ສັດມຸງຄຸນສິບອັນດັບຕົ້ນໆຂອງຈີນບູຮານ --- ມັງກອນ
ຄໍານໍາ: ໃນປີນີ້ ວາລະສານ ຈຳປາ ສະບັບພາສາລາວ ໄດ້ຮ່ວມມືກັບ ເວັບໄຊ Yunnangateway ແລະ ສຳນັກພິມ ສິລະປະປະຊາຊົນນະຄອນທຽນຈິ່ນ ເພື່ອຮ່ວມກັນນຳສະ ເໜີຕີພິມຊຸດ “ຮູບພາບປະກອບ ສັດປີໃໝ່ ” (ສັດປະຫຼາດ ໜຽນ, “ໜຽນ” ທີ່ໝາຍເຖິງປີໃໝ່) ຕໍ່ເນື່ອງເປັນເວລາ 12 ເດືອນ. ໃນທຸກເດືອນ ຈະມີການນຳສະເໜີໜຶ່ງຮູບພາບ, ທີ່ ປະສານສີສັນອັນສົດໃສຂອງຮູບປີໃໝ່ກຸດຈີນຂອງປະຊາຊົນ ເຂົ້າກັບລາຍເສັ້ນອັນມີຊີວິດຊີວາຂອງຮູບປະກອບສະໄໝ ໃໝ່, ເພື່ອເຮັດໃຫ້ “ຮູບສັດປີໃໝ່” ທີ່ມີອຳນາດສະຫງ່າຜ່າ ເຜີຍ ແລະ ເປັນຕາຮັກ ໃຫ້ມີຊີວິດຊີວາໂດດເດັ່ນຢູ່ເທິງໜ້າ ເຈ້ຍ. ພວກເຮົາຫວັງວ່າ ຜົນງານຊຸດນີ້, ຈະຖ່າຍທອດຄວາມ ໝາຍອັນເປັນສິລິມົງຄຸນຂອງ ສັດປີໃໝ່ ທີ່ສະແດງເຖິງການ ຂັບໄລ່ສິ່ງຊົ່ວຮ້າຍນຳພາຄວາມໂຊກດີ ແລະ ປົກປັກຮັກສາ ໃຫ້ປອດໄພ, ພ້ອມທັງສົ່ງຕໍ່ສະເໜ່ອັນມີສີສັນຂອງສິລະປະ ຈີນດັ້ງເດີມ ໄປສູ່ທຸກໄລຍະເວລາອັນອົບອຸ່ນຂອງທ່ານ ຫຼັງ ຈາກທີ່ປິດໜ້າວາລະສານໃນແຕ່ລະຄັ້ງ. ຂໍໃຫ້ການພົບກັນ ທັງ 12 ຄັ້ງ ໃນຕະຫຼອດປີນີ້ ນຳຄວາມປະທັບໃຈໃໝ່ມາໃຫ້ ໃນທຸກຄັ້ງ ແລະ ເກັບຮັກສາຄວາມອົບອຸ່ນອັນຄຸ້ນເຄີຍໄວ້ ໃນທຸກໆປີ.

ໃນວັດທະນະທໍາຈີນ, ສັດມົງຄຸນ ແມ່ນສັດສັກສິດທີ່ນໍາ ຄວາມເປັນສິລິມຸງຄຸນ, ຄວາມສະຫງົບສຸກ ແລະ ໂຊກລາບ ມາໃຫ້. ພວກມັນບໍ່ວ່າຈະຄຸ້ມຄອງຟ້າດິນ ຫຼື ປົກປ້ອງສີ່ທິດ, ເຊິ່ງເປັນສັນຍາລັກທີ່ຜູ້ຄົນໄດ້ຝາກຝັງຄວາມປາຖະໜາອັນ ດີງາມມາເປັນພັນໆປີ. ນັບຕັ້ງແຕ່ສະບັບນີ້ເປັນຕົ້ນໄປ, ວາ ລະສານ ຈໍາປາ ໄດ້ຄັດເລືອກເອົາສັດມຸງຄຸນທີ່ໂດດເດັ່ນທີ່ສຸດ, ນໍາສະເໜີໃນຮູບແບບດັ້ງເດີມຢູ່ໜ້າປົກຫຼັງ, ເຊິ່ງບໍ່ພຽງແຕ່ ສະແດງເຖິງຄວາມສະຫງ່າງາມ ແລະ ຄວາມມີຊີວິດຊີວາ ຂອງຄວາມງາມແບບຕາເວັນອອກເທົ່ານັ້ນ, ແຕ່ຍັງຫວັງວ່າ ພອນນີ້ຈະຕິດຕາມໄປທຸກຄັ້ງທີ່ທ່ານເປີດອ່ານ.
ມັງກອນ, ເປັນສັດມຸງຄຸນອັນດັບໜຶ່ງຂອງຈີນ, ເປັນສັນ ຍະລັກຂອງພະລັງ, ຄວາມສູງສົ່ງ ແລະ ຄວາມເປັນສິລິມຸງ ຄຸນ. ຕາມຕຳນານເລົ່າວ່າ: ມັນມີເຂົາຄືກວາງ, ມີເກັດຄືປາ, ມີເລັບຄືນົກອິນຊີ, ສາມາດເຫາະເຫີນເດີນອາກາດໄດ້, ຄວບ ຄຸມລົມ ແລະ ຝົນ, ເປັນສັນຍາລັກທາງຈິດວິນຍານ ແລະ ວັດ ທະນະທຳທີ່ສຳຄັນທີ່ສຸດຂອງຊາດຈີນ, ເຊິ່ງຕະຫຼອດຫຼາຍ ພັນປີທີ່ຜ່ານມາ ໄດ້ສືບທອດຄວາມປາຖະໜາອັນດີງາມໃນ ການປົກປ້ອງສິ່ງມີຊີວິດທັງຫຼາຍ ແລະ ເຮັດໃຫ້ດິນຟ້າອາ ກາດດີ.