中文 English {{ activeLangText || 'Languages' }} {{ item.text }}
ຈຳນວນນັກທ່ອງທ່ຽວສະເລ່ຍຕໍ່ວັນເກີນ 20,000 ຄົນ! ແຫຼ່ງທ່ອງທ່ຽວພູຫິມະຢູລົງແຂວງຢຸນນານມີຜູ້ຄົນໄປຢ້ຽມຢາມຢ່າງຄຶກຄື້ນໃນໄລຍະວັນພັກວັນຊາດຈີນ

ຈຳນວນນັກທ່ອງທ່ຽວສະເລ່ຍຕໍ່ວັນເກີນ 20,000 ຄົນ! ແຫຼ່ງທ່ອງທ່ຽວພູຫິມະຢູລົງແຂວງຢຸນນານມີຜູ້ຄົນໄປຢ້ຽມຢາມຢ່າງຄຶກຄື້ນໃນໄລຍະວັນພັກວັນຊາດຈີນ

分享到Facebook

ໃນໄລຍະວັນພັກບຸນສະຫຼອງວັນຊາດຈີນ, ເຂດທ່ອງທ່ຽວພູຫິມະຢູລົງ ໃນນະ
ຄອນລີ້ຈຽງ ໄດ້ມີນັກທ່ອງທ່ຽວເຂົ້າມາເປັນຈຳນວນຫຼວງຫຼາຍ. ເພື່ອຮັບມືກັບຈຳ
ນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຂດທ່ອງທ່ຽວໄດ້ເປີດໃຫ້ເຂົ້າຊົມກ່ອນກຳນົດ, ເພີ່ມກຳລັງອາສາສະໝັກໃນການບໍລິການ, ພ້ອມທັງສະໜັບສະໜູນໃຫ້ນັກທ່ອງທ່ຽວເດີນທາງແບບຮັກສາສິ່ງແວດລ້ອມ, ເພື່ອຮັບປະກັນຄວາມເປັນລະ
ບຽບຮຽບຮ້ອຍໃນການທ່ອງທ່ຽວ ແລະ ສ້າງປະສົບການທີ່ດີໃຫ້ແກ່ນັກທ່ອງທ່ຽວຢ່າງເຕັມທີ່.

ນັກທ່ອງທ່ຽວ ຢາງ ຈິ່ງຈຽງ ຈາກເຂດຊິນຈຽງ ກ່າວວ່າ, ໃນໄລຍະສອງສາມມື້ນີ້ ໄດ້ໄປທ່ຽວຊົມເມືອງເກົ່າລີ້ຈຽງ, ຮ່ອມພູນໍ້າສີຟ້າ, ທົ່ງຫຍ້າຢຸນຊານຜິງ ແລະ ສະ
ຖານທີ່ອື່ນໆ, ເຊິ່ງມີຄວາມປະທັບໃຈໃນການທ່ອງທ່ຽວຫຼາຍ, ທິວທັດສວຍງາມ, ຖ້າມີໂອກາດຈະກັບມາທ່ຽວລີ້ຈຽງອີກເທື່ອໃໝ່.

ອີງຕາມການໃຫ້ຂໍ້ມູນຂອງຜູ້ຈັດການພະແນກບໍລິການນັກທ່ອງທ່ຽວ ແລະ ຜູ້ນຳທ່ຽວຂອງເຂດທ່ອງທ່ຽວພູຫິມະຢູລົງ, ໃນໄລຍະວັນພັກສະຫຼອງວັນຊາດຈີນ, ເຂດທ່ອງທ່ຽວພູຫິມະຢູລົງໄດ້ຕ້ອນຮັບນັກທ່ອງທ່ຽວສະເລ່ຍມື້ລະກວ່າ 20,000
ຄົນ, ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍສ່ວນໃຫຍ່ແມ່ນກຸ່ມທີ່ຂັບລົດມາເອງ ແລະ ນັກທ່ອງທ່ຽວທີ່ເດີນທາງມາແບບສ່ວນຕົວ. ທ່ານໄດ້ສະເໜີໃຫ້ນັກທ່ອງທ່ຽວໃຫ້ບຸລິມະສິດໃນການນຳໃຊ້ການເດີນທາງແບບສາທາລະນະ, ໂດຍການຂີ່ລົດເມສາຍພິເສດ 101 ຫຼື ລົດໄຟທ່ອງທ່ຽວພູຫິມະ ເພື່ອເດີນທາງໄປທ່ຽວຊົມເຂດທ່ອງທ່ຽວ.

ເພື່ອຮັບມືກັບຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນໃນໄລຍະເວລາສູງສຸດ, ເຂດທ່ອງທ່ຽວໄດ້ປັບປ່ຽນເວລາເປີດບໍລິການ ໂດຍເລີ່ມເປີດສວນໃນເວລາ 6 ໂມງເຊົ້າ ເພື່ອຕ້ອນຮັບນັກທ່ອງທ່ຽວໃຫ້ໄວຂຶ້ນ. ເຂດທ່ອງທ່ຽວໄດ້ຈັດຕັ້ງທີມອາສາສະໝັກວິຊາຊີບ 14 ທີມ, ໂດຍມີພະນັກງານຫຼາຍກວ່າ 300 ຄົນ ປະຈຳການຢູ່ຈຸດບໍລິການຄົງທີ່ 13 ແຫ່ງ ເພື່ອໃຫ້ບໍລິການອາສາສະໝັກທີ່ອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ ເຊັ່ນ: ການໃຫ້ຂໍ້ມູນການທ່ອງທ່ຽວ, ການແນະນຳເສັ້ນທາງ ແລະ ການຊ່ວຍເຫຼືອດ້ວຍນ້ຳໃຈ.