ໂດຣນກະສິກຳ ໄດ້ນຳໃຊ້ "ພາວເວີແບ໊ງ" ເຄື່ອນທີ່
ໃນປັດຈຸບັນກຳລັງແມ່ນລະດູເກັບກ່ຽວໝາກກ້ວຍ, ຢູ່ທີ່ສວນໝາກກ້ວຍຂອງກຸ່ມບ້ານທົ່ງຈາງໂພ, ບ້ານໝ້າເວີຊົງ, ຕາແສງໝ້າປ່າຍ, ເມືອງໝ້າກວນ, ໂດຣນສອງລຳໄດ້ດຶງໝາກກ້ວຍເປັນຈຸ້ມໆຂຶ້ນສູ່ອາກາດ, ບໍ່ດົນກໍໄດ້ລົງຈອດຢ່າງໝັ້ນຄົງຢູ່ຂ້າງລົດລາກທີ່ຈອດຢູ່ແຄມທາງເພື່ອຂົນລົງສິນຄ້າ. ການສາກໄຟຂອງໂດຣນແມ່ນມີຄວາມສະດວກ, ໃຊ້ເວລາບໍ່ຮອດ 10 ນາທີກໍເຕັມ, ຈາກນັ້ນກໍສາ
ມາດເລີ່ມການຂົນສົ່ງໃນຮອບຕໍ່ໄປໄດ້ທັນທີ.

ແຕກຕ່າງຈາກເມື່ອກ່ອນ, ສິ່ງທີ່ສະໜອງພະລັງງານໃຫ້ກັບໂດຣນບໍ່ແມ່ນເຄື່ອງປັ່ນໄຟນ້ຳມັນກາຊວນອີກຕໍ່ໄປ, ແຕ່ແມ່ນ "ພາວເວີແບ໊ງສຳຮອງ" ແບບເຄື່ອນທີ່. ນີ້ແມ່ນການທົດລອງຄັ້ງທຳອິດຂອງບໍລິສັດຕາຂ່າຍໄຟຟ້າຢຸນນານ ຂອງຕາຂ່າຍໄຟຟ້າພາກໃຕ້ ໃນການເຕີມພະລັງງານໃຫ້ກັບໂດຣນກະສິກຳ ໂດຍຜ່ານອຸປະກອນເກັບຮັກສາພະລັງງານເຄື່ອນທີ່ທີ່ຕິດຕັ້ງເທິງລົດ.
ເປັນເວລາດົນນານມາແລ້ວ, ຢຸນນານມີພູສູງຊັນ ແລະ ພື້ນທີ່ກະຈັດກະຈາຍ, ເຮັດໃຫ້ການດຶງໄຟຟ້າໃນເຂດປ່າເປັນໄປດ້ວຍຄວາມຍາກລຳບາກ, ໂດຣນກະສິກຳທີ່ເຕັມໄຟຟ້າສາມາດບິນໄດ້ພຽງປະມານ 20 ນາທີ ກໍຕ້ອງໄດ້ເຕີມພະລັງງານ, ໃນເມື່ອກ່ອນສ່ວນໃຫຍ່ແມ່ນອີງໃສ່ເຄື່ອງປັ່ນໄຟທີ່ໃຊ້ນ້ຳມັນກາຊວນໃນການສະໜອງໄຟຟ້າ, ເຊິ່ງບໍ່ພຽງແຕ່ມີສຽງດັງ, ຈັດການໄດ້ຍາກ ແລະ ມີຄວາມສ່ຽງດ້ານຄວາມປອດໄພທີ່ຊັດເຈນ, ແຕ່ຕົ້ນທຶນຍັງສູງກວ່າໄຟຟ້າທີ່ໃຊ້ໃນການກະສິກຳທົ່ວໄປຫຼາຍ.

ສຳລັບເລື່ອງນີ້, ບໍລິສັດຕາຂ່າຍໄຟຟ້າຢຸນນານ ໄດ້ນຳສະເໜີການເກັບພະລັງ
ງານແບບເຄື່ອນທີ່ ເພື່ອເປັນວິທີການຕື່ມພະລັງງານສີຂຽວໃນພື້ນທີ່ປ່າສຳລັບໂດຣນກະສິກຳ. ທີມງານເຕັກນິກໄດ້ດຳເນີນການປັບປຸງເຕັກນິກໃຫ້ອຸປະກອນເກັບພະລັງງານແບບເຄື່ອນທີ່ທີ່ມີຢູ່ໃຫ້ມີນ້ຳໜັກເບົາລົງ, ເຊິ່ງອຸປະກອນເກັບພະ
ລັງງານຂະໜາດ 100 ກິໂລວັດໂມງ ສາມາດຕິດຕັ້ງເທິງລົດກະບະເພື່ອເຄື່ອນຍ້າຍໄດ້ຢ່າງຄ່ອງຕົວ, ພ້ອມທັງໄດ້ວິໄຈ ແລະ ພັດທະນາຊ່ອງສຽບໄຟຟ້າກະແສກົງທີ່ເໝາະສົມກັບໂດຣນກະສິກຳ, ເຊິ່ງຮອງຮັບການສາກໄວແບບພ້ອມກັນສຳລັບແບັດເຕີຣີຂອງໂດຣນສອງລຳ, ແລະ ຕົວອຸປະກອນເອງສາມາດຕື່ມພະລັງງານໄດ້ຈາກສະຖານີສາກໄຟຟ້າໃດກໍໄດ້ຂອງຕາຂ່າຍໄຟຟ້າພາກໃຕ້.
“ເມື່ອກ່ອນຫຼັງຈາກເກັບກ່ຽວໝາກກ້ວຍແລ້ວແມ່ນອາໄສແຕ່ແຮງງານຄົນແບກ, ການຂົນສົ່ງໃຫ້ເຕັມລົດບັນທຸກຄັນໜຶ່ງຕ້ອງໃຊ້ຄົນງານຫຼາຍສິບຄົນ, ແຕ່ດຽວນີ້ໃຊ້ໂດຣນພຽງສອງລຳກໍຈັດການໄດ້ໝົດ, ທັງຍັງຊ່ວຍຫຼີກລ່ຽງການກະທົບ ແລະ ການຂູດຂີດຂອງໝາກກ້ວຍ,ໂດຣນໄດ້ນຳໃຊ້ພາວເວີແບງ ເຮັດໃຫ້ຕົ້ນທຶນຫຼຸດລົງຕື່ມອີກ.” ທ່ານ ເຈີງ ກົວເວີ, ຊາວກະສິກອນຜູ້ປູກໝາກກ້ວຍມາເປັນເວລາ 20 ປີ ກ່າວ.
ທ່ານ ຢີນ ເຈິ້ງຊິງ, ຜູ້ຮັບຜິດຊອບການບຳລຸງຮັກສາຕາໜ່າງແຈກຈ່າຍໄຟ
ຟ້າ ຂອງພະແນກເຕັກນິກການຜະລິດ ຂອງສຳນັກສະໜອງໄຟຟ້າ ເມືອງເວີນຊານ ແຂວງຢຸນນານໄດ້ຄິດໄລ່ບັນຊີວ່າ: ຕົ້ນທຶນຄ່າໄຟຟ້າຕໍ່ອົງສາຂອງເຄື່ອງປັ່ນໄຟນ້ຳມັນເຊື້ອໄຟແມ່ນປະມານ 6 ຢວນ, ໃນຂະນະທີ່ການນຳໃຊ້ ອຸປະກອນເກັບຮັກ
ສາພະລັງງານເຄື່ອນທີ່ ມີລາຄາໄຟຟ້າຕໍ່ອົງສາສູງສຸດພຽງ 2 ຢວນ, ແລະ ໂດຣນຍັງສາມາດສາກໄຟໄດ້ທັນທີທີ່ຕ້ອງການນຳໃຊ້.
ໃນສະພາວະທີ່ "ພາວເວີແປ້ງ" ມີໄຟເຕັມ, ສາມາດຮອງຮັບການສາກໄຟໝູນ
ວຽນຂອງແບັດເຕີຣີໂດຣນໄດ້ 60 ກ້ອນ, ເຊິ່ງຕອບສະໜອງຄວາມຕ້ອງການໃນການເຮັດວຽກຕະຫຼອດວັນສຳລັບການປົກປ້ອງພືດ ແລະ ການເກັບກ່ຽວ. ເມື່ອທຽບກັບເຄື່ອງປັ່ນໄຟທີ່ໃຊ້ເຊື້ອໄຟ, ອຸປະກອນໜຶ່ງເຄື່ອງຄາດວ່າຈະສາມາດຫຼຸດຜ່ອນການປ່ອຍອາຍກາກບອນໄດ້ 6.21 ໂຕນ.
ໃນໄລຍະລະດູທີ່ຊາວກະສິກອນພັກຜ່ອນ, ມັນກໍບໍ່ໄດ້ "ຢຸດເຮັດວຽກ", ແຕ່ຍັງສາມາດຊ່ວຍເຕີມໄຟຟ້າໃຫ້ກັບລົດພະລັງງານໃໝ່, ມີສ່ວນຮ່ວມໃນການສະໜອງໄຟຟ້າສຸກເສີນ, ແລະ ແກ້ໄຂບັນຫາແຮງດັນໄຟຟ້າຕ່ຳໃນເຂດໝໍ້ແປງໄຟຟ້າ. ປັດ
ຈຸບັນ, ບໍລິສັດ ຈຳກັດ ພັດທະນາພະລັງງານຕາຂ່າຍໄຟຟ້າຢຸນນານ ໄດ້ຕິດຕັ້ງອຸປະ
ກອນເກືອບ 200 ເຄື່ອງໃນທົ່ວແຂວງ ເພື່ອຮັບປະກັນການເຮັດວຽກປົກກະຕິຂອງ 450 ເຂດໝໍ້ແປງໄຟຟ້າ. ໃນເດືອນມັງກອນ ຫາ ສິງຫາ ປີນີ້, ໄດ້ດຳເນີນການແກ້
ໄຂບັນຫາການໃຊ້ໄຟຟ້າເກີນກຳລັງ ແລະ ບັນຫາຄຸນນະພາບແຮງດັນໄຟຟ້າໃນເຂດໝໍ້ແປງໄຟຟ້າລວມທັງໝົດ 13.56 ໝື່ນຄັ້ງ, ໂດຍມີປະລິມານການປ່ອຍໄຟຟ້າລວມທັງໝົດ 58 ໝື່ນກິໂລວັດໂມງ.