中文 English {{ activeLangText || 'Languages' }} {{ item.text }}
ຫຼາຍກວ່າ 50 ໂຕ! "ກອງກຳລັງລ່ວງໜ້າ" ຂອງນົກນາງນວນປາກແດງໃນປີນີ້ ໄດ້ປາກົດຕົວຢູ່ໜອງຕຽນສື
ຂ່າວ > ເນື້ອຫາ

ຫຼາຍກວ່າ 50 ໂຕ! "ກອງກຳລັງລ່ວງໜ້າ" ຂອງນົກນາງນວນປາກແດງໃນປີນີ້ ໄດ້ປາກົດຕົວຢູ່ໜອງຕຽນສື

分享到Facebook

ເມື່ອບໍ່ດົນມານີ້, ຝູງນົກນາງນວນປາກແດງຊຸດທຳອິດຂອງປີນີ້ທີ່ເດີນທາງມາພັກຜ່ອນໃນລະດູໜາວທີ່ນະຄອນຄຸນໝິງ ໄດ້ປາກົດຕົວຢູ່ເຂດຊຸ່ມນ້ຳໄຫຫົງ, ເຊິ່ງມີທັງໝົດ 50 ກວ່າໂຕ, ໃນນັ້ນມີຫຼາຍໂຕເປັນນົກໄວລຸ້ນ, ພວກມັນໄດ້ເດີນ
ທາງມາກ່ອນເພື່ອສຳຫຼວດຫາສະພາບແວດລ້ອມທີ່ເໝາະສົມໃນການພັກເຊົາ ສຳ
ລັບການຍ້າຍຖິ່ນຖານຂອງຝູງນົກຈຳນວນມະຫາສານທີ່ຈະຕາມມາໃນພາຍຫຼັງ.

ຄວາມຜູກພັນລະຫວ່າງ ຄຸນໝິງ ແລະ ນົກນາງນວນປາກແດງ ເລີ່ມຕົ້ນຂຶ້ນໃນປີ 1985. ໃນປີນັ້ນ, ນົກນາງນວນປາກແດງຈຳນວນມະຫາສານໄດ້ບິນມາຮອດເຂດຕົວເມືອງເປັນຄັ້ງທຳອິດ, ຮູບຮ່າງທີ່ຄ່ອງແຄ້ວໄດ້ສ້າງຄວາມປະທັບໃຈໃຫ້ກັບເມືອງທີ່ເປັນເມືອງລະດູໃບໄມ້ປົ່ງແຫ່ງນີ້, ຫຼັງຈາກມີການລາຍງານຜ່ານສື່ມວນຊົນ, ເລື່ອງລາວຂອງການຢູ່ຮ່ວມກັນລະຫວ່າງຄົນ ແລະ ນົກນາງນວນກໍໄດ້ເລີ່ມຕົ້ນຂຶ້ນ. ຕະຫຼອດໄລຍະເວລາຫຼາຍກວ່າ 40 ປີທີ່ຜ່ານມາ, ນົກອົບພະຍົບໄດ້ເດີນທາງມາຕາມນັດໝາຍໃນທຸກໆປີ, ສະພາບແວດລ້ອມທາງນ້ຳຂອງໜອງຕຽນສືທີ່ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ໄດ້ກາຍເປັນບ້ານເຮືອນທີ່ປອດໄພ ແລະ ສະບາຍສຳລັບການພັກເຊົາໃນລະດູໜາວຂອງນົກນາງນວນປາກແດງ, ແລະ ນົກນາງນວນປາກແດງກໍໄດ້ກາຍເປັນນາມບັດທາງດ້ານນິເວດວິທະຍາທີ່ໂດດເດັ່ນຂອງຄຸນໝິງ.