ເມື່ອບໍ່ດົນມານີ້, ທີ່ເມືອງພູເອີ ແຂວງຢຸນນານ, ມີຊ້າງໂຕໜຶ່ງໄດ້ເຂົ້າມາໃນສວນໝາກເຜັດຂອງຊາວກະສິກອນ, ໂດຍມັນໄດ້ເອົາລົດທີ່ຈອດຢູ່ຂ້າງທົ່ງນາຫຼິ້ນຄືກັບຂອງຫຼິ້ນ ແລວຊຸກລົງໄປໃນຮ່ອງນ້ຳ. ທ່ານຢາວ ເຈົ້າຂອງລົດກ່າວວ່າ ລົດຖືກຊຸກໄປໄກກວ່າ 10 ແມັດ, ປະຕູຫຼັງບຸ້ມ, ປະຕູຫຼັງ ແລະ ຕົວລົດເບື້ອງຂວາໄດ້ຮັບຄວາມເສຍຫາຍ, ລວມທັງສະບຽງອາຫານ ແລະ ປຸຍທີ່ຢູ່ໃນເຕັ້ນ, ມີມູນຄ່າຄວາມເສຍຫາຍທັງໝົດປະມານ 5,000 ຢວນ, ແຕ່ໂຊກດີທີ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຫຼື ເສຍຊີວິດ. ຍ້ອນວ່າເຈົ້າໜ້າທີ່ເບິ່ງແຍງຊ້າງໃນທ້ອງຖິ່ນໄດ້ແຈ້ງເຕືອນລ່ວງໜ້າ, ເຈົ້າຂອງລົດຈຶ່ງໄດ້ຕິດຕໍ່ບໍລິສັດປະກັນໄພ, ເຊິ່ງຄ່າສ້ອມແປງ ແລະ ຄວາມເສຍ
ຫາຍຂອງຊັບສິນຈະໄດ້ຮັບການຊົດເຊີຍເຕັມຈຳນວນຈາກປະກັນໄພ.