ໃນໄລຍະວັນພັກວັນຊາດຈີນປີນີ້, ນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍໄດ້ນຳກະເປົາເດີນທາງເປົ່າມາປະເທດຈີນ ແລະ ເມື່ອກັບປະເທດກໍນຳສິນຄ້າຈີນກັບໄປເຕັມກະເປົາ. ສິນຄ້າເຫຼົ່ານັ້ນມີທັງໂດຣນ, ແວ່ນຕາອັດສະລິຍະ, ເຄື່ອງນຸ່ງຍີ່ຫໍ້ຈີນ ແລະ ກ່ອງອົບສະໝຸນໄພຈີນ.ສິນຄ້າຈີນກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງປະເທດຫຼາຍຂຶ້ນ.

ໃນໄລຍະບໍ່ດົນມານີ້, ຄຳວ່າ “China Haul” ໄດ້ເປັນທີ່ນິຍົມໃນສື່ສັງຄົມຕ່າງປະເທດ. ຄຳນີ້ໝາຍເຖິງການຊື້ເຄື່ອງໃນຈີນ ແລະ ຖ່າຍວິດີໂອເປີດກ່ອງສິນຄ້າ. ນັກທ່ອງທ່ຽວຫຼາຍຄົນມາທ່ຽວ ແລະ ຊື້ເຄື່ອງຢູ່ຈີນ, ຈາກນັ້ນນຳວິດີໂອໄປເຜີຍແຜ່ອອນລາຍ. ວິດີໂອເຫຼົ່ານີ້ບໍ່ພຽງແຕ່ສະແດງສິນຄ້າຈີນ, ແຕ່ຍັງເປີດມຸມມອງໃໝ່ໃຫ້ໂລກໄດ້ຮູ້ຈັກຈີນຜ່ານການໃຊ້ຊີວິດປະຈຳວັນ.
ລາຍການສິນຄ້າທີ່ຊາວຕ່າງປະເທດນິຍົມຊື້ກໍປ່ຽນແປງໄປ. ໃນອະດີດ, ພວກເຂົາມັກຊື້ເຄື່ອງຂອງທີ່ລະນຶກແບບດັ້ງເດີມ ເຊັ່ນ ຜ້າໄໝ ແລະ ວີພັບ. ປັດຈຸບັນ, ອຸປະກອນສວມໃສ່ອັດສະລິຍະ ແລະ ໂທລະສັບມືຖືຈໍພັບ ກຳລັງເປັນສິນຄ້າທີ່ນິຍົມຫຼາຍຂຶ້ນ. ນັກທ່ອງທ່ຽວບາງຄົນກວດສອບລຸ້ນສິນຄ້າ ແລະ ຮ້ານຄ້າຕ່າງໆກ່ອນເດີນທາງມາຈີນ.
ການປ່ຽນແປງເຫຼົ່ານີ້ສະທ້ອນວ່າ, ອຸດສາຫະກຳຈີນກຳລັງປ່ຽນຈາກ “ຜະລິດໃນຈີນ” ໄປສູ່ “ຜະລິດອັດສະລິຍະໃນຈີນ” ແລະ ແບຣນຈີນ. ສິນຄ້າຈີນດຶງດູດຊາວຕ່າງປະເທດບໍ່ພຽງແຕ່ຍ້ອນຄຸນນະພາບ, ແຕ່ຍັງຍ້ອນເຕັກໂນໂລຊີ, ມູນຄ່າຂອງແບຣນ ແລະ ສະເໜ່ທາງວັດທະນະທຳ.
ການປັບປຸງປະສົບການຊື້ເຄື່ອງຂອງນັກທ່ອງທ່ຽວຕ່າງປະເທດ ກໍຊ່ວຍໃຫ້ການ “ຊື້ເຄື່ອງຢູ່ຈີນ” ກາຍເປັນປະສົບການໃໝ່ຂອງການທ່ອງທ່ຽວ. ສູນການຄ້າບາງແຫ່ງມີບໍລິການຄືນພາສີແບບລວມສູນ, ຈັດສົ່ງສິນຄ້າໄປຕ່າງປະເທດ ແລະ ຮອງຮັບການຊຳລະເງິນຜ່ານບັດທະນາຄານຕ່າງປະເທດ. ສິ່ງເຫຼົ່ານີ້ເຮັດໃຫ້ການຊື້ເຄື່ອງສະດວກຂຶ້ນ.
ໃນໄລຍະວັນພັກວັນຊາດປີນີ້, ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຈີນ 682,000 ເທື່ອຄົນ. ໃນນັ້ນ, 505,000 ເທື່ອຄົນ ເຂົ້າມາຈີນພາຍໃຕ້ນະໂຍບາຍຍົກເວັ້ນວີຊາ. ການເຂົ້າຈີນທີ່ສະດວກຂຶ້ນ ແລະ ການຊື້ເຄື່ອງທີ່ງ່າຍຂຶ້ນ ຊ່ວຍໃຫ້ຊາວຕ່າງປະເທດມີປະສົບການທີ່ດີຂຶ້ນຢູ່ໃນຈີນ.