ ດ້ວຍຄວາມເປັນກາງໂດຍລວມ.
ແຕ່ຢ່າງໃດກໍຕາມ, ການສ້າງເຂດກັນຊົນບໍ່ໄດ້ເປັນເອກະພາບກັນທັງໝົດ. ສາຍພົວພັນພັນທະມິດລະຫວ່າງຟີລິບປິນ ແລະ ອາເມລິກາ ໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ ຫວຽດນາມ, ອິນໂດເນເຊຍ ແລະ ມາເລ
ເຊຍ ຕ່າງກໍມີຄວາມກັງວົນດ້ານຄວາມໝັ້ນຄົງຂອງຕົນເອງ, ສ່ວນວິກິດການໃນມຽນມາ ແລະ ຂໍ້ຂັດແຍ່ງລະຫວ່າງກຳປູເຈຍ ແລະ ໄທ ກໍໄດ້ສົ່ງຜົນກະທົບຕໍ່ຄວາມສາມັກຄີພາຍໃນອາຊຽນ. ດັ່ງນັ້ນ, ການສ້າງເຂດກັນຊົນຈຶ່ງເປັນທ່າອ່ຽງໂດຍລວມຂອງອາຊຽນ, ແຕ່ເມື່ອລົງລາຍລະອຽດໃນແຕ່ລະປະເທດສະມາຊິກ, ຈັງຫວະການດຳເນີນງານແມ່ນບໍ່ສອດຄ່ອງກັນ. ການທີ່ເຂດກັນຊົນຈະສາມາດສົ່ງເສີມບົດບາດໄດ້ຫຼືບໍ່ນັ້ນ, ແມ່ນຂຶ້ນກັບວ່າອາຊຽນເອງຈະສາມາດສ້າງຄວາມເຫັນດີເປັນເອກະ
ພາບໄດ້ຫຼືບໍ່, ແລະ ຂຶ້ນກັບວ່າບັນດາປະເທດມະຫາອຳນາດຍອມທີ່ຈະເປີດພື້ນທີ່ໃຫ້ແກ່ອາຊີຕາເວັນອອກສ່ຽງໃຕ້ຫຼືບໍ່.
ການດຸ່ນດ່ຽງ: ແຍກການຄິດໄລ່ "ບັນຊີສອງເຫຼັ້ມ" ລະຫວ່າງ ຄວາມປອດໄພ ແລະ ເສດຖະກິດ

ສິ່ງທີ່ການກັນຊົນໄດ້ແກ້ໄຂນັ້ນແມ່ນເພື່ອຫຼີກລ່ຽງການເປັນປໍລະປັກຕໍ່ກັນ, ສ່ວນການສ້າງຄວາມດຸ່ນດ່ຽງແມ່ນເພື່ອແກ້ໄຂເສັ້ນທາງການພັດທະນາ. ບົດບາດໃນການສ້າງຄວາມດຸນດ່ຽງ ໝາຍເຖິງການທີ່ອາຊຽນສ້າງຍຸດທະສາດຄວາມສົມດຸນສອງທາງລະຫວ່າງຈີນ ແລະ ອາເມລິກາ, ນັ້ນຄື ການລົງເລິກການຮ່ວມມືດ້ານເສດຖະກິດກັບຈີນ ແລະ ການເຊື່ອມຕໍ່ຊັບພະຍາກອນຂອງອາເມລິກາໃນດ້ານຄວາມໝັ້ນຄົງຢ່າງເໝາະສົມ.
ຈີນເປັນຄູ່ການຄ້າອັນດັບໜຶ່ງຂອງອາຊຽນມາເປັນເວລາດົນນານ, ຫຼັງຈາກທີ່ RCEP ມີຜົນບັງຄັບໃຊ້ຢ່າງເຕັມຮູບແບບ, ຕ່ອງໂສ້ການຜະລິດ, ຕ່ອງໂສ້ການສະ
ໜອງ ແລະ ຕ່ອງໂສ້ມູນຄ່າຂອງທັງສອງຝ່າຍໄດ້ມີການເຊື່ອມໂຍງກັນຢ່າງເລິກເຊິ່ງ. ໂຄງການເຊື່ອມໂຍງເຊັ່ນ: ທາງລົດໄຟລາວ-ຈີນ, ທາງລົດໄຟຄວາມໄວສູງ ຈາກາຕາ ຫາ ບັນດຸງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ແລະ ທາງລົດໄຟຈີນ-ໄທ ກໍກຳລັງໄດ້ຮັບການຊຸກຍູ້, ເຮັດໃຫ້ບັນດາປະເທດອາຊຽນໄດ້ຮັບຮູ້ເຖິງຄຸນຄ່າຕົວຈິງຂອງການຮ່ວມມືກັບຈີນຢ່າງຊັດເຈນ. ໃນຂະນະດຽວກັນ, ອາເມລິກາຍັງຄົງເປັນແຫຼ່ງການລົງທຶນທີ່ສຳຄັນ ແລະ ເປັນຄູ່ຮ່ວມມືດ້ານຄວາມໝັ້ນຄົງຂອງອາຊຽນ, ເຊິ່ງບາງປະເທດໃນອາຊຽນໄດ້ນຳໃຊ້ການຊ້ອມຮົບຮ່ວມກັນ, ການປຶກສາຫາ
ລືດ້ານການປ້ອງກັນຊາດ ແລະ ການຊ່ວຍເຫຼືອທາງການທະຫານ ເພື່ອຕື່ມເຕັມຊ່ອງວ່າງດ້ານຂີດຄວາມສາມາດໃນການປ້ອມກັນຄວາມສະຫງົບ. ການຈັດສັນທີ່ເນັ້ນການຮ່ວມມືຕົວຈິງກັບຈີນໃນດ້ານເສດຖະກິດ ແລະ ມີຄວາມຫຼາກຫຼາຍໂດຍບໍ່ກີດກັນໃນດ້ານຄວາມໝັ້ນຄົງນີ້, ບໍ່ແມ່ນການເລືອກຝ່າຍແບບສວຍໂອກາດ, ແຕ່ແມ່ນການຕັດສິນໃຈຢ່າງມີເຫດຜົນໂດຍອີງໃສ່ຜົນປະໂຫຍດຂອງຊາດ, ເພື່ອແນໃສ່ສ້າງຜົນປະໂຫຍດໃຫ້ສູງສຸດ ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ໜ້ອຍທີ່ສຸດ.
ແຕ່ຄວາມສົມດຸນກໍມີຄວາມບອບບາງເຊັ່ນກັນ. ເມື່ອການແຂ່ງຂັນລະຫວ່າງຈີນ ແລະ ອາເມລິກາ ໄດ້ຂະຫຍາຍຕົວຈາກດ້ານເສດຖະກິດການຄ້າ ແລະ ເຕັກໂນໂລຊີ ໄປສູ່ຂົງເຂດທົ່ວດ້ານ ເຊັ່ນ: ການທະຫານ, ການເງິນ ແລະ ຕ່ອງໂສ້ການສະ
ໜອງ, "ບັນຊີສອງເຫຼັ້ມ" ຂອງອາຊຽນກໍອາດຈະຖືກບັງຄັບໃຫ້ລວມເຂົ້າກັນ. ເມື່ອລວມເຂົ້າກັນແລ້ວ, ອາຊຽນຈະສູນເສຍພື້ນທີ່ໃນການຮັກສາຄວາມສົມດຸນແບບສອງທາງ ແລະ ຖືກບັງຄັບໃຫ້ເລືອກຝ່າຍ. ການແຍກຕົວທາງເຕັກໂນໂລຊີ, ການປັບໂຄງສ້າງຕ່ອງໂສ້ການສະໜອງ, ສະຖານະການໃນຊ່ອງແຄບໄຕ້ຫວັນ ແລະ ຄວາມຂັດແຍ່ງໃນທະເລຈີນໃຕ້ ລ້ວນແຕ່ຈະເຮັດໃຫ້ພື້ນທີ່ໃນການຮັກສາຄວາມສົມດຸນຂອງອາຊຽນຫຼຸດໜ້ອຍລົງ. ຄວາມສົມດຸນຕ້ອງການໃຫ້ທັງຈີນ ແລະ ອາ
ເມລິກາ ຍອມຮັບໃນສະຖານະເປັນທາງກາງຂອງອາຊຽນ, ເຊິ່ງຈຸດນີ້ບໍ່ໄດ້ຂຶ້ນຢູ່ກັບການຕັດສິນໃຈຂອງອາຊຽນພຽງຝ່າຍດຽວ. ຫາກອາເມລິກາຮຽກຮ້ອງໃຫ້ອາຊຽນເລືອກຝ່າຍຢ່າງຊັດເຈນໃນດ້ານຄວາມໝັ້ນຄົງ, ຫຼື ຈີນເພີ່ມຄວາມກົດດັນໃນບັນ
ຫາທະເລຈີນໃຕ້, ຍຸດທະສາດການຮັກສາຄວາມສົມດຸນຂອງອາຊຽນຈະຕ້ອງປະ
ເຊີນກັບການທົດສອບທີ່ແທ້ຈິງ.
ການນຳພາ: ໃຊ້ "ວິທີການແບບອາຊຽນ" ເພື່ອຂະຫຍາຍວົງແຫ່ງການຮ່ວມມືໃຫ້ກວ້າງຂວາງຂຶ້ນ

ບົດບາດສາມປະການກ່ອນໜ້ານີ້ແມ່ນເນັ້ນໃສ່ການຮັບມືແບບທ່າຮັບເປັນຫຼັກ, ແຕ່ການເປັນຜູ້ນຳແມ່ນການທີ່ອາຊຽນເປັນຝ່າຍສະເໜີວາລະຢ່າງຕັ້ງໜ້າ. ສິ່ງທີ່ເອີ້ນວ່າບົດບາດຜູ້ນຳນັ້ນ ໝາຍເຖິງການທີ່ອາຊຽນບໍ່ພໍໃຈກັບການຮັບມືແບບທ່າຮັບຕໍ່ການຊິງໄຊຂອງມະຫາອຳນາດ, ແຕ່ພະຍາຍາມສ້າງລະບຽບການຮ່ວມມືໃນພາກພື້ນດ້ວຍ ວິທີການແບບອາຊຽນ.
ອາຊຽນໄດ້ນຳໃຊ້ຕົນເອງເປັນແກນກາງ ໃນການສ້າງເຄືອຂ່າຍການຮ່ວມມືຫຼາຍຝ່າຍທີ່ກວມເອົາບັນດາປະເທດມະຫາອຳນາດຫຼັກ ເຊັ່ນ ຈີນ, ອາເມລິກາ, ຍີ່
ປຸ່ນ, ເກົາຫຼີ, ອົດສະຕຣາລີ, ນິວຊີແລນ ແລະ ອິນເດຍ, ໂດຍມີສິດໃນການກຳນົດວາລະຂອງກົນໄກຕ່າງໆ ເຊັ່ນ ກອງປະຊຸມສຸດຍອດອາຊີຕາເວັນອອກ, ເວທີປຶກສາຫາລືພາກພື້ນອາຊຽນ, ກອງປະຊຸມ 10+3, ກອງປະຊຸມ 10+8 ແລະ ໄດ້ຂະຫຍາຍການຮ່ວມມືໄປສູ່ຂົງເຂດໃໝ່ໆ ເຊັ່ນ: ເສດຖະກິດດິຈິຕອນ, ພະລັງງານສະອາດ, ສາ
ທາລະນະສຸກ ແລະ ການບໍລິຫານຈັດການຂ້າມຊາຍແດນ. "ວິທີການແບບອາຊຽນ" ທີ່ມີຫຼັກການພື້ນຖານແມ່ນການປຶກສາຫາລືຢ່າງສະເໝີພາບ, ການບໍ່ແຊກແຊງກິດຈະການພາຍໃນ, ການຊອກຫາຈຸດຮ່ວມ ແລະ ຍອມຮັບຄວາມແຕກຕ່າງ, ພ້ອມທັງຄວາມໂອບເອື້ອອາລີ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແມ່ນມີຄວາມແຕກຕ່າງຈາກຮູບແບບການສ້າງກຸ່ມທີ່ເນັ້ນການແກ່ງແຍ່ງກັນ ແລະ ການກີດ
ກັນທີ່ນຳພາໂດຍອາເມລິກາ, ເຊິ່ງໄດ້ສ້າງທາງເລືອກໃໝ່ໃຫ້ແກ່ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ. ອາຊຽນໄດ້ຂະຫຍາຍຂອບເຂດການຮ່ວມມື, ໂດຍນຳໃຊ້ລັດທິຫຼາຍຝ່າຍເພື່ອຫຼຸດຜ່ອນຜົນກະທົບຈາກລັດທິຝ່າຍດຽວ, ນຳໃຊ້ການຮ່ວມມືແບບເປີດກວ້າງເພື່ອລົບລ້າງການປໍລະປັກກັນລະຫວ່າງກຸ່ມ, ແລະ ໄດ້ຂະຫຍາຍພື້ນທີ່ການຮ່ວມມືເພື່ອຜົນປະໂຫຍດຮ່ວມກັນໃນພາກພື້ນຢ່າງຕໍ່ເນື່ອງ.
ບັນຫາແມ່ນ "ຄວາມເປັນແກນກາງຂອງອາຊຽນ" ເປັນຄຳສັບທາງດ້ານລະ
ບົບ ແລະ ຂໍ້ສະເໜີທາງດ້ານບັນທັດຖານຫຼາຍກວ່າທີ່ຈະເປັນຄວາມຈິງທາງດ້ານອຳນາດທີ່ໝັ້ນຄົງ. ບັນດາປະເທດມະຫາອຳນາດຍອມຮັບຂອບການຮ່ວມມືຂອງອາຊຽນ ມັກຈະເປັນຍ້ອນວ່າມັນມີຕົ້ນທຶນຕ່ຳ ແລະ ບໍ່ມີຂໍ້ຜູກມັດທີ່ເຂັ້ມງວດ, ບໍ່ແມ່ນການຍອມສະຫຼະສິດໃນການນຳພາຢ່າງແທ້ຈິງ. ກົນໄກຫຼາຍຝ່າຍ ແຕ່ຂະ
ໜາດນ້ອຍ ເຊັ່ນ: ການປຶກສາຫາລືດ້ານຄວາມໝັ້ນຄົງສີ່ຝ່າຍ, ພັນທະມິດ ອົດສະຕຣາລີ-ອັງກິດ-ອາເມລິກາ, ແລະ ຂອບການຮ່ວມມືທາງເສດຖະກິດອິນໂດ-ປາຊີ
ຟິກ ແມ່ນກຳລັງເຮັດໃຫ້ບົດບາດຄວາມເປັນແກນກາງຂອງອາຊຽນຫຼຸດໜ້ອຍຖອຍລົງ. ການທີ່ອາຊຽນຈະສາມາດນຳພາໄດ້ຫຼືບໍ່ນັ້ນ ແມ່ນຂຶ້ນກັບຄວາມສາມັກຄີພາຍໃນ ແລະ ຂຶ້ນກັບວ່າບັນດາປະເທດມະຫາອຳນາດຍັງເຕັມໃຈທີ່ຈະນຳໃຊ້ແພລດຟອມຂອງອາຊຽນຢູ່ຫຼືບໍ່. ຫາກອາຊຽນບໍ່ສາມາດສ້າງຈຸດຢືນຮ່ວມກັນໃນບັນຫາຕ່າງໆ ເຊັ່ນ: ວິກິດການໃນມຽນມາ ແລະ ຂໍ້ຂັດແຍ່ງໃນທະເລຈີນໃຕ້, ບົດ
ບາດການນຳພາຂອງອາຊຽນຈະຍັງຄົງເປັນພຽງແຕ່ໃນລະດັບຄຳເວົ້າເທົ່ານັ້ນ.
ການສະຫຼຸບ: ອາຊຽນບໍ່ແມ່ນຕົວໝາກລຸກ, ແຕ່ແມ່ນຜູ້ສ້າງຄວາມສົມດຸນແບບເຄື່ອນໄຫວ
ອາຊຽນ ເຊິ່ງຕັ້ງຢູ່ໃນເຂດໃຈກາງຂອງການຍາດແຍ່ງອຳນາດລະຫວ່າງມະຫາອຳນາດ, ໄດ້ກ້າວຂ້າມຕັກກະທາງພູມສາດການເມືອງແບບດັ້ງເດີມທີ່ວ່າ "ປະເທດນ້ອຍຕ້ອງເປັນພຽງຕົວໝາກລຸກ" ມາແລ້ວ. ດ້ວຍການນຳໃຊ້ 4 ບົດບາດ ຄື: ການເປັນຂົວຕໍ່, ເຂດກັນຊົນ, ການສົມດຸນ ແລະ ຜູ້ນຳພາ, ເພື່ອຮັກສາພື້ນທີ່ໃນການຕັດສິນໃຈດ້ວຍຕົນເອງທ່າມກາງການຍາດແຍ່ງທີ່ຊັບຊ້ອນ, ແລະ ໄດ້ສ້າງເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງຕົນເອງ.
ແຕ່ບົດບາດທັງ 4 ປະການນີ້ບໍ່ໄດ້ແຍກອອກຈາກກັນໂດຍເດັດຂາດ, ແຕ່ມີຄວາມຂັດແຍ່ງພາຍໃນຢູ່ສະເໝີ: ການຂັດແຍ່ງກັນຂອງຄວາມເປັນກາງໃນຖານະເປັນຂົວຕໍ່, ຄວາມຫຍຸ້ງຍາກຂອງຄວາມສາມັກຄີໃນຖານະເປັນການກົນຊົນ, ການເພິ່ງພາຊິບໃນການສ້າງຄວາມສົມດຸນ ແລະ ບັນຫາການຍອມຮັບໃນຖານະເປັນຜູ້ນຳພາ. ຄວາມຂັດແຍ້ງເຫຼົ່ານີ້ໄດ້ປະປົນກັນ, ເຮັດໃຫ້ "ບົດບາດສູນກາງ" ຂອງອາຊຽນ ຢູ່ໃນຂະບວນການທີ່ເຄື່ອນໄຫວຂອງການໄດ້ຮັບການຢືນຢັນ, ການຖືກທ້າ
ທາຍ ແລະ ການໄດ້ຮັບການຢືນຢັນຄືນໃໝ່ຢູ່ຕະຫຼອດເວລາ. ການແຂ່ງຂັນລະ
ຫວ່າງມະຫາອຳນາດຈະມີຢູ່ເປັນເວລາດົນ, ແລະ ບົດບາດໃນການສ້າງຄວາມສົມດຸນຂອງອາຊຽນກໍຈະຍິ່ງມີຄວາມສຳຄັນຫຼາຍຂຶ້ນ. ການເຂົ້າໃຈບົດບາດທັງ 4 ປະ
ການນີ້, ບໍ່ພຽງແຕ່ເຮັດໃຫ້ເຫັນຕັກກະທາງພູມສາດການເມືອງຂອງອາຊີຕາເວັນອອກສ່ຽງໃຕ້ໃນປັດຈຸບັນໃຫ້ຊັດເຈນ, ແຕ່ຍັງຊ່ວຍໃຫ້ກຳໄດ້ທິດທາງໃນອະນາຄົດຂອງການຢູ່ຮ່ວມກັນໃນພາກພື້ນອາຊີ-ປາຊີຟິກ.